ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນກຸມພາ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-07-18 04:38:39
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນກຸມພາ 2024".
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້:
(1). ວາລະທີ 01: ກອງປະຊຸມ ໄດ້ຮັບຟັງ:
(ໜຶ່ງ). ການລາຍງານຫຍໍ້ສະຫຼຸບ:
1. ວຽກງານພົ້ນເດັ່ນ ຂອງລັດຖະບານປະຈໍາເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2024;
2. ແຜນວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດ ຮອດປີ 2025;
3. ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ (ການກະກຽມເປັນປະທານອາຊຽນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນຳພັກ-ລັດ ແລະ ການຕ້ອນຮັບແຂກການນຳຕ່າງປະເທດມາລາວ),
4. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ,
5. ພ້ອມນີ້ ໄດ້ຊີ້ນຳໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການກ່ຽວຂ້ອງ ປຶກສາຫາລືເພື່ອຄວາມເປັນເອກະພາບກ່ຽວກັບວຽກຈຸດສຸມຂອງວາລະແຫ່ງຊາດ ຮອດປີ 2025 ແລະ ໃຫ້ເຊື່ອມສານເຂົ້າສູ່ວຽກຕ່າງໆຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະທ້າຍສະໄໝ.
(ສອງ). ສຳລັບແຜນວຽກຈຸດສຸມໃນເດືອນມີນາ 2024 ທີ່ຈະມາເຖິງນີ້, ລັດຖະບານຈະຕ້ອງໄດ້ສືບຕໍ່ສຸມໃສ່ປະຕິບັດ ບັນດາໜ້າວຽກທີ່ໄດ້ກຳນົດໄວ້ໃນດຳລັດ 381/ນຍ ແລະ ມະຕິ 17/ລບ ກໍຄືແຜນວຽກຈຸດສຸມລວມໝົດປີ 2024 ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 02 ປີ 2023, ຄຽງຄູ່ກັນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງ ຈຳນວນໜຶ່ງ ດັ່ງນີ້:
(1). ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດຕາມ 04 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ;
(2). ສໍາລັບວຽກງານປ້ອງກັນຄວາມສະຫງົບ:
1. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 04 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ: ການແກ້ໄຂບັນຫາຢາເສບຕິດ, ການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ;
2. ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ ລວມທັງການນໍາໃຊ້ສື່ສັງຄົມອອນລາຍ, ບັນຫາສໍາປະທານທີ່ດິນ, ການລົງທຶນຂອງລັດ, ບັນຫາລາຄານໍ້າມັນເຊື້ອໄຟ, ຄ່າຄອງຊີບ ແລະ ອື່ນໆ;
3. ຕິດຕາມ ກວດກາບັນດາເປົ້າໝາຍຄວາມສ່ຽງ ທີ່ອາດຈະເກີດມີເຫດການບໍ່ສະຫງົບຂຶ້ນ ໃນໄລຍະດຳເນີນກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ.
(3). ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ:
1. ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃນນີ້:
> ສຸມໃສ່ການຜະລິດເພື່ອທົດແທນການນຳເຂົ້າ; ສົ່ງເສີມການປະຢັດພະລັງງານ ເຊັ່ນ: ການນໍາໃຊ້ໄຟຟ້າແສງຕາເວັນໃນຄົວເຮືອນ ແລະ ການຜະລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ;
> ສຸມໃສ່ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້ ກໍໃຫ້ສືບຕໍ່ຄົ້ນຄວ້າຈັດສັນແຫຼ່ງທຶນຊຳລະໜີ້ສິນຕ່າງປະເທດ ໃຫ້ທັນຕາມກຳນົດເວລາ ທັງບໍ່ໃຫ້ກະທົບຕໍ່ສະພາບຄ່ອງໂດຍລວມ ຂອງລະບົບທະນາຄານກໍຄືສະຖຽນລະພາບເງິນຕາແຫ່ງຊາດ.
2. ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດໃຫ້ໄດ້ຫຼາຍຂຶ້ນ ຈາກແຫຼ່ງລາຍຮັບຂົງເຂດເສດຖະກິດປາຍແຫຼມ:
> ໂດຍສະເພາະ ລາຍຮັບຈາກຂະແໜງການບໍ່ແຮ່, ນອກນີ້ ກໍແມ່ນຂະແໜງການທ່ອງທ່ຽວ ໃນໂອກາດປີທ່ອງທ່ຽວລາວ ແລະ ໂອກາດເປັນປະທານກອງປະຊຸມອາຊຽນ;
> ເປັນຕົ້ນແມ່ນ ການເກັບຄ່າທຳນຽມເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆ ຕາມລັດຖະບັນຍັດກຳນົດ ແລະ ຕາມທິດຫັນເປັນທັນສະໄໝ;
> ຄຽງຄູ່ກັບການຄົ້ນຄວ້າຖານລາຍຮັບໃໝ່ອື່ນໆ ຈາກທ່າແຮງທີ່ເຮົາມີ ໂດຍສະເພາະຄົ້ນຄວ້າປັບປຸງກົນໄກການເກັບຄ່າບິນຜ່ານ ໃຫ້ສາມາດຈັດເກັບໄດ້ຕາມເປົ້າໝາຍ, ແລ້ວລາຍງານລັດຖະບານ;
(4). ຂົງເຂດ ພະລັງງານ ແລະ ບໍ່ແຮ່: ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ; ສືບຕໍ່ຄົ້ນຄວ້າກຳນົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ໃນຕໍ່ໜ້າໃຫ້ມີຄຸນນະພາບ ເປັນຕົ້ນ ເງື່ອນໄຂດ້ານເຕັກນິກ, ດ້ານການເງິນ, ການຖືຄອງບັນຊີເງິນຕາ ໂດຍໃຫ້ຮ່າງເປັນນິຕິກຳສະເພາະ;
(5). ຂົງເຂດ ທະນາຄານ:
> ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ, ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິກຳທີ່ມີແລ້ວອັນໃດທີ່ເຮັດໄດ້ດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງກໍໃຫ້ປັບປຸງແກ້ໄຂຄືນ;
> ຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກໍາ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດມາຂາຍໃຫ້ທະນາຄານ;
> ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດການ ຊື້-ຂາຍ ຫຼື ໂອນກຳມະສິດການນຳໃຊ້ພາຫະນະ ຜ່ານລະບົບທະນາຄານໃຫ້ເປັນຮູບປະທຳໂດຍໄວ;
(6). ຂົງເຂດ ອຸດສາຫະກຳ ແລະ ການຄ້າ:
> ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ ເປັນຕົ້ນ ມາດຕະການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ;
> ເລັ່ງສ້າງດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ໃຫ້ສໍາເລັດໄວ;
(7). ຂົງເຂດ ໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງທີ່ເປ່ເພ ໃຫ້ສໍາເລັດໄວ ເພື່ອແກ້ໄຂການເດີນທາງສັນຈອນຂົນສົ່ງສິນຄ້າ, ການເດີນທາງທ່ອງທ່ຽວ ໃຫ້ມີຄວາມສະດວກ, ທັງຮີບຮ້ອນມອບໂອນວຽກສ້ອມແປງທາງຫຼວງ ແລະ ງົບປະມານສ້ອມແປງ ໃຫ້ອົງການປົກຄອງທ້ອງຖິ່ນຄຸ້ມຄອງ;
(8). ຂົງເຂດ ກະສິກຳ ແລະ ປ່າໄມ້:
> ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ,
> ພ້ອມທັງເອົາໃຈໃສ່ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ;
> ສືບຕໍ່ປະເມີນສິນເຊື່ອກາກບອນປ່າໄມ້ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມມືໃນຫຼາຍຮູບແບບ ເພື່ອພັດທະນາໂຄງການຊື້-ຂາຍສິນເຊື່ອກາກບອນປ່າໄມ້;
(9). ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
> ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໃຫ້ມີຕົວເລກຄືບໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນລຸຕົວເລກຄາດໝາຍ,
> ພ້ອມນີ້ ກໍຕ້ອງໄດ້ປະສານສົມທົບກົມກຽວກັບອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນ ຢູ່ແຕ່ລະທ້ອງຖິ່ນ;
(10). ຂົງເຂດວຽກງານວັດທະນະທໍາ-ສັງຄົມ:
1. ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ ຕາມຄຳສັ່ງຂອງ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການໃນການກັນ ແລະ ຄວບຄຸມການແຜ່ລະບາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ ໃນຂອບເຂດທົ່ວປະເທດ.
2. ສືບຕໍ່ຕິດຕາມຄຸ້ມຄອງບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ເດີນທາງກັບເຂົ້າປະເທດຜ່ານດ່ານຕ່າງໆ ແບບບໍ່ຖືກກົດໝາຍ ເພື່ອລາຍງານຂໍ້ມູນໂຕເລກສະຖິຕິ ໃຫ້ເປັນປົກກະຕິ, ພ້ອມທັງ ຄົ້ນຄວ້າມາດຕະການແກ້ໄຂຕໍ່ກັບບັນຫາດັ່ງກ່າວ;
3. ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳ ໃຫ້ກ້າວໜ້າ ແລະ ເປັນລະບົບ, ສຳລັບແຮງງານທີ່ໄປເຮັດວຽກຕາມບົດບັນທຶກຄວາມເຂົ້າໃຈ ກໍໃຫ້ສືບຕໍ່ຕິດຕາມ ການປະຕິບັດພັນທະລາຍຮັບເງິນຕາໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ.
4. ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງຄັດ ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ຫຼີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງ ທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ.
5. ສືບຕໍ່ຜັນຂະຫຍາຍມະຕິ 09/ນຍ ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ໃຫ້ເປັນຮູບປະທຳ;
6. ໃຫ້ກະຊວງສຶກສາທິການ ແລະ ກິລາ ສະໜອງຂໍ້ມູນຕົວເລກ ບັນດາຄູອາສາສະໝັກ ຜູ້ທີ່ນອນໃນເງື່ອນໄຂໄດ້ຮັບນະໂຍບາຍຕາມມະຕິດັ່ງກ່າວ ສົ່ງໃຫ້ກະຊວງການເງິນ ເປັນຜູ້ຄົ້ນຄວ້າງົບປະມານ ໃຫ້ໄດ້ຈັດຕັ້ງປະຕິບັດໄວ;
(11). ວຽກງານການຕ່າງປະເທດ:
1. ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ລັດຖະບານ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນໍາໃຫ້ທັນການ;
2. ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ, ທັງການຕ້ອນຮັບແຂກຜູ້ແທນຂັ້ນສູງຂອງຕ່າງປະເທດ ໂດຍສະເພາະສືບຕໍ່ກະກຽມຮອບດ້ານການຕ້ອນຮັບ ປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັດສະເຕ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 27 ກຸມພາ - 02 ມີນາ 2024 ໃຫ້ປະສົບຜົນສຳເລັດເປັນຢ່າງດີ;
3. ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.
(2). ວາລະທີ 02: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ, ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ເປັນຕົ້ນ ການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການແບ່ງຂັ້ນຄຸ້ມຄອງ, ການກຳນົດປະເພດ, ມາດຕະຖານ ແລະ ເງື່ອນໄຂ ຂອງແຫຼ່ງທ່ອງທ່ຽວ, ການກຳນົດຄ່າທຳນຽມບໍລິການຕ່າງໆ, ລວມທັງ ການກຳນົດເນື້ອໃນເພີ່ມ ກ່ຽວກັບການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນວຽກງານການທ່ອງທ່ຽວ ແລະ ອື່ນໆ.
(3). ວາລະທີ 03: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການແບ່ງຄວາມຮັບຜິດຊອບລະຫວ່າງກະຊວງສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງ, ການອະນຸມັດການກິດຈະການທີ່ຕິດພັນກັບການປຸງແຕ່ງຊັບພະຍາກອນທີ່ເປັນຢາ ໃຫ້ລະອຽດ ແລະ ຊັດເຈນ; ພິຈາລະນາຄວາມເໝາະສົມ ໃນການກຳນົດປະເພດຊັບພະຍາກອນທຳມະຊາດທີ່ໃກ້ຈະສູນພັນ, ການກໍານົດເຂດສະຫງວນຊັບພະຍາກອນທຳມະຊາດທີ່ເປັນຢາ; ກວດກາຄືນເນື້ອໃນ ໃຫ້ມີຄວາມສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.
(4). ວາລະທີ 04: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໂດຍມອບໃຫ້ທະນາຄານແຫ່ງ ສປປ ລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ, ຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງບາງມາດຕາ ທີ່ມີຄວາມກ່ຽວພັນກັນ, ການອະທິບາຍຄຳສັບ; ການກໍານົດເນື້ອໃນ ໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ທັງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ສະພາບການພັດທະນາ ໃນໄລຍະໃໝ່.
(5). ວາລະທີ 05: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການອະທິບາຍຄຳສັບ, ການນຳໃຊ້ຄຳສັບ ແລະ ກຳນົດໜ້າວຽກການບໍລິການ ໃຫ້ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ; ການກຳນົດພາລະບົດບາດ ແລະ ໜ້າທີ່ຂອງຜູ້ພັດທະນາທ່າບົກ, ລວມທັງ ເຈົ້າໜ້າທີ່ລັດຂອງແຕ່ລະພາກສ່ວນ ໃຫ້ຈະແຈ້ງ ແລະ ຄົບຖ້ວນຕື່ມ; ການກຳນົດກິດຈະການຢູ່ທ່າບົກ ສອດຄ່ອງກັບມາດຖານສາກົນ ກ່ຽວກັບທ່າບົກ; ການກຳນົດຈຸດທີ່ຕັ້ງ, ພື້ນທີ່ບໍລິການຕ່າງໆ, ອຸປະກອນເຕັກນິກ ແລະ ອື່ນໆ ຮັບໃຊ້ວຽກງານໃນທ່າບົກ ໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບເຕັກນິກວິຊາການ ແລະ ນິຕິກຳທີ່ກ່ຽວ ຂ້ອງ. ຫຼັງຈາກນັ້ນ ໃຫ້ຈັດກອງປະຊຸມສຳມະນາວິຊາການ ຜ່ານຮ່າງດຳລັດດັ່ງກ່າວ ເພື່ອຄວາມເປັນເອກະພາບ ແລ້ວຈຶ່ງສະເໜີລັດຖະບານພິຈາລະນາປະກາດໃຊ້.
(6). ວາລະທີ 06: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄວາມຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນ ເປັນຕົ້ນ ການກຳນົດແຫຼ່ງລາຍຮັບ ແລະ ສັດສ່ວນລາຍຮັບ ທີ່ຕິດພັນກັບແຫຼ່ງງົບປະມານຂອງລັດ; ການກຳນົດກອງເລຂາ ສຳລັບວຽກງານດັ່ງກ່າວ; ການກຳນົດໂຄງປະກອບການຈັດຕັ້ງຂອງກອງທຶນ ແລະ ອື່ນໆ.
(7). ວາລະທີ 07: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງການເງິນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດນະໂຍບາຍຍົກເວັ້ນອາກອນມູນຄ່າເພີ່ມ ຕໍ່ບັນດາກິດຈະການທີ່ລັດສົ່ງເສີມ ໃຫ້ຖືກເປົ້າໝາຍແທ້ໆ, ທັງສາມາດຈຳກັດໄດ້ຊ່ອງຫວ່າງ ການສວຍໂອກາດຫຼີກລ່ຽງການປະຕິບັດພັນທະໃຫ້ລັດຖະບານ; ກຳນົດເງື່ອນໄຂ ຂອງການສົ່ງຄືນອາກອນມູນຄ່າເພີ່ມ ໃຫ້ລະອຽດ, ຈະແຈ້ງ ແລະ ຊັດເຈນຂຶ້ນຕື່ມ.
(8). ວາລະທີ 08: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບຂະ ແໜງ ການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດພາກສ່ວນຮັບຜິດຊອບທົດແທນຜົນເສຍຫາຍ ຈາກການທັບມ້າງ, ຍົກຍ້າຍສິ່ງກີດຂວາງ ຫຼື ຄ່າໃຊ້ຈ່າຍທີ່ເກີດຂຶ້ນ ໃນເວລາຕ້ານອັກຄີໄພ ໃຫ້ສອດຄ່ອງກັບສາເຫດທີ່ພາໃຫ້ເກີດອັກຄີໄພ ແລະ ປັດໃຈອື່ນໆ ຕື່ມ; ກຳນົດກົນໄກປະສານງານ ແກ້ໄຂອັກຄີໄພ ໃຫ້ລະອຽດຈະແຈ້ງ ແລະ ກົມກຽວກັນ; ການກຳນົດມາດຕະການສະກັດກັ້ນອັກຄີໄພ ຕໍ່ເປົ້າໝາຍຕ່າງໆ ໃຫ້ຄົບຖ້ວນ ແລະ ແທດເໝາະກວ່າເກົ່າ.
ແຫຼ່ງ: ສຳນັກງານນາຍົກ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


