ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນເມສາ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 17 ຄັ້ງ | ເວລາ | 2024-04-28 11:32:45
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 25 ແລະ ປິດລົງໃນຕອນເຊົ້າວັນທີ 26 ເມສາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2024.
ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພ້ອມກັນນີ້ ໃຫ້ບັນດາຂະແໜງການກ່ຽວຂ້ອງສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມໃນເດືອນພຶດສະພາ ເປັນຕົ້ນ:
ສຸມໃສ່ກະກຽມຄວາມພ້ອມດ້ານເນື້ອໃນ ເພື່ອລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ທີ່ຈະຈັດຂຶ້ນໃນຕໍ່ໍ່ໜ້ານີ້;
ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງກົມການເມືອງສູນກາງພັກ ຕາມມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ເອີ້ນວ່າ “ສອຈ’’ ໃນໄລຍະໃໝ່ ໃຫ້ເປັນແຜນວຽກ, ແຜນງານ ແລະ ມາດຕະການຕົວຈິງ ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດວຽກງານຂອງຂະ ແໜງການຕົນ;
ເປັນເຈົ້າການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 381/ນຍ, ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການແກ້ໄຂຜົນການກວດສອບ; ແລະ ມະຕິຂອງລັດຖະບານ ສະບັບເລກທີ 17/ລບ, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023.
ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍຈັດຕັ້ງປະຕິບັດບັນດາມາດຕະການ, ນິຕິກໍາ ທີ່ຄະນະສະເພາະກິດ 19/ກມສພ ວາງອອກໃຫ້ເປັນຮູບປະທຳຕົວຈິງ ເພື່ອແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂບັນຫານໍ້າມັນເຊື້ອໄຟ ດ້ວຍຫຼາຍວິທີ ແລະ ຫຼາຍມາດຕະການ ເພື່ອບໍ່ໃຫ້ຕົກຢູ່ໃນສະພາບຂາດເຂີນນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ສົ່ງເສີມການຜະລິດ ເພື່ອບໍລິໂພກ ແລະ ທົດແທນການນໍາເຂົ້າ, ການແກ້ໄຂໜີ້ສິນຕ່າງປະທດ, ການຊຸກຍູ້ການສົ່ງອອກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາໃຫ້ຫຼາຍຂຶ້ນ; ການດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການລົງທຶນຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ;
ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ ຈາກທຸກແຫຼ່ງລາຍຮັບ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ໃນນັ້ນ ໃຫ້ເລັ່ງຫັນການເກັບລາຍຮັບເປັນທັນສະໄໝ ຄຽງຄູ່ກັບການແກ້ໄຂຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ; ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດແຜນລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ;
ສືບຕໍ່ສຸມໃສ່ຊຸກຍູ້ຕິດຕາມ, ກວດກາໂຄງການລົງທຶນຂະໜາດໃຫຍ່ ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດຕາມແຜນ ໂດຍສະເພາະ ບັນດາໂຄງການພະລັງງານໄຟຟ້າ ທີ່ຈະຂາຍໄຟໄປປະເທດໃກ້ຄຽງ, ໂຄງການທາງດ່ວນ, ໂຄງການເຂດເສດຖະກິດພິເສດ ແລະ ໂຄງການອື່ນໆ ລວມທັງ ການແກ້ໄຂບັນຫາການສະໜອງໄຟຟ້າພາຍໃນ ໃຫ້ພຽງພໍ ຕາມທີ່ລັດຖະບານ ໄດ້ຊີ້ນຳຜ່ານມາ;
ສືບຕໍ່ຊຸກຍູ້ຕິດຕາມ, ກວດກາບັນດາບໍລິສັດຂຸດຄົ້ນບໍ່ແຮ່ ໃນຂອບເຂດທົ່ວປະເທດ ໂດຍໃຫ້ເອົາໃຈໃສ່ປະຕິ ບັດມາດຕະການ ປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ, ຖ້າຫາກມີການລະເມີດ ກໍຕ້ອງມີມາດຕະການແກ້ໄຂທີ່ເຂັ້ມງວດ, ເດັດຂາດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ;
ສືບຕໍ່ປັບປຸງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງໃນເທດສະບານບັນດາຕົວເມືອງ, ແຂວງຕ່າງໆທີ່ເປ່ເພ່ ໃຫ້ສໍາເລັດກ່ອນລະດູຝົນ;
ສືບຕໍ່ແກ້ໄຂບັນຫາມົນລະພິດທາງອາກາດ ໂດຍສະເພາະການຈູດປ່າ ເພື່ອທຳການຜະລິດ ໂດຍສົມທົບກັບອົງການປົກຄອງທ້ອງຖິ່ນ ເພີ່ມທະວີໃນການຕິດຕາມຢ່າງໃກ້ຊິດ; ຕິດຕາມບັນຫາຝຸ່ນລະອອງ PM 2.5 ທີ່ອາດຈະກະທົບຕໍ່ສຸຂະພາບຂອງປະຊາຊົນ; ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກຽມແຜນຮັບມືບັນຫາໄພພິບັດທາງທຳມະຊາດ ແລະ ບັນຫາສະພາບອາກາດຮ້ອນ ດ້ວຍວິທີທີ່ເໝາະສົມ ແລະ ແຈ້ງໃຫ້ສັງຄົມຮັບຊາບ ເປັນແຕ່ລະໄລຍະ ຢ່າງທັນການ.
ສືບຕໍ່ປະຕິບັດແຜນຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ວຽກງານ 3 ສ້າງ; ສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາຢູ່ຈຸດທີ່ຍັງບໍ່ທັນມີຄວາມສະຫງົບດີ; ເອົາໃຈໃສ່ວຽກງານຄຸ້ມຄອງຊາຍແດນ, ເລັ່ງໃສ່ການເຄື່ອນໄຫວລາດຕະເວນ, ສະກັດກັ້ນອັດປ່ອງຂ້າມລອຍ, ເຂົ້າເມືອງຜິດກົດໝາຍ, ຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວສັງຄົມ ດ້ວຍຫຼາຍຮູບການ ແລະ ທັນສະພາບການ ໂດຍສະເພາະ ບັນຫາຄາດຕະກໍາ, ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ບັນຫາອາວຸດເຖື່ອນ, ບັນຫາມົ້ວສຸມ ແລະ ໃຊ້ສານເສບຕິດປະເພດຕ່າງໆ ຢູ່ຕາມສະຖານທີ່ບັນເທີງ ແລະ ສະຖານທີ່ອື່ນໆ;
ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ; ສືບຕໍ່ກະກຽມໃຫ້ແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ພ້ອມທັງ ເອົາໃຈໃສ່ຜັນຂະຫຍາຍຜົນການເຄື່ອນໄຫວ ໃຫ້ມີຜົນສຳເລັດ.
ສຳລັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ, ລົງວັນທີ 21 ກໍລະກົດ2023 ກອງປະຊຸມມອບໃຫ້ບັນດາຂະ ແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ແລະ ປະຕິບັດບັນດາມາດຕະການໃໝ່ ຕາມທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານ ໃນນັ້ນ ກໍໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າມາດຕະການທາງດ້ານການເງິນ ເປັນຕົ້ນການເກັບພາສີຂາອອກ ສຳລັບການສົ່ງອອກວັດຖຸດິບ ທີ່ບໍ່ທັນໄດ້ປຸງແຕ່ງ ເພື່ອຈຳກັດການສົ່ງອອກວັດຖຸດິບ ແລະ ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບພາຍໃນ.
ຕໍ່ກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂການປະລະການຮຽນຂອງນັກຮຽນ, ກອງປະຊຸມມອບໃຫ້ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນສືບຕໍ່ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສຳເລັດ ແລະ ທັນລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງເບື້ອງຕົ້ນກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030); ການຕີລາຄາການຈັດຕັ້ງປະຕິບັດແຜນພັດນາເສດຖະ ກິດ-ສັງຄົມ, ແຜນເງິນຕາ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ. ກອງປະຊຸມມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງບັນດາເນື້ອໃນເອກະສານດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສຳເລັດ ແລະ ທັນລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021-2030 ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດໄລຍະເວລາ ຂອງຍຸດທະສາດ ໃຫ້ສອດ ຄ່ອງກົມກຽວກັບໄລຍະເວລາຂອງແຜນພັດທະນາເສດຖະກິດ-ສັງຄົມ; ປັບປຸງບາງຄໍາສັບ ທີ່ຍັງບໍ່ທັນສອດຄ່ອງ; ການກຳນົດໜ້າວຽກ ແລະ ການມີສ່ວນຮ່ວມຂອງຂະແໜງການຕ່າງໆ ໃຫ້ຄົບຖ້ວນຕື່ມ; ການນິຍາມຄຳສັບ ໃຫ້ຈະແຈ້ງຊັດເຈນ; ພ້ອມທັງ ໃຫ້ພິຈາລະນານຳໄປຈັດກອງປະຊຸມສຳມະນາລະດົມຄວາມຄິດເຫັນຕື່ມ ເພື່ອເຮັດໃຫ້ແຜນຍຸດທະສາດດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດ ກ່ຽວກັບຜູ້ອາຍຸສູງ ໄລຍະ 10 ປີ ໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກໍານົດໄລຍະເວລາ 10 ປີ ຮອດປີ 2035, ການຈັດລຽງເນື້ອໃນໂຄງຮ່າງຍຸດທະສາດ; ການນໍາໃຊ້ຄໍາສັບເຕັກນິກໃຫ້ສອດຄ່ອງກັບຕົວຈິງຕື່ມ; ການກຳນົດບັນດາກິດຈະກຳ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ອາຍຸສູງ ທີ່ມີຜົນງານ, ລວມທັງການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ຜູ້ອາຍຸສູງ ສາມາດເຂົ້າເຖິງການບໍລິການສາທາລະນະ ໃຫ້ຈະແຈ້ງຕື່ມ; ການກຳນົດບາງນະໂຍບາຍ ຕໍ່ຜູ້ອາຍຸສູງ ກໍ່ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 (ສະບັບປັບປຸງ) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານໃຫ້ມີເນື້້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ, ຄົບຖ້ວນສົມບູນ ເປັນຕົ້ນສັງລວມບາງປະໂຫຍກ ໃຫ້ສັ້ນກະທັດຮັດ ແລະ ອະທິບາຍບາງຄຳສັບ ໃຫ້ຈະ ແຈ້ງຕື່ມ; ຈັດລຽງເນື້ອໃນເປັນໝວດໝູ່ ແລະ ກົມກຽວກັນ; ເພີ່ມເນື້ອໃນ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກອບເອກະສານທີ່່ກ່ຽວຂ້ອງໃຫ້ຄົບຖ້ວນ.
ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນ ກຳນົດລາຍການໃຫ້ລະອຽດ ອັນໃດອະນຸຍາດ, ອັນໃດບໍ່ອະນຸຍາດ; ການກໍານົດໜ່ວຍງານຄຸ້ມຄອງໄຊເຕັດ ໃຫ້ສອດຄ່ອງກັບພາລະບົດບາດຂອງຂັ້ນຄຸ້ມຄອງຄັກແນ່; ຮຽບຮຽງຄືນເນື້ອໃນ ໃຫ້ສອດຄ່ອງກັບສົນທິສັນຍາໄຊເຕັດ ກໍຄືສົນທິສັນຍາສາກົນອື່ນໆທີ່ກ່ຽວຂ້ອງ.
ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະ ບານ ຈົ່ງນຳເອົາແຜນວຽກຈຸດສຸມເດືອນພຶດສະພາ ໄປຜັນຂະຫຍາຍເປັນແຜນຈັດຕັ້ງປະຕິບັດວຽກງານ ຂອງຂະແໜງ ການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ປະກອບບຸກຄະລາກອນເຄື່ອນໄຫວຊຸກຍູ້ຊ່ວຍເຫຼືອວຽກງານຢູ່ທ້ອງຖິ່ນ ຕາມຄວາມເໝາະສົມ ແລະ ກຳນົດຄາດໝາຍເວລາສຳເລັດທີ່ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ, ເຄື່ອນໄຫວວຽກງານ ຢ່າງແຂງແຮງ ແລະ ໄດ້ຮັບຜົນດີ.
ແຫຼ່ງ: ປະຊາຊົນ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ