ໂຕໂຢລາວ ຕ້ອງການແຮງງານຈຳນວນຫຼາຍ
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 38 ຄັ້ງ | ເວລາ | 2023-11-06 14:51:48
ໂດຍ: ບຸນຕອມ
ປັດຈຸບັນທາງໂຮງງານທໍ່ໂຕໂຢລາວ ໄດ້ມີຄວາມຕ້ອງການແຮງງານເປັນຈໍານວນຫຼາຍເພື່ອບັນຈຸເຂົ້າໃສ່ຫຼາຍຕໍາແໜ່ງງານ. ທ່ານ ນາງ ບັນດິດ ທອງທິລາດ ຮອງຫົວໜ້າພະແນກຄຸ້ມຄອງບໍລິຫານໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດ ໃຫ້ສໍາພາດໃນງານຕະຫຼາດນັດແຮງງານ (Job Fair) 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກເມື່ອບໍ່ດົນມານີ້ວ່າ: ໂຮງງານທໍ່ໂຕໂຢລາວເປັນໂຮງງານຜະລິດ ແລະ ຈຳໜ່າຍອຸປະກອນການປະປາຄົບວົງຈອນທີ່ໄດ້ຄຸນນະພາບ ແລະ ມາດຖານສາກົນ ທີ່ຜະລິດທໍ່ເຊັ່ນ: ທໍ່ພີວີຊີ (PVC),ທໍ່ຢູວີພີຊີ (uPVC),ທໍ່ເຮັສດີພີອີ (HDPE),ທໍ່ພີພີອາຣ (PPR) ແລະ ຈຳໜ່າຍອຸປະກອນອື່ນໆເພື່ອຮັບໃຊ້ໃນຂະແໜງການປະປາ, ຊົນລະປະທານ, ລະບາຍນ້ຳເປື້ອນ, ທໍ່ຫຸ້ມສາຍໄຟຟ້າ, ທໍ່ຫຸ້ມສາຍໂທລະຄົມ ແລະ ທໍ່ກະເສດຄົບວົງຈອນພາຍໃຕ້ເຄື່ອງໝາຍການຄ້າໂຕໂຢ (TOYO BRAND) ແລະ ເອເຊຍກຣີນ(ASIA GREEN BRAND) ທີ່ໄດ້ຄຸນນະພາບ ແລະ ສາມາດທົດແທນສິນຄ້ານຳເຂົ້າຈາກຕ່າງປະເທດພ້ອມກັນນັ້ນໂຮງງານທໍ່ໂຕໂຢລາວເປັນໂຮງງານນຳເຂົ້າເມັດຢາງ ແລະ ວັດຖຸດິບສົດ 100% ຈາກຕ່າງປະເທດໄດ້ດຳເນີນການຜະລິດດ້ວຍເຄື່ອງຈັກທີ່ທັນສະໄໝ ແລະ ທີມງານວິຊາການທີ່ເປັນມືອາຊີບ. ດັ່ງນັ້ນ, ທຸກໆຜະລິດຕະພັນຂອງໂຮງງານທໍ່ໂຕໂຢລາວໄດ້ຮັບຄວາມນິຍົມຈາກປະຊາຊົນທົ່ວໄປ ແລະ ສັງຄົມ ລວມທັງບັນດາໂຄງການຂະໜາດນ້ອຍ, ໃຫຍ່ (Mega Project) ຕ່າງໆ. ນອກຈາກນີ້ໂຮງງານຍັງມີການເພີ່ມກຳລັງການຜະລິດຂຶ້ນໃນທຸກໆປີ ແລະ ໃນອະນາຄົດຈະມີການສົ່ງຜະລິດພັນອອກໄປຕ່າງປະເທດນຳອີກ. ດັ່ງນັ້ນ, ຈຶ່ງເຮັດໃຫ້ໂຮງງານທໍ່ໂຕໂຢລາວມີຄວາມຈໍາເປັນຕ້ອງເພີ່ມພະນັກງານຈຳນວນຫຼາຍໂດຍສະເພາະແມ່ນແຮງງານຝ່າຍການຜະລິດ, ແຮງງານສ້ອມບຳລຸງຮັກສາ, ພະນັກງານສາງ-ຂົນສົ່ງ, ພະນັກງານຝ່າຍຂາຍ-ການຕະຫຼາດ ແລະ ຂະແໜງງານອື່ນໆທີ່ກ່ຽວຂ້ອງອີກດ້ວຍ. ປັດຈຸບັນແຮງງານລາວໄຫຼອອກໄປເຮັດວຽກຢູ່ຕ່າງປະເທດເປັນຈໍານວນຫຼວງຫຼາຍໄດ້ເຮັດໃຫ້ໂຮງງານໄດ້ຮັບຜົນກະທົບດ້ານແຮງງານພໍສົມຄວນ ຊຶ່ງການແກ້ໄຂບັນຫາດັ່ງກ່າວເບື້ອງຕົ້ນແມ່ນໄດ້ຮັກສາພະນັກງານເກົ່າໃຫ້ມີແນວຄິດຫຼັກໝັ້ນ ແລະ ດູແລຊີວິດການເປັນຢູ່ຂອງພະນັກງານໃຫ້ດີທີ່ສຸດ ນອກຈາກເງິນເດືອນແລ້ວຍັງມີສະຫວັດດີການອື່ນໆເຊັ່ນວ່າ: ເງິນໂບນັດ, ມີອາຫານ, ປະກັນສັງຄົມ, ປະກັນອຸບັດເຫດ, ມີທີ່ພັກເຊົາ, ເຄື່ອງຢູນິຟອມ ແລະ ຍັງມີກິດຈະກຳອື່ນທີ່ຕິດພັນກັບການສ້າງບັນຍາກາດໃນການເຮັດວຽກໃຫ້ມີສະພາບແວດລ້ອມທີ່ດີ.
ສຳລັບເງື່ອນໄຂຜູ້ທີ່ຈະເຂົ້າສະໝັກແມ່ນເລີ່ມຮັບແຕ່ນັກຮຽນຈົບ ມ.7 ຈົນເຖິງລະດັບສູງ ເງິນເດືອນເລີ່ມຕົ້ນສຳຫຼັບກຳມະກອນທົ່ວໄປ 1.800.000 ກີບບໍ່ລວມເບັ້ຍລ້ຽງອື່ນໆ ບໍ່ລວມເງິນໂອທີ ແລະ ສະຫວັດດີການອື່ນໆ ທ່ານໃດສົນໃຈສາມາດຕິດຕໍ່ສະໝັກໄດ້ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ຕັ້ງຢູ່ຫຼັກ18 ຖະໜົນ 13 ໃຕ້ ບ້ານໂພຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ປະຊາຊົນ / 01-11-2023
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ