6 ເດືອນຕົ້ນປີ ອັດຕະປຶຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນ
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 47 ຄັ້ງ | ເວລາ | 2023-11-06 14:54:12
ສະພາບການຄຸ້ມຄອງການລົງທຶນ ຢູ່ແຂວງອັດຕະປື ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນດີຂື້ນ.ສະເພາະ 6 ເດືອນຕົ້ນປີ 2023ນີ້, ການລົງທຶນລວມທົ່ວສັງຄົມ (ທຶນຈາກງົບປະມານພາຍໃນ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການສະໜອງສິນເຊື່ອຂອງທະນາຄານ) ປະຕິບັດໄດ້ 2.635 ຕື້ກີບ ເທົ່າກັບ 92% ຂອງແຜນການ(ມະຕິສະພາ 2.851,83 ຕື້ກີບ), ໃນນີ້:ການລົງທຶນຂອງລັດ (PIP) ປີ 2023 (ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮອງ) ມີທັງໝົດ 191 ໂຄງການ,ມູນຄ່າທຶນອະນຸມັດໃນປີ 35,09 ຕື້ກີບ;ໃນ 6 ເດືອນຕົ້ນປີ ອະນຸມັດຈ່າຍເງິນລົງທຶນ 118 ໂຄງການ, ມູນຄ່າ 90,34 ຕື້ກີບ, ໃນນັ້ນ ຈ່າຍເງິນລົງທຶນຂອງລັດ (ສະພາຮັບຮອງ) 67 ໂຄງການ ຈຳນວນ 15,57 ຕື້ກີບ, ຈ່າຍເງິນຄັງສະສົມຂອງແຂວງ ຊໍາລະ 31 ໂຄງການ 17,29 ຕື້ກີບ, ຈ່າຍຊໍາລະໂຄງການໄພພິບັດ ເມືອງສະໜາມໄຊ 16 ໂຄງການ 55,95 ຕື້ກີບ. ຈ່າຍເງິນກອງທຶນພັດທະນາຊຸມຊົນ 6 ໂຄງການ 1,53 ຕື້ບກີບ,ໂຄງການດັ່ງກ່າວໄດ້ເລີ່ມປະຕິບັດ ແຕ່ປີ 2019 ເປັນຕົ້ນມາ.ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA): 45 ໂຄງການ (ຂົງເຂດເສດຖະກິດ 22 ໂຄງການຂົງເຂດວັດທະນະທຳ-ສັງຄົມ 23 ໂຄງການ) ປະຕິບັດໄດ້ 98,75 ຕື້ກີບ ເທົ່າກັບ 50% ຂອງແຜນການ (ມະຕິສະພາ 195,73 ຕື້ກີບ).
ສໍາລັບການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໂຄງການທີ່ໄດ້ອະນຸຍາດລົງທຶນຜ່ານມາ ແຂວງສາມາດໃຊ້ຈ່າຍໃນການລົງທຶນຕົວຈິງ ມູນຄ່າ 995 ຕື້ກີບ ເທົ່າກັບ 86% ຂອງແຜນການ (ມະຕິສະພາ 1.152 ຕື້ກີບ), ຮັບຮອງແຜນນຳເຂົ້າ 3 ໂຄງການ, ມູນຄ່າ 14,52 ລ້ານໂດລາ. ພ້ອມດຽວກັນນັ້ນ ກໍໄດ້ສຳເລັດການປັບປຸງ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ; ສຳເລັດການປັງປຸງຂັ້ນຕອນການອະນຸມັດການລົງທຶນ ໂດຍການຕັດຂັ້ນຕອນ ກອງປະຊຸມ ຄລທ.ສ ແລະ ຄລທ.ຂ ອອກ, ປ່ຽນເປັນກອງປະຊຸມ ເຈົ້າແຂວງ-ຮອງເຈົ້າແຂວງ ແທນ ຕາມແຈ້ງການ ສະບັບເລກທີ 91/ຫສນຍ.ການສະໜອງສິນເຊື່ອທະນາຄານ ປະຕິບັດໄດ້ 1.451 ຕື້ກີບ ເທົ່າກັບ 98% ຂອງແຜນການ (ແຜນການ 1.469 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 81,16%.
ສໍາລັບການຜະລິດກະແສໄຟຟ້າ ມາຮອດປັດຈຸບັນ ທົ່ວແຂວງມີໂຮງງານເຂື່ອນໄຟຟ້ານໍ້າຕົກ ທີີ່ດໍາເນີນການຜະລິດແລ້ວ 8 ແຫ່ງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 2 ແຫ່ງຄື: ໂຮງງານເຂື່ອນໄຟຟ້ານໍ້າກົງ 1 ແລະ ນ້ຳກົງ 3; ໃນໄລຍະ 6 ເດືອນຕົ້ນປີ ຜະລິດກະແສໄຟຟ້າ ໄດ້ 2.272 ກິກະວັດໂມງ, ຈໍາໜ່າຍກະແສໄຟຟ້າ ໄດ້ 2.177ກິກະວັດໂມງ, ຄິດມູນຄ່າ 2.745 ຕື້ກວ່າກີບ.ການລົງທຶນດ້ານກິດຈະການແຮ່ທາດ ທົ່ວແຂວງມີທັງໝົດ 59 ກິດຈະການ.ໃນນີ້: ລັດຖະບານອະນຸຍາດ 21 ກິດຈະການ, ແຂວງ ອະນຸຍາດ 24 ກິດຈະການ ແລະ ເມືອງອະນຸຍາດ 14 ກິດຈະການ ກວມເອົາເນື້ອທີ່ທັງໝົດ 1.165 ກມ2; ກິດຈະການກ່ຽວກັບແຮ່ທາດ ຢູ່ໃນໄລຍະຊອກຄົ້ນ ມີ 2 ກິດຈະການ, ສຳຫຼວດ 12 ກິດຈະການ, ຜ່ານບົດວິພາກ 2 ກິດຈະການ, ຂຸດຄົ້ນ-ປຸງແຕ່ງ 43 ກິດຈະການ, ສາມາດຜະລິດ-ປຸງແຕ່ງແຮ່ຄຳ ໄດ້ 1.019.234 ກຣາມ, ໂລຫະເງິນ 75.372 ກຣາມ, ຈຳໜ່າຍໂລຫະຄຳ 477.374 ກຣາມ (ຍອດຍົກມາ ປີ 2022 16.529 ກຣາມ), ມູນຄ່າຈຳໜ່າຍທັງໝົດ 27,33 ລ້ານໂດລາ, ສ່ວນໂລຫະເງິນ ແມ່ນບໍ່ໄດ້ຈຳໜ່າຍ ແລະ ຫີນອ່ອນປາໂກໄດ ຈຳນວນ 704.000 ໂຕນ. ຂ່າວ: ຕະວິນຍານ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ