ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກໍລະກົດ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-07-18 03:49:14
ກອງປະຊຸມລັດຖະບານສະໄໝສາມັນປະະຈຳເດືອນກໍລະກົດໄດ້ປິດລົງໃນຕອນແລງ ວັນທີ 26 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງນິຕິກໍາ ຄື:
1. ຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ;
2. ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ;
3. ຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ;
4. ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ.
ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ 4 ຮ່າງນິຕິກໍາດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:
- ຕໍ່ກັບຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ ໃຫ້ຄົ້ນຄວ້າກໍານົດເພີ່ມເງື່ອນໄຂຂອງຜູ້ລົງທຶນ ໂດຍສະເພາະ ດ້ານບົດຮຽນ, ປະສົບການ ແລະ ທ່າແຮງຕ່າງໆ; ກໍານົດແຈ້ງ ຂັ້ນຕອນການອະນຸມັດເອກະສານການລົງທຶນ ແລະ ພາກສ່ວນທີ່ມີສ່ວນຮ່ວມ ໃນການຄຸ້ມຄອງກິດຈະການ; ການກໍານົດເງື່ອນໄຂມາດຖານພື້ນທີ່ເຂດນິຄົມອຸດສາຫະກໍາ ໃຫ້ພິຈາລະນາບົນພື້ນຖານ ມີເງື່ອນໄຂສະດວກດ້ານການຂົນສົ່ງ, ທັງຕິດພັນກັບການສ້າງເປັນຕົວເມືອງ, ການຈັດສັນອາຊີບ ແລະ ທີ່ຢູ່ອາໄສໃໝ່ ຂອງປະຊາຊົນ, ລວມທັງ ການພັດທະນາສີມືແຮງງານ ແລະ ພັດທະນາຊັບພະຍາກອນມະນຸດ. ສຳລັບການກຳນົດຍົກເວັ້ນ ຫຼື ໃຫ້ນະໂຍບາຍຕ່າງໆ ແກ່ນັກລົງທຶນນັ້ນ ແມ່ນໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ.
- ຕໍ່ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ໃຫ້ຄົ້ນຄວ້າກຳນົດເພີ່ມ ເນື້ອໃນດ້ານໂພຊະນາການສຳລັບເດັກກ່ອນໄວຮຽນ; ກໍານົດແຈ້ງ ແລະ ຄົບຖ້ວນຕື່ມ ກ່ຽວກັບມາດຕະຖານເງື່ອນໄຂ ດ້ານໂຄງລ່າງພື້ນຖານ ຂອງສະຖານການສຶກສາກ່ອນໄວຮຽນ, ຄູສອນ ແລະ ຜູ້ຮັບຜິດຊອບລ້ຽງເດັກກ່ອນໄວຮຽນ, ອຸປະກອນຮັບໃຊ້, ລວມທັງ ສະພາບແວດລ້ອມຕ່າງໆ; ກໍານົດນະໂຍບາຍສົ່ງເສີມສະຖານການສຶກສາກ່ອນໄວຮຽນຂອງລັດ ໃຫ້ສາມາດຍົກຄຸນນະພາບທາງດ້ານ ການສຶກສາ ແລະ ສຸຂະພາບຂອງເດັກ ສູງຂຶ້ນກວ່າເກົ່າ; ການກໍານົດເນື້ອໃນ ແລະ ຄໍາສັບ ແມ່ນໃຫ້ສອດຄ່ອງ ກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ ແລະ ທີ່ກໍາລັງປັບປຸງ. ພ້ອມກັນນີ້ ໃຫ້ພິຈາລະນາການປະຕິບັດນະໂຍບາຍຕໍ່ພະນັກງານເພດຍິງ ໃຫ້ສອດຄ່ອງກັບການສົ່ງເສີມສຸຂະພາບຂອງເດັກກ່ອນໄວຮຽນ.
- ສໍາລັບຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ ໃຫ້ຄົ້ນຄວ້າກຳນົດໂຄງປະກອບບຸກຄະລາກອນຄະນະກຳມະການສົ່ງເສີມການພັດທະນາສີມືແຮງງານຂັ້ນສູນກາງ ແລະ ຂັ້ນແຂວງໃຫ້ເໝາະສົມ; ການກໍານົດສະຖານທີ່ການພັດທະນາສີມືແຮງງານ ໃຫ້ມີລັກສະນະລວມສູນ, ປະຢັດມັດທະຍັດ ແລະ ຖືກນຳໃຊ້ ຢ່າງເຕັມປະສິດທິພາບ; ກຳນົດເພີ່ມເນື້ອໃນກ່ຽວກັບຕະຫຼາດແຮງງານ. ການນຳໃຊ້ຄຳສັບ, ເນື້ອໃນ ໃຫ້ສອດຄ່ອງ ກັບເນື້ອໃນກົດໝາຍ ແລະ ນິຕິກຳທີ່ປະກາດໃຊ້ແລ້ວ ແລະ ທີ່ກໍາລັງປັບປຸງ.
- ແລະ ຕໍ່ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ໃຫ້ຄົ້ນຄວ້າປັບປຸງໂຄງສ້າງຮ່າງດຳລັດ ໃຫ້ສອດຄ່ອງ, ກົມກຽວ ແລະ ເຂົ້າໃຈງ່າຍ; ກໍານົດໃຫ້ມີຄະນະກໍາມະການຮັບຜິດຊອບ ໃນການຄົ້ນຄວ້າປະຕິ ບັດນະໂຍບາຍ, ລວມທັງ ຄະນະຕິດຕາມກວດກາ ການປະຕິບັດນະໂຍບາຍ ທີ່ປະກອບດ້ວຍອົງການກວດກາພາຍໃນ ແລະ ພາຍນອກ ກໍຄືຂະແໜງການກ່ຽວຂ້ອງຕ່າງໆ; ພິຈາລະນາ ປັບປຸງເງິນອຸດໜູນນາມມະຍົດ ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນແຫ່ງຊາດ ໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ; ການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງທຶນ ເພື່ອປະຕິບັດນະໂຍບາຍ ແມ່ນກຳນົດໃຫ້ລວມສູນ, ຫຼີກລ່ຽງຊ່ອງວ່າງ ເພື່ອຮັບນະໂຍບາຍຊໍ້າຊ້ອນ; ກໍານົດເປົ້າໝາຍ ແລະ ເງື່ອນໄຂ ທີ່ໄດ້ຮັບນະໂຍບາຍປະເພດຕ່າງໆ ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ; ກໍານົດສິດ ແລະ ໜ້າທີ່ຂອງບັນດາພາກສ່ວນກ່ຽວຂ້ອງກັບການປະຕິບັດນະໂຍບາຍ ໃຫ້ຄົບຖ້ວນສົມບູນຂຶ້ນຕື່ມ; ພິຈາລະນາ ເພີ່ມເປົ້າໝາຍ ທີ່ເຫັນຄວນໄດ້ຮັບນະໂຍບາຍເຂົ້າຕື່ມ ໂດຍສະເພາະ ຜູ້ມີຜົນງານໃນວຽກງານຢູ່ທ້ອງຖິ່ນຮາກຖານ ທີ່ບໍ່ແມ່ນພະນັກງານ-ລັດຖະກອນ.
ສຳລັບວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍເດືອນສິງຫາ ແມ່ນສືບຕໍ່ ສຸມໃສ່ປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິ ສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ແລະ ໃຫ້ບັນດາກະຊວງ ນຳເອົາມະຕິດັ່ງກ່າວ ໄປຜັນຂະຫຍາຍເປັນແຜນວຽກຕົວຈິງ, ມອບຄວາມຮັບຜິດຊອບຈະແຈ້ງ ແລະ ມີກໍານົດເວລາປະຕິບັດ ແລ້ວລາຍງານຄືນຕາມແບບແຜນເຮັດວຽກແບບບຸກທະລຸ ທີ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມ ແລະ ຊີ້ນຳ ຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2024, ໃນນັ້ນ ວຽກຕົວຈິງ ຮີບດ່ວນຈໍານວນໜຶ່ງ ທີ່ຕ້ອງໄດ້ສຸມໃສ່ ຄື:
1. ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມ ລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ ໂດຍສະເພາະ ກະກຽມລາຍງານກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ມາດຕະການແກ້ໄຂໃໝ່ ເພື່ອແກ້ໄຂ 6 ບັນຫາເຄັ່ງຮ້ອນ, ບຸກບືນປະຕິບັດໃຫ້ບັນລຸ 9 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 5 ວິທີເຮັດວຽກແບບບຸກທະລຸ ເພື່ອແກ້ໃຫ້ຖືກຈຸດ ແລະ ຈັດຕັ້ງປະຕິບັດໃຫ້ແຂງແຮງຂຶ້ນກ່ວາເກົ່າ.
2. ຮີບຮ້ອນຈັດສັນງົບປະມານການລົງທຶນຂອງລັດ ປະຈໍາປີ 2025 ໃຫ້ທັນໄດ້ລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນເດືອນກັນຍາ ກ່ອນຈະນຳເຂົ້າສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ.
3. ໃຫ້ກະຊວງກ່ຽວຂ້ອງ ກະກຽມດ້ານເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນເດືອນສິງຫາ 2024.
4. ສືບຕໍ່ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ໃຫ້ດີ ເອົາໃຈໃສ່ຮັບປະກັນດ້ານບຸກຄະລາກອນຄູ, ອາຄານສະຖານທີ່ສຶກສາ, ການປະກາດເປີດຮັບນັກຮຽນ-ນັກສຶກສາເຂົ້າຮຽນໃນຊັ້ນຕ່າງໆ, ລວມທັງ ສືບຕໍ່ແກ້ໄຂບັນຫາ ທີ່ຕິດພັນກັບສະຖາບັນການສຶກສາ ເປັນຕົ້ນ ບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ອື່ນໆ ຕາມມະຕິ 09/ລບ ໃຫ້ໄດ້ຮັບຜົນດີ.
5. ສືບຕໍ່ຕິດຕາມ, ຊຸກຍູ້ການຜະລິດລະດູຝົນ ໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອກະກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນ ທີ່ຈະກະທົບຕໍ່ການຜະລິດ, ຊັບສິນ, ຊີວິດຂອງປະຊາຊົນ ນັບທັງການບໍລິຫານຈັດການນໍ້າ ຢູ່ບັນດາອ່າງເກັບນ້ຳຊົນລະປະທານ, ເຂື່ອນໄຟຟ້າຕ່າງໆ ໃຫ້ມີຄວາມປອດໄພ.
6. ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໃນເດືອນສິງຫາ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

