ທ່ານ ພົອ ວິໄລ ຫຼ້າຄຳຟອງ ຢ້ຽມຢາມພະນັກງານແພດໝໍຢູ່ໂຮງໝໍ 5 ເມສາ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 68 ຄັ້ງ | ເວລາ | 2023-04-11 11:30:36
ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານແພດໝໍ ແລະ ໃຫ້ກໍາລັງໃຈຄົນເຈັບຢູ່ໂຮງໝໍ 5 ເມສາ ໃນວັນທີ 27 ມີນານີ້, ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023), ໂດຍການຕ້ອນຮັບຂອງ ທ່ານ ພັອ ນາງ ພຸດມາລາ ພັນທະມິດ ຫົວໜ້າອຳນວຍການໂຮງໝໍ 5 ເມສາ ພ້ອມດ້ວຍພະນັກງານແພດໝໍໃຫ້ການຕ້ອນຮັບ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງພະນັກງານແພດໝໍໃນໄລຍະ 1 ປີຜ່ານມາ ຊຶ່ງຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານແພດໝໍໃຫ້ມີລະບຽບວິໄນເຂັ້ມງວດ, ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ຮັກສາໄດ້ຈັນຍາບັນ, ຈັນຍາທຳ, ມີນ້ຳໃຈບໍລິສຸດສັດຊື່ ຮັກແພງເບິ່ງແຍງຄົນເຈັບຄືຍາດພີ່ນ້ອງຂອງຕົນ ແລະ ບໍລິການຮັບໃຊ້ດ້ວຍຄວາມບໍລິສຸດໃຈ, ເອົາໃຈໃສ່ປັບປຸງວຽກງານບໍລິການຮັບໃຊ້ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຮັບປະກັນສຸຂະພາບຂອງນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດປະຊາຊົນທີ່ເຂົ້າມາໃຊ້ບໍລິການໃຫ້ໄດ້ຮັບຜົນດີຕາມຄຳຂວັນ 5 ດີ 1 ພໍໃຈຄື: ຮັບຕ້ອນດີ, ບໍລິການດີ, ສະອາດ ແລະ ສະດວກດີ, ບົ່ງມະຕິຊັດເຈນດີີ, ປິ່ນປົວດີ ແລະ ຄົນເຈັບມີຄວາມເພິ່ງພໍໃຈໃນການມາໃຊ້ບໍລິການ ຊຶ່ງໃນ 1 ປີຜ່ານມາມີຄົນເຈັບມາກວດເຂດນອກ 13.865 ຄົນ, ແກ້ໄຂສຸກເສີນ 9.388 ຄົນ, ຢັ້ງຢືນສຸຂະພາບ 3.425 ຄົນ, ປິ່ນປົວກາຍະບຳບັດ 2.093 ຄົນ, ຮັບຄົນເຈັບເຂົ້ານອນໂຮງໝໍ 1.530 ຄົນ, ປິ່ນປົວດີກັບຄືນກົມກອງ 1.502 ຄົນ. ສັງລວມແລ້ວການປິ່ນປົວຄົນເຈັບຜ່ານມາແມ່ນໄດ້ປະຕິບັດຕາມຫຼັກການວິຊາສະເພາະ, ເຕັກນິກ ແລະ ມີທ່າກ້າວຂຶ້ນສະແດງອອກພະນັກງານແພດໝໍສາມາດເຮັດໄດ້ເຊັ່ນ: ການຜ່າຕັດມົດລູກ, ຜ່າຕັດກ້ອນເບົ້າ, ຜ່າຕັດໄຂ່ຫຼັງ ແລະ ຜ່າຕັດປ້າງໄດ້ເລີ່ມແຕ່ປີ 2020 ເປັນຕົ້ນມາ.
ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ມີຄຳເຫັນໂອ້ລົມຮຽກຮ້ອງຕໍ່ພະນັກງານແພດໝໍບາງຕອນສຳຄັນວ່າ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂໃໝ່ ໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານໃຫ້ມີຄຸນນະພາບ ມີການຫັນປ່ຽນຢ່າງຕັ້ງໜ້າ, ສຸມໃສ່ຄົ້ນຄວ້າທາງດ້ານເຕັກນິກ-ວິທະຍາສາດການແພດ, ວິຊາການ-ວິຊາສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານວິຊາການເປັນປະຈໍາ ເພື່ອຍົກສູງຄຸນນະພາບຂອງການປິ່ນປົວໃຫ້ທຽບເທົ່າກັບໂຮງໝໍສູນກາງ ແລະ ສາກົນ. ພ້ອມນັ້ນຕ້ອງໄດ້ເອົາໃຈໃສ່ຕິດຕາມ-ກວດກາ, ຄຸ້ມຄອງ, ປົກປັກຮັກສາບົວລະບັດບັນດາອຸປະກອນ, ເຄື່ອງປະກອບກໍຄືຕຶກອາຄານໃຫ້ຮັບປະກັນໃນການປິ່ນປົວ ແລະ ນໍາໃຊ້ໄດ້ຍາວນານ. ຈາກນັ້ນ, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ພົບປະ ແລະ ຢ້ຽມຢາມພະນັກງານ, ຄົນເຈັບທີ່ເຂົ້າມາປິ່ນປົວພາຍໃນໂຮງໝໍ 5 ເມສາ ພ້ອມທັງນໍາເອົາກະຕ່າຂອງຂວັນມາມອບໃຫ້ພະນັກງານ ແລະ ຄົນເຈັບ ເພື່ອເປັນຂວັນກໍາລັງໃຈໃຫ້ຊ່ວງເຊົາຈາກພະຍາດກັບມາແຂງແຮງໂດຍໄວ.
ຂ່າວ-ພາບ: ນາງ ຄອນສະຫວັນ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ