ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-07-18 04:38:30
ວັນທີ 27 ທັນວາ 2023 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນສຳເລັດ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ເຊິ່ງມີເນື້ອໃນດັ່ງນີ້:
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 26 ແລະ ໄດ້ອັດລົງໃນຕອນເຊົ້າວັນທີ 27 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ ສູນກາງແນວລາວສ້າງຊາດ ອົງການນິຕິບັນຍັດ ອົງການຕຸລາການ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 4 ວາລະສໍາຄັນ ເຊິ່ງວາລະທີ 1 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານສະຫຼຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກໍານົດທິດທາງແຜນວຽກຈຸດສຸມຂອງລັດຖະບານ ປີ 2024 ໃນນັ້ນ ກອງປະຊຸມ ໄດ້ເນັ້ນໜັກຕື່ມ ຕໍ່ວຽກງານຈຸດສຸມ ຂອງລັດຖະບານ ປີ 2024 ໃຫ້ສືບຕໍ່ສຸມໃສ່ຊີ້ນໍາ-ບັນຊາການຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກໍານົດ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ຄັ້ງທີ 7 ສະໄໝທີ XI ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ໂດຍສະເພາະ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ກໍ່ຄືດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 381 ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025 ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ແຜນການແກ້ໄຂຜົນການກວດສອບ ແລະ ມະຕິຂອງລັດຖະບານ ສະບັບເລກທີ 17 ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນ ແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05 ລົງວັນທີ 05 ກັນຍາ 2023 ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນ ສຳເລັດ ແລະ ເປັນຮູບປະທຳ ຕາມແຜນທີ່ກຳນົດໄວ້ ໂດຍໃຫ້ເອົາໃຈໃສ່ ຕໍ່ບັນດາວຽກງານຕົວຈິງໃນປີ 2024 ຈຳນວນໜຶ່ງ ໂດຍສະເພາະ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ຂົງເຂດການປົກຄອງ ການບໍລິຫານລັດ ແລະ ຍຸຕິທໍາ ແລະ ຂົງເຂດວຽກງານການຕ່າງປະເທດ.
ສ່ວນວາລະທີ2 ກອງປະຊຸມໄດ້ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງໃຫ້ທ້ອງຖິ່ນ ໃນວຽກງານຈໍານວນໜຶ່ງ ວາລະທີ3 ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ການສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024 ລາຍງານຜົນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງວຽງຈັນ ກັບແຂວງ ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ ແລະ ການສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ແລະ ວາລະທີ4 ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ແຜນແມ່ບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028” ໂດຍໄດ້ເນັ້ນໜັກໃຫ້ຂະ ແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຕິດພັນກັບໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ໃຫ້ໄດ້ຮັບຜົນດີ ພ້ອມທັງ ສືບຕໍ່ຊຸກຍູ້ການພັດທະນາບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ມີຄວາມຄືບໜ້າໄວ ແລະ ບັນຫາອື່ນໆ.
ໂອກາດກ່າວປິດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບ ໃຫ້ສູງກວ່າເກົ່າແທ້ໆ ໂດຍຫັນເປັນແຜນປະຕິບັດງານລະອຽດ ມີຄາດໝາຍຊັດເຈນ ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະ ໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ ພ້ອມກັນນັ້ນ ກໍໃຫ້ກະຊວງ ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງເຜີຍແຜ່ບັນດານິຕິກຳ ທີ່ໄດ້ເນັ້ນໜັກໃນກອງປະຊຸມຄັ້ງນີ້ ໃຫ້ເຂົ້າໃຈເປັນເອກະພາບ ແລະ ທົ່ວເຖິງ, ພ້ອມທັງ ຕິດຕາມ, ຊຸກຍູ້ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງທີ່ເປັນເຈົ້າການປະຕິບັດ ຕ້ອງໄດ້ມີການສົມທົບກົມກຽວ ກັບອົງການປົກຄອງທ້ອງຖິ່ນ ທີ່ຕິດພັນກັບໜ້າວຽກນັ້ນໆແຕ່ຫົວທີ ເພື່ອສາມາດແກ້ໄຂທັນສະພາບການ ໃນກໍລະນີມີບັນຫາຂໍ້ຫຍຸ້ງຍາກໃນການປະຕິບັດ; ຮຽກຮ້ອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ສະມາຊິກພັກ-ພະນັກງານ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດໃນແຕ່ລະໄລຍະ.
ຂ່າວ ແລະພາບ: ກົມປະຊາສຳພັນ ຫສນຍ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



