ສະພາປະຊາຊົນສາລະວັນ ແລະນະຄອນດານັງ ເຊັນບົດບັນທຶກຮ່ວມມື 2023-2027
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 40 ຄັ້ງ | ເວລາ | 2023-11-06 15:20:41
ໂດຍປະຕິບັດຕາມເນື້ອໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ໄລຍະ 2023-2027 ລະຫວ່າງ ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ນະຄອນດານັງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄັ້ງວັນທີ 5 ກໍລະກົດ 2022. ໃນວັນທີ 3 ພະຈິກ ຜ່ານມາຢູ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນສອງແຂວງ. ສຳລັບຄະນະຜູ້ແທນ ສະພາປະຊາຊົນແຂວງສາລະວັນ ໂດຍມີ ທ່ານ ສີເຮັງ ຫອມສົມບັດຮອງເລຂາພັກແຂວງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນແຂວງສາລະວັນ ເປັນຫົວໜ້າຄະນະ ແລະ ທ່ານ ນາງ ຫວຽນ ທິ ແອັງ ທີກໍາມະການພັກນະຄອນຮອງປະທານສະພາປະຊາຊົນນະຄອນດານັງ ເປັນຫົວໜ້າຄະນະ.
ການພົບປະແລກປ່ຽນຄັ້ງນີ້ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນຈະສືບຕໍ່ປະຕິບັດບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ໄລຍະ 2023-2027 ລະຫວ່າງ ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ນະຄອນດານັງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕາມເນື້ອໃນທີ່ກ່ຽວຂ້ອງກັບສິດໜ້າທີ່, ພາລະບົດບາດ ແລະ ການເຄື່ອນໄຫວຂອງສະພາປະຊາຊົນສອງທ້ອງຖິ່ນ, ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານຂອງສະພາປະຊາຊົນສອງທ້ອງຖິ່ນ ສາລະວັນ-ດານັງ, ແນໃສ່ເປັນພື້ນຖານໃຫ້ແກ່ສອງຝ່າຍ ໃນການແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ ແລະ ຍົກສູງຜົນສໍາເລັດຂອງການຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບ ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມພົບປະ 2 ປີ/ຄັ້ງ ແລະ ຈັດຕັ້ງການຢ້ຽມຢາມ ແລະ ເຮັດວຽກຢ່າງບໍ່ເປັນທາງການຮ່ວມກັນ, ພິທີພົບປະຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ນະຄອນດານັງ ໃນປີ 2025, ສ່ວນວັນເວລາລະອຽດ ສອງຝ່າຍຈະໄດ້ປຶກສາຫາລື, ເປັນເອກະພາບຮ່ວມກັນ ແລະ ແຈ້ງໃຫ້ກັນຊາບ ໂດຍຜ່ານພະແນກການຕ່າງປະເທດສອງທ້ອງຖິ່ນ, ສອງຝ່າຍຊີ້ນໍາຫ້ອງການປະສານງານ ເພື່ອເປັນໃຈກາງປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນການຮ່ວມມື ແລະສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ເພື່ອການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລຂອງສອງຊາດ.
ບົດບັນທຶກດັ່ງກ່າວ ຝ່າຍແຂວງສາລະວັນ ເຊັນໂດຍ ທ່ານ ສີເຮັງ ຫອມສົມບັດ, ຝ່າຍນະຄອນດານັງ ສສ ຫວຽດນາມ ເຊັນໂດຍ ທ່ານ ນາງ ຫວຽນ ທິ ແອັງ ທີ, ມີຄະນະຜູ້ແທນສະພາປະຊາຊົນທັງສອງແຂວງສາລະວັນ ແລະນະຄອນດານັງ ເຂົ້າຮ່ວມເປັນສັກຂີພິຍານ. ຕອນທ້າຍພິທີຜູ້ແທນທັງສອງຝ່າຍກໍໄດ້ຜັດປ່ຽນກັນມອບຂອງຂວັນທີ່ລະນຶກໃຫ້ແກ່ກັນ ແລະກັນຕື່ມອີກ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ.
ປະຊາຊົນ / 06-11-2023
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ