ພັກເຮົາ ໄດ້ຮັບເອົາສິ່ງຍອດຍິ່ງແຫ່ງສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງ ແຜນນະໂຍບາຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 69 ຄັ້ງ | ເວລາ | 2023-04-11 11:27:09
ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວ ໜ້າກົມໃຫຍ່ ພະລາທິການກອງທັບ ໄດ້ສະແດງຄວາມຮູ້ສຶກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວ່າ: ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນບົດບາດການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະ 68 ປີຜ່ານມາ. ໃນການນຳພາ-ຊີ້ນຳ ເຮັດໃຫ້ປະເທດຊາດນັບມື້ເຕີບໃຫຍເຂັ້ມແຂງ ຈະເລີນກ້າວໜ້າ, ພັກໄດ້ສືບຕໍ່ບູລະນະ ແລະ ຢຶດໝັ້ນຄວາມຖືກຕ້ອງຂອງລັດທິມາກ-ເລນິນ ພ້ອມທັງຖືເປັນພື້ນຖານທາງດ້ານແນວຄິດຂອງພັກເຮົາ, ຊີ້ນໍາ ແລະ ໝູນໃຊ້ເຂົ້າໃນພາລະກິດ ປະຕິວັດຊາດປະຊາທິປະໄຕ, ພັດທະນາເສດຖະກິດ-ສັງຄົມ ໃນ 2 ໜ້າທີ່ໃຫຍ່ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນພາລະກິດປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ພັກໄດ້ຮັບເອົາສິ່ງຍອດຍິ່ງແຫ່ງສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງ ແຜນນະໂຍບາຍຂອງພັກ, ຍົກສູງຄວາມສາມາດໃນການນໍາພາ ເພື່ອຕ້ານທຸກປະກົດການຫຍໍ້ທໍ້ ທຸກຮູບແບບພາຍໃນພັກ.
ສະເພາະກໍາລັງປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະກໍແມ່ນພະນັກງານນັກຮົບຜູ້ເຮັດໜ້າທີ່ວຽກງານຮັບປະກັນພະລາທິການຮອບດ້ານໃຫ້ກອງທັບ ເຮັດສໍາເລັດໜ້າທີ່ຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ນັ້ນກໍໄດ້ຖືສໍາຄັນວຽກງານການນໍາພາຂອງພັກໃນທຸກຂົງເຂດວຽກງານ, ໄດ້ເອົາໃຈໃສ່ໃນສຶກສາອົບຮົມວຽກງານການເມືອງ-ນໍາພາດ້ານແນວຄິດ, ເຊື່ອມຊຶມແນວທາງ ແຜນນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ ຢ່າງມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂັ້ນຕົນ ແລະ ຂອງສູນກາງພັກ ເຂົ້າໃນຂົງເຂດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ
- ປະສິດທິຜົນ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແລະ ທິດນຳຂອງກົມໃຫຍ່ພະລາທິການກອງທັບກ່ຽວກັບ 4 ປູກ 4 ລ້ຽງ ປະກອບສ່ວນຜົນງານໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ສັງລວມແລ້ວຕະຫຼອດ 68 ປີ ຜ່ານມາ, ພັກໄດ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ ເຖິງວ່າບົນເສັ້ນທາງເດີນກ້າວຂຶ້ນ ຈະພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ເປັນໄລຍະໆ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ປະຊາຊົນລາວໄດ້ເຮັດໃຫ້ວຽກງານຮັບປະກັນພະລາທິການ ຮອບດ້ານຂອງກອງທັບໄດ້ຮັບການພັດທະນາ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ; ພາຍໃຕ້ຮົ່ມທຸກຂອງພັກ, ທີ່ຈົງຮັກພັກດີຕໍ່ລັດທິມາກ-ເລນິນ ຢຶດໝັ້ນແນວຄິດປະທານ ໄກສອນ ພົມວິຫານ ຕໍ່ອຸດົມການກ້າວສູ່ຈຸດໝາຍສັງຄົມນິຍົມ; ເຮັດໃຫ້ບັນດາກົມກອງຕົນເອງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນກອງ 3 ປອດ, ເປັນກອງວັດທະນະທໍາ-ນັກຮົບວັດທະນະທໍາ.
ໃນໂອກາດອັນສະຫງ່າລາສີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ໝູນວຽນມາຄົບຮອບ 68 ປີນີ້, ຂ້າພະເຈົ້າຂໍຕາງໜ້າ ສະມາຊິກພັກ, ນາຍ ແລະ ພົນທະຫານ ທຸກທົ່ວໜ້າ ຂໍອວຍພອນໄຊອັນປະເສີດແດ່ ທ່ານຜູ້ນຳພັກ-ລັດ ສະມາຊິກພັກທຸກສະຫາຍ ຕະຫຼອດປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກຄວາມຈະເລີນ ມີຜົນສຳເລັດໃນໜ້າທີ່ວຽກງານ ທຸກປະການ, ສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກ່ວາເກົ່າ.
ນໍ້າໃຈ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ 22 ມີນາ ໝັ້ນຍືນ!
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ