ອກລ ຈັດກອງປະຊຸມວຽກງານກໍ່ສ້າງ ພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 74 ຄັ້ງ | ເວລາ | 2023-04-11 04:57:49
ວັນທີ 28 ມີນານີ້ ທີ່ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດກອງປະຊຸມກ່ຽວກັບວຽກງານກໍ່ສ້າງ ພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງ ອກລ ແລະ ເຜີຍແຜ່ນິຕິກຳກ່ຽວກັບວຽກງານພັກ-ພະນັກງານ, ຜົນສຳເລັດກອງ ປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.
ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳ ຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ, ມີສະຫາຍ ຮອງເລຂາຄະນະພັກ ຮອງປະທານ ອກລ, ມີກຳມະການຄະນະພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ບັນດາຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ເຜີຍແຜ່ເອກະສານທີ່ສຳຄັນເປັນຕົ້ນ: ມະຕິວ່າດ້ວຍການຕີລາຄາພະນັກ ງານ ສະບັບເລກທີ 21/ກມສພ, ລົງວັນທີ 9/11/2022; ຄຳສັ່ງວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; ຄຳແນະນຳການຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ສະບັບເລກທີ 25/ຄຈສພ, ລົງວັນທີ 24/1/2023; ບົດໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2022; ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ແລະ ທິດທາງໜ້າທີ່ໃນປີ 2023 ຂອງ ອກລ ແລະ ຕາງໜ້າແຕ່ລະໜ່ວຍພັກ, ກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ.
ພ້ອມດຽວກັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ເປັນຕົ້ນແມ່ນຜົນສຳເລັດໃນໄລຍະ 1 ປີ ຜ່ານມາ, ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນອົງການຄຸ້ມຄອງ, ເພື່ອເປັນບ່ອນອີງໃຫ້ແກ່ການກໍ່ສ້າງ-ບຳລຸງ, ສັບຊ້ອນ, ຈັດວາງ, ແຕ່ງຕັ້ງ, ຫັນເອົາພະນັກງານຫຼັກແຫຼ່ງ ແລະ ວິຊາການຈຳນວນໜຶ່ງ ເພື່ອສ້າງເປັນພະນັກ ງານສືບທອດປ່ຽນແທນ ທັງເປັນການຊອກໃຫ້ເຫັນພະນັກງານໜຸ່ມ ທີ່ມີຄວາມຮູ້, ຄວາມສາມາດ ໄດ້ຜ່ານຂະບວນການເຮັດວຽກຕົວຈິງ ເພື່ອປະກອບເຂົ້າໃນການຈັດຕັ້ງຂັ້ນຕ່າງໆ; ໂດຍສະເພາະໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງ ຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ, ລົງວັນທີ 29/9/2021, ບັນດາແຈ້ງການ ແລະ ຄຳແນະນຳຕ່າງໆຂອງພັກ-ລັດໃຫ້ຮັບປະກັນຄຸນນະພາບໄດ້ດີ; ພ້ອມນັ້ນ ສະຫາຍ ຍັງໄດ້ເນັ້ນໜັກບາງບັນຫາດັ່ງນີ້: 1. ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ ໃຫ້ສະມາຊິກພັກ-ພະນັກງານ ເພື່ອຕັ້ງໜ້າຝຶກຝົນ ຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນຳໜ້າຂອງພັກ ຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ-ສະມາຊິກພັກ; 2. ເພີ່ມທະວີການກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາຊິກພັກ ໃຫ້ແຂງແຮງກວ່າເກົ່າ, ຄຸ້ມຄອງ ຕິດຕາມ, ກວດກາ ການປະຕິບັດໜ້າທີ່, ການເຂົ້າຮ່ວມຊີວິດຂອງສະມາຊິກພັກໃນໜ່ວຍພັກຕົນ, ຫຼີກເວັ້ນການປະຕິບັດໜ້າທີ່ລະເມີດບັນດາຂໍ້ຫ້າມທີ່ກຳນົດໄວ້ໃນກົດລະບຽບພັກ; 2. ເອົາໃຈໃສ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ, ມີຄວາມອົດທົນ, ມີຈັນຍາບັນ, ຈັນຍາທຳ, ມີຄວາມໂປ່ງໃສ, ທ່ຽງທຳ ໃນການປະຕິບັດໜ້າທີ່ວຽກງານ.
(ຂ່າວ: ອກລ; ພາບ: ສຳນານ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ