ລາວ-ກຳປູເຈຍ ຮັບຮອງແຜນການປີ 2023 ສືບຕໍ່ຮ່ວມມືຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 72 ຄັ້ງ | ເວລາ | 2023-04-10 05:51:17
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງກະຊວງພາຍໃນແຫ່ງຣາຊະອານາຈັກກຳປູເຈຍນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 18-20 ມີນາ ນີ້ ພ້ອມທັງເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍປະຈຳປີ 2023 ລະຫວ່າງກະຊວງ ປກສ ຂອງລາວ ແລະ ກະຊວງພາຍໃນກໍາປູເຈຍຢ່າງເປັນທາງການໃນວັນທີ 19 ມີນາ ຜ່ານມາ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງ ປກສ ຂອງລາວ ໂດຍການຕ້ອນຮັບຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ.
ຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ໄດ້ເຂົ້າຮ່ວມເປັນປະ ທານກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍປະຈໍາປີ 2023; ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກກະຊວງ ປກສ ຂອງລາວ, ບັນດາຄະນະຜູ້ແທນຂັ້ນສູງຈາກກະຊວງພາຍໃນກຳປູເຈຍ ພ້ອມດ້ວຍການນຳຈາກແຂວງທີ່ມີຊາຍຕິດຈອດກັນຂອງສອງປະເທດເຊັ່ນ: ແຂວງຈໍາປາສັກ ແລະ ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງສະຕຶງແຕຣງ ແຂວງຣັດຕະນະຄີລີ ແລະ ແຂວງພະວິຫານຂອງຣາຊະອານາຈັກກໍາປູເຈຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຂັ້ນສູງກະຊວງ ປກສ ຂອງລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງພາຍໃນກຳປູເຈຍ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາຄາສະພາບ ແລະ ຜົນສໍາເລັດການພົວພັນຮ່ວມມືລະ ຫວ່າງສອງຝ່າຍ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ຕາມບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ລັດຖະມົນຕີຂອງທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີ 2021 ຜ່ານມາ ພ້ອມທັງຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາແຜນການຮ່ວມມືລະຫວ່າງສອງກະຊວງໃນປີ 2023. ເຖິງແມ່ນວ່າໃນປີ 2022 ຜ່ານມາ ທັງສອງຝ່າຍບໍ່ໄດ້ມີການຈັດຕັ້ງປະຕິດບັດທຸກກິດຈະກຳທີ່ໄດ້ກໍານົດໄວ້ຢູ່ໃນບົດບັນທຶກການຮ່ວມມືລະຫວ່າງສອງກະຊວງ ທີ່ສອງລັດຖະມົນຕີໄດ້ລົງນາມໃນເດືອນພະຈິກປີ 2021 ຜ່ານລະບົບກອງປະຊຸມທາງໄກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເນື້ອໃນຈິດໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງເຈົ້າໜ້າທີ່ໆກ່ຽວຂ້ອງໃນທຸກລະດັບ ໂດຍສະເພາະແມ່ນບັນດາແຂວງຊາຍແດນຂອງສອງປະເທດ; ສໍາລັບການຮ່ວມມືໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂບັນຫາຕ່າງໆ ດ້ວຍຄວາມເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນແບບບ້ານໃກ້ເຮືອນຄຽງ. ກອງປະຊຸມໄດ້ຕີລາຄາສະພາບການຮ່ວມມືທີ່ຍັງປະຕິບັດບໍ່ທັນໄດ້ ແລະ ເຫັນວ່າທັງສອງຝ່າຍຍັງຕ້ອງໄດ້ເພີ່ມມະວີໃນການປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນເຊັ່ນ: ການຢ້ຽມຢາມແລກປ່ຽນປະສົບການຂອງກົມກອງວິຊາສະເພາະ, ການປະຊຸມພົບປະລະຫວ່າງທ້ອງຖິ່ນ, ການຝຶກອົບຮົມບຸກຄະລາກອນ, ການສຶກສາອົບຮົມປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນຂອງສອງປະເທດໃຫ້ຮ່ວມກັນຈັດຕັ້ງປະຕິບັດກົດໝາຍກໍຄືລະບຽບການເຂົ້າ-ອອກເມືອງຂອງສອງປະເທດ.
ພ້ອມດຽວກັນນີ້, ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆ ທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານໃນປີ 2023 ເປັນຕົ້ນແມ່ນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືດ້ານການຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ, ການຮ່ວມມືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ກັບແນວທາງການຕ່າງປະເທດຂອງສອງປະເທດ ແລະ ເຮັດໃຫ້ໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງກະຊວງໃນຕໍ່ໜ້ານີ້ ສາມາດຮັບປະກັນໃຫ້ສອງປະເທດຄື: ລາວ ແລະ ກຳປູເຈຍ ມີຄວາມສະຫງົບ, ປອດໄພ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາທັງສອງປະເທດ.
ໃນໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງກະຊວງ ປກສ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທັງສອງກະຊວງຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.
ຂ່າວ: ປກສ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ