ຫົວພັນ ສຳເລັດການປະກວດສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາທົ່ວແຂວງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2023-04-11 08:29:02
ແຂວງຫົວພັນ ໄດ້ປິດງານປະກວດສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາທົ່ວແຂວງ ສົກຮຽນ 2022-2023 ໃນຄໍ່າຄື່ນວັນທີ 4 ເມສາ ຜ່ານມາ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ທີ່ຫໍວັດທະນະທຳແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ເປັນກຽດເຂົ້າຮ່ວມພິທີ ແລະ ມອບລາງວັນໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ໝັັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍ ນັກຮຽນ ແລະ ມວນຊົນອ້ອມຂ້າງເທດສະບານແຂວງເຂົ້າຮ່ວມຊົມເຊຍຢ່າງຄຶກຄື້ນ.
ການແຂ່ງຂັນປະກວດສິລະປະ-ວັນນະຄະດີຄັ້ງນີ້, ມີພາກສ່ວນເຂົ້າຮ່ວມທັງໝົດ 10 ເມືອງ ແລະ 6 ໂຮງຮຽນ, ກຳນົດເອົາ 5 ລາຍການແຂ່ງຂັນ ຄື: ເປົ່າແຄນ (ເປົ່າຂັບຊຳເໜືອ) ມີ 4 ບົດ, ຂັບຊຳເໜືອ 11 ບົດ, ຮ້ອງເພງ 16 ບົດ, ບົດຟ້ອນບັນດາເຜົ່າ 16 ບົດ ແລະ ບົດຟ້ອນທົ່ວໄປ 16 ບົດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 505 ຄົນ ຍິງ 270 ຄົນ. ໃນນັ້ນ, ມີນັກສິລະປະ-ນັກສະແດງ 432 ຄົນ, ຍິງ 232 ຄົນ.
ຜ່ານການແຂ່ງຂັນອັນເຕັມໄປດ້ວຍໄມຕີຈິດ ມິດຕະພາບ ຢ່າງຄຶກຄື້ນມ່ວນຊື່ນໃນຕະຫຼອດສອງຄ່ຳຄືນ ຄະນະກຳມະການສາມາດຄັດເລືອກໄດ້ບົດຂັບລຳ, ບົດເພງ ແລະ ບົດຟ້ອນທີ່ດີເດັ່ນຊະນະເລີດ. ໃນນັ້ນ, ລາຍການເປົ່າແຄນທີ 1 ທ້າວ ລາ ເມືອງຫົວເມືອງ, ທີ 2 ທ້າວ ພຸດໄອ ເມືອງແອດ, ທີ 3 ທ້າວ ບຸນ ໂຮງຮຽນ ມ.ສ ພັນລາ ແລະ ທີ 4 ທ້າວ ລຸນທອງ ໂຮງຮຽນ ມ.ສ ພັນຊຳ; ລາຍການຂັບຊຳເໜືອ ທີ 1 ບົດຂັບ ເມືອງຊຳໃຕ້ສວຍງາມ ແລະ ຮັ່ງມີ, ທີ 1 ບົດຂັບ ເຊີນທ່ຽວເມືອງແອດ, ທີ 3 ບົດຂັບ ທຳມະຊາດເມືອງຫົວເມືອງ ແລະ ທີ 4 ບົດຂັບ ເຊີນຢ້ຽມຢາມ ແລະ ທ່ອງທ່ຽວເມືອງຮ້ຽມ; ປະເພດຮ້ອງເພງ ທີ 1 ບົດເພງແກ້ວຫຼັກເມືອງ ຮ້ອງໂດຍ ນາງ ນົກແກ້ວ ສຸວັນວິໄຊ ເມືອງສົບເບົາ; ທີ 2 ບົດເພງ ບຸນຄຸນຄູ ຮ້ອງໂດຍ ນາງ ເນັ່ງ ເມືອງຊຳໃຕ້, ທີ 3 ບົດເພງ ບຸນຄຸນພັກ ຮ້ອງໂດຍ ນາງ ປ່ອງວ່າງ ໂຮງຮຽນ ມ.ສ ພັນລາ ແລະ ທີ 4 ບົດເພງ ຮັກພໍ່ ຮ້ອງໂດຍ ນາງ ໄກ່ແກ້ວ ວຽງທອງ ໂຮງຮຽນ ມ.ສ ພັນຊຳ; ປະເພດບົດຟ້ອນບັນດາເຜົ່າ ທີ 1 ບົດຟ້ອນວິຖີຊີວິດຂອງເຜົ່າກຶມມຸ (ເມືອງສົບເບົາ), ທີ 2 ບົດຟ້ອນ ວິຖີການດຳລົງຊີວິດ ແລະ ປະເພນີຂອງຊາວຫົວພັນ (ໂຮງຮຽນ ມ.ສ ພັນລາ), ທີ 3 ບົດຟ້ອນ ບຸນກິນຈຽງຂອງຊົນເຜົ່າມົ້ງ (ເມືອງຊຳໃຕ້) ແລະ ທີ 4 ບົດຟ້ອນ ກຶມມຸມ່ວນຊື່ນເກັບກ່ຽວເຂົ້ານາປີ (ໂຮງຮຽນ ມ.ປາຍ ຕົວແບບ); ປະເພດບົດຟ້ອນທົ່ວໄປ ທີ 1 ບົດຟ້ອນ ສືບສານມູນເຊື້ອຫັດຖະກຳຈັກສານຊາວເມືອງຊ່ອນ (ເມືອງຊ່ອນ), ທີ2 ບົດຟ້ອນ ກອບກູ້ເອົາສັນຕິພາບຄືນມາ (ເມືອງວຽງໄຊ), ທີ 3 ບົດຟ້ອນ ຫັດຖະກຳປັ້ນໝໍ້ຫຼໍ່ໄຫຊາວເມືອງແອດ (ເມືອງແອດ) ແລະ ທີ 4 ບົດຟ້ອນ ເຊີນບ່າວລົງອີ້ນຂ່ວງເຂັນຝ້າຍ (ເມືອງຊຳໃຕ້).
ສຳລັບລາງວັນທີ1 ປະເພດບົດຟ້ອນບັນດາເຜົ່າ ແລະ ບົດຟ້ອນທົ່ວໄປ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 3 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 2 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 1,5 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 8 ແສນກີບ; ປະເພດຮ້ອງເພງ ແລະ ຂັບຊຳເໜືອ ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 1,5 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 1 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 5 ແສນກີບ; ປະເພດເປົ່າແຄນ ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1,5 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 1 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 7 ແສນກີບ ແລະ ທີ 4 ໄດ້ຮັບເງິນສົດ 5 ແສນກີບ.
ຂ່າວ-ພາບ: ໄອແກ້ວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ