ປະທານປະເທດ ພົບປະກັບ ພະມະຫາກະສັດ ກໍາປູເຈຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 13 ຄັ້ງ | ເວລາ | 2024-04-26 22:52:33
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 23 ເມສາ ນີ້, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ 23 ເມສາ 2024 ທີ່ ພະຣາຊະວັງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ.
ພາຍຫຼັງສໍາເລັດພີທີຕ້ອນຮັບ, ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດນີ້, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້. ຂະນະດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນທີ່ເຕັມປ່ຽມໄປດ້ວຍໄມຕີຈິດມິດຕະພາບ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ. ການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ຂອງ ພະນະທ່ານ ທອງລຸນ ສີສຸລິດ ຖືເປັນການຢ້ຽມຢາມທາງລັດຖະກິດ ຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີຄວາມໝາຍສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີຄ້າຍຄືກັນ ມີມູນເຊື້ອແຫ່ງການພົວພັນອັນດີມາແຕ່ບູຮານນະການ.
ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໃນປີ 2019 ສອງປະເທດກໍໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ສອງປະເທດສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ການນໍາຂັ້ນສູງສຸດຂອງສອງປະເທດ ມີຄວາມໃກ້ຊິດ ແລະ ສະໜິດສະໜົມກັນ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1956 ມາເຖິງປັດຈຸບັນ ເປັນເວລາເກືອບ 68 ປີ, ສປປ ລາວ ຖືວ່າ ຣາຊະອານາຈັກ ກໍາປູເຈຍ ເປັນເພື່ອນບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງດອງ, ມີສາຍພົວພັນທີ່ມີມູນເຊື້ອອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊ ເຂດປົດປ່ອຍຂອງລາວ ອັນໄດ້ເປັນກຳລັງໃຈອັນຍິ່ງໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ສູ້ປົກປ້ອງອະທິປະໄຕຂອງຕົນ ໃນເມື່ອກ່ອນ, ພາຍຫຼັງສະຖາປະນາ ສປປ ລາວ ແລະ ຟື້ນຟູ ຣາຊະອານາຈັກ ກຳປູເຈຍ, ພະບາດ ສົມເດັດ ໂນໂຣດົມ ສີຫານຸ ກໍໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍ ຊຶ່ງ ສປປ ລາວ ຖືວ່າ ພະອົງແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ຍ້ອນການພົວພັນລະດັບສູງສຸດດັ່ງກ່າວນີ້ ຈຶ່ງເຮັດໃຫ້ສອງປະເທດ ລາວ-ກໍາປູເຈຍ ມີມິດຕະພາບ ແລະ ການພົວພັນທີ່ດູດດື່ມຕະຫຼອດມາ ທັງໄດ້ເພິ່ງພາອາໃສຊຶ່ງກັນ ແລະ ກັນ ສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງໄດ້ມອບຊ້າງ ຈຳນວນ 2 ເຊືອກ ຄື ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄືປະຊາຊົນກຳປູເຈຍ ໃນໂອກາດມາຢ້ຽມຢາມໃນຄັ້ງນີ້.
ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຮ່ວມກັນຊຸກຍູ້ ໃຫ້ລັດຖະບານທັງສອງປະເທດສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການຕົກລົງຮ່ວມກັນ ລະຫວ່າງ ສອງລັດຖະບານ ລາວ ແລະ ກໍາປູເຈຍ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດຊາດ ກໍຄືປະຊາຊົນສອງຊາດ ລາວ-ກໍາປູເຈຍ, ໂດຍສະເພາະບັນດາຜົນການຕົກລົງ ແລະ ເອກະສານທີ່ລົງນາມຮ່ວມກັນ ໃນໂອກາດທີ່ ສົມເດັດ ມະຫາ ບໍວໍ ທິບໍດີຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນມີນາ 2024 ຜ່ານມາ, ທັງຍັງເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄວ້ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ຊຶ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ແລະ ຈິງໃຈ ຊຶ່ງຈະເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ກໍຄືປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ສະເດັດ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ໃນໄລຍະໃໝ່ ຊຶ່ງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະແດງຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ສປປ ລາວ.
ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.
ຂ່າວ-ພາບ: ກະຊວງການຕ່າງປະເທດ,ພາບ:ຂປລ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ