ກະຊວງປ້ອງກັນຄວາມສະຫງົບ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 62 ຄັ້ງ | ເວລາ | 2023-04-11 06:56:13
ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບ ຮອບ 62 ປີ (5 ເມສາ 1961-5 ເມສາ 2021) ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 4 ເມສາ ນີ້ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ມີບັນດາທ່ານຮອງລັດຖະມົນຕີ, ຄະນະພັກ-ນໍາກະຊວງ ປກສ, ພະນັກງານອາວຸໂສບຳນານ, ແຂກຮັບເຊີນເຂົ້າຮ່ວມ.
ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວຄຳເຫັນຕໍ່ພິທີສະເຫຼີມສະຫຼອງວ່າ: ປະຫວັດສາດແຫ່ງການກໍາເນີດ ແລະ ຄວາມເປັນມາຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກເຮົາ ໃນພາລະກິດ ການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ການກຳເນີດເກີດຂຶ້ນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍໄດ້ປະເຊີນໜ້າໂດຍກົງກັບກຸ່ມຄົນບໍ່ດີທີ່ມີກຳລັງເໜືອກວ່າຕັ້ງຫຼາຍເທົ່າທາງດ້ານເສດຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ. ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກກັນດານນັ້ນ, ກຳລັງປ້ອງກັນຄວາມສະຫງົບ ພ້ອມກັນກັບກອງທັບປະຊາຊົນລາວ ໄດ້ສ້າງວິລະກຳອັນລໍ້າເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາຕະຫຼອດໄລຍະ 62 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລຳບາກນາໆປະການ, ດ້ວຍນໍ້າໃຈປະຕິວັດອັນສູງສົ່ງ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫຼວງ. ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.
ດັ່ງນັ້ນ, ກຳລັງ ປກສ ເພື່ອເຮັດສຳເລັດໜ້າທີ່ຂອງຕົນໃນຕໍ່ໜ້າ ຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກົມການເມືອງສູນກາງພັກ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່; ກຳ ແໜ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມ ປອດໄພທາງສັງຄົມໃຫ້ໜັກແໜ້ນ; ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາ ແລະ ວຽກງານ 3 ສ້າງ; ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃຫ້ທັນການ; ສົມທົບແໜ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການພັດທະນາເສດຖະກິດ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃຫ້ດໍາເນີນໄປຢ່າງຕໍ່ເນື່ອງ. ໄປພ້ອມນີ້, ກໍໃຫ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການຍູ້ແຮງໃຫ້ວາລະດັ່ງກ່າວ ກາຍເປັນຄວາມຮັບຜິດຊອບ ແລະ ເປັນພັນທະຂອງທົ່ວສັງຄົມ, ເອົາໃຈໃສ່ກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ປັບປຸງລະບົບຊີ້ນຳ-ບັນຊາໃຫ້ເຂັ້ມແຂງ, ຍົກລະດັບຄວາມສາມາດການບັນຊາສູ້ຮົບ, ປະສິດທິພາບ ແລະ ປະສິດທິຜົນ ວຽກງານວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ເຂົ້າສູ່ຄຸນນະພາບໃໝ່ ແລະ ກຽມພ້ອມເຮັດສຳເລັດໜ້າທີ່ໃນທຸກກໍລະນີ. ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ; ຈຳກັດ ແລະ ສະກັດກັ້ນຕໍ່ໜໍ່ແໜງທີ່ພາໃຫ້ມີຜົນກະທົບຕໍ່ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍຄືຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.
(ຂ່າວ-ພາບ: ປກສ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ