ລາວ-ເອີຣົບ ຈັດກອງປະຊຸມທົບທວນການຮ່ວມມືປະຈໍາປີ
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 36 ຄັ້ງ | ເວລາ | 2023-11-06 15:21:52
ລັດຖະບານ ສປປ ລາວ ແລະ ທີມເອີຣົບ ໄດ້ຈັດກອງປະຊຸມທົບທວນການຮ່ວມມືປະຈໍາປີ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 3 ພະຈິກ ຜ່ານມາ,ເປັນປະທານຮ່ວມໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ອີນາ ມາຊິວລິໂອນີເເຕ(Ina MARCIULIONYTE) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ; ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງລັດຖະບານ ສປປ ລາວ ເປັນຕົ້ນແມ່ນ ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພາຍໃນ, ກະຊວງອຸດສະຫາກຳ ແລະ ການຄ້າ, ກະຊວງຍຸຕິທຳ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ; ພ້ອມດຽວກັນນີ້ ມີບັນດາຄູ່ຮ່ວມພັດທະນາທີມເອີຣົບເຊັ່ນ: ສະຫະພາບເອີຣົບ, ແບນຊິກ, ແຟັງລັງ, ຝຣັ່ງ, ເຢຍລະມັນ, ຮົງກາລີ, ອຽກລັງ, ລຸກຊໍາບວກ ແລະ ສະວິດເຊີແລນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອນໍາສະເໜີ ແລະ ສົນທະນາແລກປ່ຽນບັນດາຂະແໜງບຸລິມະສິດການຮ່ວມມື ແຜນງານ/ໂຄງການຕ່າງໆ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ພາຍໃຕ້ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ທີມເອີຣົບ ສໍາລັບໄລຍະ 2021-2025.
ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ທີມເອີຣົບ ສໍາລັບໄລຍະ 2021-2025 ແມ່ນເພື່ອສະໜອງການຊ່ວຍເຫຼືອສ້າງເສດຖະກິດສີຂຽວ ແລະ ມີສ່ວນຮ່ວມ, ການພັດທະນາທຶນມະນຸດ ແລະ ການຄຸ້ມຄອງບໍລິຫານລັດທີ່ເຂັ້ມແຂງ ອັນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (ແຜນ 9). ຄໍາໝາຍໝັ້ນທີ່ຈະຊ່ວຍເຫຼືອທາງດ້ານການເງິນຂອງທີມເອີຣົບ ສໍາລັບໄລຍະ 2021-2025 ຄາດວ່າຈະມີການເພີ່ມການຊ່ວຍເຫຼືອຂຶ້ນຕື່ມ ຈາກເບື້ອງຕົ້ນທີ່ຄາດຄະເນຈະຢູ່ປະມານ 550 ລ້ານເອີໂຣ ຈະເພີ່ມຂຶ້ນເປັນ 580 ລ້ານເອີໂຣ. ອີງຕາມຂໍ້ມູນເດືອນກັນຍາ 2023, ເຫັນວ່າງົບປະມານ ທັງໝົດຈໍານວນ 505 ລ້ານ ເອີໂຣ ແມ່ນໄດ້ຈັດສັນເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການ/ແຜນງານໃໝ່ແລ້ວ; ກອງປະຊຸມໄດ້ຮັບຟັງການລາຍງານໃຫ້ຮູ້ກ່ຽວກັບ ຜົນການທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດແຜນ 9, ບັນດາໝາກຜົນສໍາເລັດອັນສໍາຄັນ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແລະ ແຜນການໃນຕໍ່ໜ້າຂອງບັນດາແຜນງານ/ໂຄງການ ທີ່ໄດ້ຮັບທຶນຊ່ວຍເຫຼືອພາຍໃຕ້ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ທີມເອີຣົບ; ລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ທີມເອີຣົບ ຍັງໄດ້ສະແດງຄວາມຕັ້ງໃຈຈິງທີ່ຈະສືບຕໍ່ສ້າງ ຄວາມເຂັ້ມແຂງໃຫ້ການຮ່ວມມືທັງໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເວົ້າສະເພາະໃນບັນດາຂະແໜງການເສດຖະກິດສີຂຽວ ທີ່ເນັ້ນໃສ່ການລົງທຶນທີ່ມີຄຸນນະພາບ ເພື່ອປະກອບສ່ວນໃຫ້ມີການຂະຫຍາຍຕົວທາງເສດຖະກິດທີ່ມີສ່ວນຮ່ວມ ແລະ ຍືນຍົງ ພ້ອມທັງການສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ. ສິ່ງເຫຼົ່ານີ້ນັບວ່າ ເປັນຈຸດປະສົງບຸລິມະສິດຂອງຍຸດທະສາດເອີຣົບວ່າດ້ວຍການເປີດປະຕູສູ່ສາກົນ.ທ່ານ ນາງ ອີນາ ມາຊິວລິໂອນີແຕ ໄດ້ກ່າວວ່າ: “ຕົວຢ່າງທີ່ດີຂອງຈຸດປະສົງການເຊື່ອມຈອດທີ່ມີຄຸນນະພາບ ລະຫວ່າງ ສປປ ລາວ ກັບ ເອີຣົບ ແມ່ນການຊ່ວຍເຫຼືອຂອງເອີຣົບ ທີ່ໄດ້ສະໜອງໃຫ້ການພັດທະນາຕ່ອງໂສ້ການຜະລິດກາເຟ, ຊາ ແລະ ໄມ້ ຢູ່ ສປປ ລາວ. ຜະລິດຕະພັນເຫຼົ່ານີ້ ທີ່ ເອີຣົບ ຄ້າຂາຍ ກັບ ສປປ ລາວ ໄດ້ປະກອບສ່ວນສ້າງຜົນປະໂຫຍດຫຼາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາຊຸມຊົນໃນເຂດຊົນນະບົດ ກໍຄືການປົກປັກຮັກສາປ່າໄມ້. ພວກເຮົາ ສັງເກດເຫັນຜົນໄດ້ຮັບຄືດັ່ງທີ່ກ່າວມານັ້ນ ໃນໄລຍະທີ່ຄະນະນໍາຂອງບັນດາຄູ່ຮ່ວມພັດທະນາທີມເອີຣົບ ຮ່ວມກັບ ຄູ່ຮ່ວມງານພາກລັດ ລົງຕິດຕາມເບິ່ງການຈັດຕັ້ງປະຕິບັດການຊ່ວຍເຫຼືອຕົວຈິງຢູ່ພາກສະໜາມ ເມື່ອຕົ້ນປີນີ້”;ຫົວໜ້າຄະນະຄູ່ຮ່ວມພັດທະນາທີມເອີຣົບ ທ່ານອື່ນໆລ້ວນແຕ່ໃຫ້ຄໍາໝາຍໝັ້ນທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດ ບົນພື້ນຖານຕ່າງຝ່າຍຕ່າງເຄົາລົບຊຶ່ງກັນ ແລະ ກັນ, ຄວາມໄວ້ວາງໃຈ ແລະ ຄໍາໝາຍໝັ້ນຮ່ວມກັນ ເພື່ອບັນລຸບັນດາເປົ້າໝາຍລວມ ຕະຫຼອດເຖິງວາລະສາກົນ 2030.
ທ່ານ ນາງ ພອນວັນ ອຸທະວົງໄດ້ສະຫຼຸບວ່າ: ການປະກອບສ່ວນຂອງທີມເອີຣົບ ເຂົ້າໃນການພັດທະນາ ສປປ ລາວ ຕະຫຼອດໃນຊຸມປີທີ່ຜ່ານມາ ແມ່ນມີຄວາມໝາຍຄວາມສໍາຄັນໃຫ້ຫຼາຍຂະແໜງການ ແລະ ຂົງເຂດຊຶ່ງທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈນໍາບັນດາຄູ່ຮ່ວມພັດທະນາທີມເອີຣົບ ສໍາລັບຄວາມທຸ້ມເທໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ບັນລຸບັນດາຈຸດປະສົງດ້ານການພັດທະນາປະເທດ.
(ຂ່າວ-ພາບ: ກຊວງ ຜທ)
ປະຊາຊົນ / 06-11-2023
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ