ກອງປະຊຸມອົງການປົກຄອງແຂວງ ເປີດກວ້າງ ຄັ້ງທີ ll ປະຈຳປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 72 ຄັ້ງ | ເວລາ | 2023-04-11 06:53:54
ກອງປະຊຸມອົງການປົກຄອງແຂວງຈໍາປາສັກ ເປີດກວ້າງ ຄັ້ງທີ ll ປະຈຳປີ 2022 ໄດ້ມີຂຶ້ນໃນ ວັນທີ 3-4 ເມສາ ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີທ່ານຮອງເຈົ້າແຂວງ, ບັນດາທ່ານຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ 9 ເມືອງ ເຂົ້າຮ່ວມ.
ທ່ານເຈົ້າແຂວງຈໍາປາສັກ ໄດ້ກ່າວບາງຕອນວ່າ: ການດຳເນີນກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດແຜນວຽກປະຈຳປີ 2022 ແລະ ກໍານົດທິດທາງ ປີ 2023 ຊຶ່ງເປັນໄລຍະທີ່ພວກເຮົາກຳລັງສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄື ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 10 ສະໄໝທີ VIII, ມະຕິກອງປະຊຸມອົງການປົກຄອງແຂວງ, ພ້ອມນັ້ນ ຍັງໄດ້ສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດ, ວາລະຂອງແຂວງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ, ທັງເປັນໄລຍະທີ່ພວກເຮົາກຳລັງສຳເລັດ ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ກຳລັງກະກຽມ ການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ ທີ່ຈະມາເຖິງ ແລະ ປີ 2022 ເປັນປີທີ 2 ຂອງການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ຊຶ່ງອົງການປົກຄອງແຂວງ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ໂດຍໄດ້ສຸມໃສ່ປະຕິບັດບັນດາເປົ້າໝາຍ ໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 5 ແຜນວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, 6 ວຽກຈຸດສຸມ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ໄດ້ຮັບໝາກຜົນໃນຫຼາຍດ້ານ.
ສະນັ້ນ, ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຮັບຟັງການລາຍງານ, ຄົ້ນຄວ້າປະກອບຄຳເຫັນ ປຶກສາຫາລື ວຽກທີ່ສຳຄັນ ໃນ 14 ຫົວຂໍ້, ໂດຍສະເພາະຈະໄດ້ຮັບຟັງການສະຫຼຸບລາຍງານຄືນ ຜົນການຈັດຕັ້ງປະຕິີບັດບັນດາວຽກງານຕ່າງໆ ທີ່ມະຕິກອງປະຊຸມອົງການປົກຄອງແຂວງ 9 ເດືອນ ປີ 2022 ໄດ້ວາງອອກໃນຜ່ານມາ; ຮັບຟັງການເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ຕິດພັນກັບການແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວາລະຂອງແຂວງ ຕາມເນື້ອໃນສອງວາລະແຫ່ງຊາດ (2021-2023) ມາຮອດປັດຈຸບັນ; ເຜີຍແຜ່ແຜນງົບປະມານແຫ່ງລັດ ປີ 2023 ຕິດພັນກັບການແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ 2; ການຈັດຕັ້ງປະຕິບັດ ການເກັບລາຍຮັບ, ການຄຸ້ມຄອງລາຍຈ່າຍ ເປັນທັນສະໄໝໃນປີ 2023. ຮັບຟັງການລາຍງານກ່ຽວກັບສະພາບໄຟໄໝ້ປ່າ ແລະ ທິດທາງມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ວຽກງານຈຸດສຸມ ທີ່ສຳຄັນອື່ນໆ ຂອງແຂວງ.
ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ດັ່ງນັ້ນ, ເພື່ອເຮັດໃຫ້ມີຜົນສຳເລັດຕາມລະດັບຄາດ ໝາຍ, ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງ ສະມາຊິກອົງການປົກຄອງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ປະກອບຄໍາຄິດ ຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງບັນດາເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ ໃຫ້ລົງເລິກກຳນົດລະອຽດວຽກຈຸດສຸມຕົ້ນຕໍ ແຜນວຽກຕົວຈິງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2023 ທີ່ວາງອອກໃຫ້ປະກົດຜົນເປັນຈິງ. (ຂ່າວ-ພາບ: ທັດຊະນະ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ