ແຂວງເຊກອງມີ4ຂະແໜງຕົ້ນຕໍທີ່ເຮັດໃຫ້ (GDP) ຂະຫຍາຍຕົວ
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 37 ຄັ້ງ | ເວລາ | 2023-11-06 14:50:38
ທ່ານສາກົນພອນປເສີດຫົວໜ້າພະແນກແຜນການແລະການລົງທຶນແຂວງເຊກອງລາຍງານໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ9ເດືອນຕົ້ນປີໃນທ້າຍອາທິດຜ່ານມາໃຫ້ຮູ້ວ່າ: ຂະແໜງການຕົ້ນຕໍທີ່ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນຫຼືGDP ຂອງແຂວງເຊກອງຂະຫຍາຍຕົວໃນລະດັບ5%, ມີມູນຄ່າລວມຍອດຜະລິດຕະພັນພາຍໃນບັນລຸໄດ້2.657ຕື້ກີບແລະມູນຄ່າສະເລ່ຍໃສ່ຫົວຄົນປະມານ19,43ລ້ານກີບຕໍ່ຄົນຕໍ່ປີຫຼືເທົ່າກັບ1.143ໂດລາມີ4ຂະແໜງການຄື: ຂະແໜງກະສິກຳແລະປ່າໄມ້, ຂະແໜງອຸດສາຫະກຳ, ຂະແໜງພະລັງງານ-ບໍ່ແຮ່ແລະຂະແໜງບໍລິການຊຶ່ງຂະແໜງກະສິກໍາແລະປ່າໄມ້ຄາດວ່າຈະຂະຫຍາຍຕົວໄດ້5,42%ກວມເອົາ67,87%ຂອງGDP, ໃນນີ້: ການຜະລິດເຂົ້າປະຕິບັດໄດ້43.222ໂຕນ, ເທົ່າກັບ90,23%, ການຜະລິດພືດສະບຽງອາຫານຕ່າງໆສາມາດປະຕິບັດໄດ້38.538ໂຕນ, ເທົ່າກັບ114,66%ຂອງແຜນການ, ການຜະລິດພືດເປັນສິນຄ້າປະຕິບັດໄດ້396,489ໂຕນ, ເທົ່າກັບ168,65%, ການລ້ຽງສັດມີການຂະຫຍາຍຕົວໃນລະດັບ2-3%, ໄດ້ຊຸກຍູ້ແລະສົ່ງເສີມທາງດ້ານການລ້ຽງສັດແບບເປັນຟາມຈໍານວນ27ຟາມ; ລະດູແລ້ງສະໜອງນໍ້າໄດ້ທັງໝົດ1.335ເຮັກຕາ, ເທົ່າກັບ78,52%.
ຂະແໜງອຸດສາຫະກຳຄາດວ່າຈະຂະຫຍາຍຕົວໄດ້3,96%ກວມເອົາ16,71%ຂອງGDP, ໃນນີ້: ມີໂຮງງານອຸດສາຫະກຳປຸງແຕ່ງແລະຫັດຖະກຳທັງໝົດ303ຫົວໜ່ວຍ, ມີມູນຄ່າການລົງທຶນ220,38ຕື້ກີບ, ປະຕິບັດໄດ້: 97,14%ແລະສົມທຽບໄລຍະດຽວກັນຂອງປີຜ່ານມາເທົ່າ88,96%; ຂະແໜງພະລັງງານ-ບໍ່ແຮ່ປັດຈຸບັນທົ່ວແຂວງມີຄວາມຍາວຂອງຕາຂ່າຍໄຟຟ້າ22ກິໂລໂວນທັງໝົດ996,1ກິໂລແມັດ/ວົງຈອນ, ເພີ່ມຂຶ້ນ53,58ກິໂລແມັດ; ຕາຂ່າຍໄຟຟ້າ22,7ກິໂລໂວນມີຄວາມຍາວທັງໝົດ29,89ກິໂລແມັດ/ວົງຈອນ; ຕາຂ່າຍໄຟຟ້າ0,4ກິໂລໂວນມີຄວາມຍາວທັງໝົດ431,55ກິໂລແມັດ/ວົງຈອນ, ເພີ່ມຂຶ້ນ8,28ກິໂລແມັດແລະຕາຂ່າຍໄຟຟ້າ0,23ກິໂລໂວນມີຄວາມຍາວທັງໝົດ1,65ກິໂລແມັດ/ວົງຈອນ; ມີໝໍ້ແປງທັງໝົດ628ໜ່ວຍ, ເພີ່ມຂຶ້ນ28ໜ່ວຍ, ມີກຳລັງຕິດຕັ້ງ91.547 KVA, ເພີ່ມຂຶ້ນ8.775 KVA.
ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວໄດ້5,24%ກວມເອົາ15,42%ຂອງGDP, ໃນນີ້: ການຈາລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍປະຕິບັດໄດ້177,93ຕື້ກີບ, ເທົ່າກັບ70,68%ຂອງແຜນການປີ, ໃນນັ້ນ: ການຈໍລະຈອນສິນຄ້າປະເພດກະສິກຳແລະສິນຄ້າທົ່ວໄປ70,08ຕື້ກີບແລະການຄ້າຂາຍຍົກ-ຂາຍຍ່ອຍແລະບໍລິການສ້ອມແປງ107,85ຕື້ກີບ, ທົ່ວແຂວງມີໂຮງແຮມແລະເຮືອນພັກທັງໝົດ34ແຫ່ງ, ໃນນີ້ໂຮງແຮມມີ9ແຫ່ງ, ຮ້ານອາຫານແລະບັນເທີງ47ແຫ່ງ, ຣີສອດແລະສວນອາຫານ9ແຫ່ງເພື່ອຮອງຮັບນັກທ່ອງທ່ຽວພາຍໃນແລະຕ່າງປະເທດ, ເຮັດໃຫ້ປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງບັນລຸ22,765ເທື່ອຄົນ, ສາມາດສ້າງລາຍຮັບໄດ້2.04ລ້ານໂດລາ.
(ຂ່າວ: ພຸດທະສອນ)
ປະຊາຊົນ / 31-10-2023
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ