ຄອສພ ສະຫຼຸບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 68 ຄັ້ງ | ເວລາ | 2023-04-11 04:59:48
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ ໃນວັນທີ 29 ມີນາ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ຄອສພ; ເປັນກຽດໃນພິທີມີ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນພິທີ, ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານ ດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້, ຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ ຄອສພ ແມ່ນມີຄວາມເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ, ຢຶດໝັ້ນຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ນໍາພາສະມາຊິກພັກ-ພະນັກງານໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກ ແໜ້ນ, ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ, ດໍາເນີນຊີວິດການເມືອງຂອງໜ່ວຍພັກ, ຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນໜ່ວຍພັກ, ນໍາພາ ແລະ ຊີ້ນໍາການເຄົາລົບ ແລະ ປະຕິບັດຕາມລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ, ຄະນະພັກ ຄອສພ ໄດ້ນໍາພາປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິພາບສູງ ໃນການນໍາພາດ້ານການເມືອງ-ແນວຄິດ, ການ ຈັດຕັ້ງ, ວິຊາສະເພາະ, ການພັດທະນາເສດຖະກິດ-ສັງຄົມ ທີ່ຢູ່ໃນຂອບເຂດການນໍາພາຂອງໜ່ວຍພັກ ຕົນ, ນໍາພາແກ້ໄຂຄວາມທຸກຍາກຂອງສະມາຊິກພັກ-ພະນັກງານ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ, ນໍາພາປັບປຸງບູລະນະອົງການປົກຄອງ, ອົງການຈັດຕັ້ງມະຫາຊົນທີ່ຢູ່ໃນຂອບເຂດການຈັດຕັ້ງຂອງຕົນ ແລະ ເຄື່ອນໄຫວຕາມພາລະບົດບາດ ເພື່ອສ້າງໃຫ້ອົງການເຫຼົ່ານັ້ນມີຄວາມເຂັ້ມແຂງ ເປັນກໍາລັງແຮງໃນການ ຈັດຕັ້ງປະຕິບັດແຜນການ, ໂຄງການຂອງໜ່ວຍພັກ ໃຫ້ມີຜົນສໍາເລັດ ແລະ ເອົາໃຈໃສ່ວຽກງານອື່ນໆ.
ໃນພິທີ, ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2022 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປີ 2022. ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 3, 4 ພ້ອມທັງມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຕໍາແໜ່ງບໍລິຫານປະເພດ 3, 4 ແລະ ຂໍ້ຕົກລົງບໍານານ.
ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນໃນພິທີ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານ ກໍຄືຜົນສໍາເລັດທີ່ຍາດມາໄດ້, ຈາກນັ້ນ ທ່ານຍັງໄດ້ເນັ້ນໜັກຕື່ມວ່າ: ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອໜ່ວຍພັກໃຫ້ຍືນຍົງ, ໜ່ວຍພັກໃດທີ່ຍັງບໍ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ, ໜັກແໜ້ນ ຈົ່ງສືບຕໍ່ສູ້ຊົນບຸກບືນຫ້າວຫັນຕື່ມ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ, ສືບຕໍ່ປະຕິ ບັດຂໍ້ແຂ່ງຂັນ, ຮັກຊາດ ແລະ ພັດທະນາ ໃຫ້ກາຍເປັນຜູ້ຊ່ຽວຊານ, ສືບຕໍ່ເອົາໃຈໃສ່ວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.
(ຂ່າວ-ພາບ: ແສງຈັນ, ພັດ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ