ໜ່ວຍພັກໂຮງງານຜະລິດເຂົ້າແຫ້ງ ກອງທັບ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 147 ຄັ້ງ | ເວລາ | 2023-04-11 05:02:22
ໜ່ວຍພັກໂຮງງານຜະລິດເຂົ້າແຫ້ງກອງທັບ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນໃນວັນທີ 31 ມີນາ ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກຫ້ອງການເມືອງກົມໃຫຍ່ພະລາທິການ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນຜັນ ທໍາມະວົງ ເລຂາໜ່ວຍພັກ ຫົວໜ້າອໍານວຍການໂຮງງານຜະລິດເຂົ້າແຫ້ງກອງທັບ ໄດ້ຂື້ນຜ່ານບົດລາຍງານການເມືອງທັງສອງພາກ, ຕີລາຄາໝາກຜົນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ໃນໄລຍະຊຸມປີຜ່ານມາ ຊຶ່ງໜ່ວຍພັກໂຮງງານຜະລິດເຂົ້າແຫ້ງ ເປັນໜ່ວຍພັກເອກະລາດໜຶ່ງທີ່ຂຶ້ນກັບ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກອົງການກົມໃຫຍ່ພະລາທິການໂດຍກົງຮອບດ້ານ, ສາຍວິຊາສະເພາະແມ່ນຂຶ້ນກັບກົມອຸປະໂພກ-ບໍລິໂພກ, ໜ້າທີ່ການເມືອງຕົ້ນຕໍແມ່ນຜະລິດເຂົ້າແຫ້ງຮັບໃຊ້ກອງທັບ, ໂດຍສະເພາະແມ່ນຕອບສະໜອງໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ, ປັດຈຸບັນໜ່ວຍພັກມີສະມາຊິກພັກທັງໝົດ 19 ສະຫາຍ, ສະມາຊິກພັກສົມບູນ 17 ສະຫາຍ ຍິງ 11 ສະຫາຍ, ສຳຮອງ 2 ສະຫາຍ, ອັດຕາສ່ວນນຳພາຂອງສະມາຊິກພັກກວມ 75%, ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄວ້າ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກ, ເຂົ້າຮ່ວມຟັງການປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ວຽກງານກໍ່ສ້າງພັກ, ພະນັກງານ, ນະໂຍບາຍ, ອົງການຈັດຕັ້ງມະຫາຊົນ, ໄດ້ຮັບການຈັດຕັ້ງຍ້ອງຍໍ ແລະ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ສະໄໝຕິດຕໍ່ກັນ, ຂະຫຍາຍສະມາຊິກພັກແມ່ນຖືເອົາຄຸນນະພາບເປັນສຳຄັນ, ແທດເໝາະກັບຄວາມເປັນຈິງ, ວຽກງານຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດສ້າງລາຍຮັບ, ໂດຍສະເພາະແມ່ນການຜະລິດເສັ້ນເຝີ, ເຂົ້າຊອຍ, ເຂົ້າປຽກຊຽງຂວາງ ແລະ ເສັ້ນໝີ່ເຫຼືອງອອກຈຳໜ່າຍສູ່ສັງຄົມທົ່ວໄປ, ໃນຊຸມປີຜ່ານມາແມ່ນສາມາດຜະລິດໄດ້ຕາມແຜນການທີ່ຂັ້ນເທິງກໍານົດໃຫ້, ຜະລິດເສັ້ນເຝີໄດ້ທັງໝົດ 76.860 ກິໂລ, ເຂົ້າຊອຍ 5.160 ກິໂລ, ເຂົ້າປຽກ 6.780 ກິໂລ, ການຫາລາຍໄດ້ຈາກອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ແລະ ກຳມະບານ, ຈຳນວນເງິນ 38.750.000 ກີບ, ຄິດສະເລ່ຍໃສ່ຫົວຄົນຜູ້ໜຶ່ງແມ່ນ 2.156.000 ກີບຕໍ່ຄົນຕໍ່ປີໄດ້ຕາມແຜນການທີ່ກຳນົດໄວ້.
ກອງປະຊຸມຄັ້ງນີ້ ຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງຢ່າງກົງໄປກົງມາ ແລະ ເອກະພາບຕໍ່ທິດທາງແຜນການນໍາພາຂອງໜ່ວຍພັກແຕ່ນີ້ຮອດປີ 2028, ຈາກນັ້ນໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍໂຮງງານຜະລິດເຂົ້າແຫ້ງຊຸດໃໝ່ ຊຶ່ງເລືອກເອົາ ພັນຕີ ບຸນຜັນ ທໍາມະວົງ ເປັນເລຂາໜ່ວຍພັກ, ພັນຕີ ຫຼ້າຊ້ອຍ ພັນທະລາ ເປັນຮອງເລຂາ, ພັນຕີ ອຸລາ ທໍາມະວົງ, ພັນຕີ ວັນນາ ວົງສັກດາ ແລະ ພັນຕີ ວຽງສະໄໝ ອຸດທະລັງສີ ເປັນກໍາມະການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ໂອ້ລົມ ໂດຍໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່, ພະນັກງານ-ສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເປັນກົກ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຫັນເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ຕິດແທດກັບແຜນງານ, ໂຄງການອັນລະອຽດຂອງກົມກອງ, ເຊີດຊູນໍ້າໃຈຄວາມຮັບຜິດຊອບຂອງຄະນະໜ່ວຍພັກ ດ້ວຍຈິດໃຈບຸກທະລຸເຂົ້າໃສ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ເດັດດ່ຽວແກ້ໄຂແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ເອື່ອຍອີງ, ຂາດຄວາມປັນເຈົ້າຕົນເອງ, ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຈະແຈ້ງ, ຕິດຕາມກວດກາຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອສົ່ງເສີມດ້ານຕັ້ງໜ້າ, ແກ້ໄຂສິ່ງຫຍໍ້ທໍ້ໃຫ້ທັນການ, ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດກາເມືອງພາຍໃນພັກໃຫ້ເປັນປົກກະຕິ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງກົມກອງ ໃນການສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂຶ້ນເທື່ອລະກ້າວ.
ຂ່າວ: ກົມໃຫຍ່ພະລາທິການ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ