ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ສຸພານຸວົງ ໂດຍສັງເຂບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 72 ຄັ້ງ | ເວລາ | 2023-09-26 19:53:51
(ເພື່ອລະນຶກວັນເກີດຄົບຮອບ 95 ປີ 13/7/1909-13/7/2004)
ໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ປະທານ ໄກສອນ ພົມວິຫານ ກ່າວສັນລະເສີນປະທານວ່າ:
“ທົ່ວພັກ ແລະ ທົ່ວປວງຊົນລາວຕ່າງກໍ່ຮູ້ດີວ່າສະຫາຍ ສຸພານຸວົງ
ແມ່ນປັນຍາຊົນຜູ່ຍິ່ງໃຫຍ່,
ເປັນເຊື້ອເຈົ້າຜູ່ໜຶ່ງທີ່ມີນ້ຳ ໃຈຮັກຊາດອັນດູດດື່ມ ທີ່ໄດ້ເອົາຊີວິດຕິດພັນກັບການຕໍ່ສູ້ປະຕິວັດ
ຂອງປະຊາຊົນເຮົາຕັ້ງແຕ່ຫົວທີ ແລະ ຕະຫລອດເຄິ່ງສະຕະວັດທີ່ ຜ່ານມາ. ສະຫາຍ ສຸພານຸວົງ
ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນ້ຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ”. (ໃນພິທີປະດັບຫລຽນຄໍາແຫ່ງຊາດ. ວຽງຈັນ, 13 ກໍລະກົດ
1989)
I.
ຊີວິດເມື່ອເຍົາໄວ.
ປະທານ ສຸພານຸວົງ ເກີດເມື່ອວັນທີ 13
ກໍລະກົດ ປີ 1909 ກົງກັບມື້ແຮມ 15 ຄ່ຳ ວັນອັງຄານ ເດືອນ 8 ປີລະກາ ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າຣາຊະວົງ
ເປັນໂອຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມຄຳອ້ວນ ມີເອື້ອຍ 2
ຄົນຄື: ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງຈິນດາ ຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ
ຊຶ່ງເປັນຜູ່ມີບົດບາດສຳຄັນທາງປະຫວັດສາດຄື: ເຈົ້າເພັດຊະ ຣາດ ແລະ ເຈົ້າ ສຸວັນນະພູມມາ.
ໃນສະໄໝເຍົາໄວປະທານ ສຸພານຸວົງ
ໄດ້ຮັບການອົບຮົມ ສັ່ງສອນເປັນຢ່າງດີ; ເພິ່ນເປັນເດັກໃນວັງ
ທີ່ມັກໄປຫລິ້ນກັບເດັກນ້ອຍທົ່ວໄປໂດຍບໍ່ຖືຊົນຊັ້ນວັນນະຂອງຕົນ ຊຶ່ງໄດ້ເຮັດໃຫ້ເພິ່ນໄດ້
ສຳພັດກັບຊີວິດປະຈຳວັນຂອງປະຊາຊົນ ແລະ ເກີດຄວາມເມດຕາ- ຮັກໄຄ່ປະຊາຊົນຕັ້ງແຕ່ຍັງນ້ອຍ,
ເມື່ອອາຍຸໄດ້ 7 ປີ, ປະທານ
ສຸພານຸວົງ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມ ຫົວລາດ ທີ່ຫລວງພະບາງ.
ເພິ່ນເປັນນັກຮຽນທີ່ດຸໝັ່ນ ແລະ ມີພອນສະຫວັນໃນຫລາຍດ້ານ, ຮຽນເກັ່ງ
ແລະ ສອບໄດ້ ຄະແນນດີເລີດມາຕະຫລອດຈົນຈົບຊັ້ນປະຖົມສົມບູນ.
ປີ 1920 ປະທານ ສຸພານຸວົງ
ໄດ້ໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ”
ທີ່ຮ່າໂນ້ຍ ປະເທດຫວຽດນາມ. ຢູ່ທີ່ນັ້ນເພິ່ນ
ໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງ
ປະເທດຫລາຍພາສາ,
ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫລິ້ນກິລາ
ແລະ ດົນຕີ, ປະທານ ສຸພານຸວົງ ຍັງເປັນຜູ່ມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ.
ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດດ້ວຍຄະແນນດີເລີດ ແລະ
ຖືກຄັດເລືອກເປັນນັກຮຽນດີເດັ່ນ ຂອງໂຮງຮຽນໂປຼເຕັກໂຕຣາແຫ່ງແຄວ້ນອິນດູຈີນ.
ປີ 1931 ປະທານ ສຸພານຸວົງ
ໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມທີ່ວິທະຍາໄລແຊັງຫລູຍ (Lycée Saint-Louis); ຕໍ່ມາໃນປີ 1934
ໄດ້ເສັງເຂົ້າຮຽນຕໍ່ມະຫາວິທະຍາໄລຂົວທາງແຫ່ງຊາດ (Ecole Nationale des Ponts
et Chaussees) ສາຂາວິສະວະກອນພົນລະເຮືອນ.
ເວລາຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດທີ່ປະເທດ
ຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນທັງມີຄວາມດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ; ດັ່ງນັ້ນເພິ່ນຈຶ່ງໄດ້ເດີນທາງໄປຫລາຍປະເທດໃນທະວີບເອີລົບ
ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫລາຍປະເທດໃນທະວີບອາຟຣິກາ
ເພື່ອສໍາພັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ; ປະທານ
ສຸພານຸວົງ ທັງມີຄວາມ ບາກບັ່ນໃນການຄົ້ນຄວ້າຮ ຳຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ; ເພິ່ນດໍາລົງຊີວິດແບບຮຽບງ່າຍ, ບໍ່ຟຸມເຟືອຍ, ປະທານ
ສຸພານຸວົງ ມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ, ເພິ່ນສາມາດເວົ້າໄດ້ດີເຖິງ
7-8 ພາສາທີ່ໃຊ້ ກັນແຜ່ຫລາຍໃນສາກົນ.
II.
ຊີວິດຣາຊະການ.
ປີ 1937 ປະທານ ສຸພານຸວົງ
ໄດ້ຮຽນຈົບມະຫາວິທະຍາໄລຂົວທາງແຫ່ງຊາດທີ່ປະເທດຝຣັ່ງ ໂດຍໄດ້ຮັບປະກາດສະນີຍະບັດວິສະວະກອນຂົວທາງ
ເປັນຄົນທຳອິດຂອງປະເທດລາວ.
ພາຍຫລັງສຳເລັດການສຶກສາ
ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບຣາຊະການໃນຂະແໜງໂຍທາທິການ ປະຈາໍຢູ່ຍາຈາງ (ແຄວ້ນໂຍທາທີ່ສອງຂອງອານນາມ).
ເວລາຮັບຜິດຊອບວຽກງານຢູ່ທີ່ນັ້ນ 3 ປີ, ປະທານ
ສຸພານຸວົງໄດ້ສຳເລັດການສ້າງຂົວທາງເລກທີ່ 14 ແລະ ໂຄງການເຂື່ອນໄຟຟ້ານາຕົກຢູ່ດາຍິນ, ໄດ້ໄປຊ່ວຍສ້າງຂົວ
ແລະ ສ້ອມແປງທາງເລກທີ່ 13 ຢູ່ແຂວງຊຽງແຕງປະເທດກຳປູເຈຍ. ຕໍ່ມາປະທານ ສຸພານຸວົງ
ໄດ້ຖືກແຕ່ງຕັ້ງໄປຮັບຣາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ່ 23 ແລະ
ຂົວເຊບັ້ງຫຽງ.
ປີ 1942 ປະທານ ສຸພານຸວົງ ໄດ້ກັບໄປຮັບໜ້າທີ່ຣາຊະການທີ່ເມືອງວິນປະເທດຫວຽດນາມ.
ໃນເວລາປະຕິບັດໜ້າທີ່ຣາຊະການຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທານ
ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງ ອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້ຄວາມສາມາດ
ແລະ ເຮັດແທ້ທໍາຈິງ. ສິ່ງສຳຄັນທີ່ສຸດແມ່ນເພິ່ນໄດ້ສຳພັດ, ໄດ້ຮູ້-ໄດ້ເຫັນພຶດຕິກາໍ
ແລະ ການກະທາຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນເຊັ່ນ:
ການຈຳແນກເຊື້ອຊາດ ແລະ ການແບ່ງຊັ້ນວັນນະ; ການກົດຂີ່ຂົ່ມເຫັງ ແລະ
ຄວາມອະຍຸຕິທາໍ;
ການປຸ້ນສະດົມ ແລະ ການກົດຂີ່ຂູດຮີດເປັນຕົ້ນ. ທັງໝົດເຫລົ່ານັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈຂອງປະທານ ສຸພານຸວົງ
ແລະ ຈາໍໃຫ້ເພິ່ນຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດຄື: ສືບຕໍ່ເປັນຂ້າຣາຊະການຮັບໃຊ້
ເຈດຈຳນົງຂອງພວກຈັກກະພັດລ່າເມືອງຂຶ້ນ ຫຼື ຈະກ້າວສູ່ເສັ້ນທາງ ແຫ່ງການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ, ນາໍເອົາອິດສະຫລະພາບ
ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວເຜົ່າຕ່າງໆ.
ປະທານ ສຸພານຸວົງ ໄດ້ເລືອກເອົາອັນທີສອງ.
III.
ພາລະກິດປະຕິວັດຂອງປະທານ
-
ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳຂອງເພິ່ນ
ເປັນຂໍ້ຄວາມຕອນໜຶ່ງໄວ້ດັ່ງນີ້: “ສະເພາະຂ້າພະເຈົ້າແລ້ວ
ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າ ໄດ້ຕັດສິນໃຈວ່າເຖິງຈະເສຍຄ່າແພງໃດກໍ່ຕາມ ຂ້າພະເຈົ້າກໍ່ຈະຕ້ອງປະລະນິໄສທີ່ປ່ອຍປະລະເລີຍໃຫ້ໄປຕາມບຸນຕາມກຳຂີ້ຄ້ານມັກງ່າຍ
ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ
ອັນຈະຕ້ອງກາຍເປັນເຫຍື່ອໃຫ້ ແກ່ຝູງສັດຮ້າຍໃນທີ່ສຸດ”.
ຄາໍເວົ້າເຫລົ່ານີ້ຊ່ວຍໃຫ້ຢືນຢັນໄດ້ວ່າ
ປະທານ ສຸພານຸວົງ
ໄດ້ເລືອກເສັ້ນທາງຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງເພິ່ນ
ໄວ້ແຕ່ດົນພຸ້ນແລ້ວ.
ວັນທີ 9 ພຶດສະພາ ປີ 1945
ສະຫະພາບໂຊວຽດໄດ້ປະກາດໄຊຊະນະເໜືອຟັດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ່ສອງ, ວັນທີ່
15 ສິງຫາ ປີ 1945 ພວກຂຸນເສິກຍີ່ປຸ່ນ ໄດ້ປະກາດຍອມ ຈຳນົນຢ່າງບໍ່ມີເງື່ອນໄຂຕໍ່ກາໍລັງພັນທະມິດ.
ໃນໄລຍະນີ້ ສະພາບແວດລ້ອມສາກົນ ແລະ ເຫດການ
ຕ່າງໆຢູ່ອິນດູຈີນ ໄດ້ຜັນແປຢ່າງສັບສົນ ແລະ ມີດ້ານທີ່ອຳນວຍ
ໃຫ້ແກ່ຂະບວນການຕໍ່ສູ້ຂອງບັນດາປະຊາຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ໃນນັ້ນລວມທັງຢູ່ໃນ
3 ປະເທດ ຄື: ຫວຽດ ນາມ,
ລາວ ແລະ ກຳປູເຈຍ.
ຢູ່ປະເທດຫວຽດນາມ ປະທານ ໂຮ່ຈິມິນ
ໄດ້ນຳພາການ ປະຕິວັດເດືອນສິງຫາ ປີ 1945 ອັນລືຊື່ ສຳເລັດດ້ວຍມະຫາໄຊ
ແລະ ປະກາດຄວາມເປັນເອກະລາດຂອງຫວຽດນາມຕໍ່ຊາວໂລກ.
ໃນຂະນະດຽວກັນນັ້ນ ຢູ່ເມືອງທ່າແຂກ
ກໍ່ໄດ້ມີຂະບວນການລຸກຮືຂຶ້ນຢຶດອຳນາດຈາກຍີ່ປຸ່ນ. ເຫດການສຳຄັນທັງໝົດນີ້
ລ້ວນແຕ່ຢູ່ໃນສາຍຕາ ແລະ ຢູ່ພາຍໃຕ້ການຕິດຕາມຢ່າງຈົດຈໍ່ຂອງປະທານ ສຸພານຸວົງ.
ພາຍຫລັງການປະຕິວັດ ເດືອນສິງຫາຢູ່ຫວຽດນາມ
ໄດ້ຮັບໄຊຊະນະ,
ປະທານ ໂຮ່ຈິມິນ ໄດ້ເຊີນປະທານ ສຸພານຸວົງ ໄປນະຄອນຫລວງຮ່າໂນ້ຍ.
ການພົບປະຄັ້ງທຳອິດອັນເປັນປະຫວັດສາດ ນີ້ໄດ້ຊ່ວຍໃຫ້ປະທານ ສຸພານຸວົງ ຮູ້ຈັກປະທານ
ໂຮ່ຈິມິນ ເລິກເຊິ່ງຕື່ມອີກ. ( ກ່ອນນັ້ນ ເພິ່ນຮູ້ຈັກປະທານໂຮ່ຈິມິນ ໂດຍຜ່ານສະມາຊິກລັດຖະບານຫວຽດນາມທີ່ເປັນເພື່ອນເກົ່າຂອງເພິ່ນ); ສຳຄັນຍິ່ງກວ່ານັ້ນ
ແມ່ນຜູ່ນຳທັງສອງໄດ້ມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ແລະ
ໄດ້ຕົກລົງສ້າງກອງທະຫານປະສົມລາວ-ຫວຽດນາມຂຶ້ນຢູ່ລາວ
ເພື່ອດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ລາວ; ຜູ່ນຳທັງສອງຕ່າງກໍ່ເຫັນເປັນເອກະພາບກັນວ່າ ປະເທດລາວ ເປັນເອກະລາດ. ຫວຽດນາມ
ຈຶ່ງມີເອກະລາດທີ່ຖາວອນໄດ້.
ເດືອນຕຸລາ ປີ 1945
ປະທານ ສຸພານຸວົງ ໄດ້ເດີນທາງ ກັບຄືນປະເທດຕາມທາງເລກ9. ເມື່ອຮອດເມືອງເຊໂປນ
ປະທານ ສຸພານຸວົງ ໄດ້ກ່າວປາໄສ ຕໍ່ປະຊາຊົນທີ່ມາໂຮມກັນຢູ່ທີ່ນັ້ນຢ່າງ
ຫລວງຫລາຍເພື່ອຕ້ອນຮັບເພິ່ນວ່າ “ແຜ່ນດິນລາວ ຕ້ອງແມ່ນຄົນ ລາວເປັນເຈົ້າຂອງ
ສະນັ້ນພວກເຮົາທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”.
ນີ້ແມ່ນຈຸດເລີ່ມຕົ້ນ
ແຫ່ງພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະທານ ສຸພານຸວົງ.
ເມື່ອໄດ້ກັບຄືນມາປະເທດ ປະທານ ສຸພານຸວົງ
ໄດ້ເຄື່ອນໄຫວປຸກລະດົມ ແລະ ສ້າງກຳລັງ ເປັນຕົ້ນຢູ່ສະຫວັນນະເຂດ ແລະ
ທ່າແຂກເພື່ອກະກຽມໃຫ້ແກ່ການຢຶດອຳນາດ ແລະ ປະກາດເອກະລາດ.
ວັນທີ 12 ຕຸລາ 1945
ຢູ່ນະຄອນຫລວງວຽງຈັນ ໄດ້ຈັດພິທີປະກາດເອກະລາດຢ່າງເປັນທາງການ, ລັດຖະບານລາວອິດສະລະໄດ້ຮັບການສ້າງຕັ້ງຂຶ້ນ.
ປະທານ ສຸພານຸວົງ ໄດ້ຮັບແຕ່ງຕັ້ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ດ ຳລົງຕຳແໜ່ງ
ຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະລະ.
ຈາກນັ້ນ ປະທານ ສຸພານຸວົງ
ໄດ້ເດີນທາງຂຶ້ນໄປວຽງຈັນ ເພື່ອພົບກັບເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ເຂົ້າຮ່ວມລັດຖະບານລາວອິດສະລະ; ຈາກນັ້ນເພິ່ນກໍ່ໄດ້ກັບຄືນມາປະຈຳຢູ່ເມືອງທ່າແຂກ ເພື່ອສືບຕໍ່ປັບປຸງ ແລະ ກໍ່ສ້າງກໍາລັງຕ້ານກັບທະຫານຝຣັ່ງທີ່ຈະກັບຄືນມາ.
ຕົ້ນປີ 1946, ກອງທະຫານຝຣັ່ງ
ໄດ້ເປີດບັ້ນບຸກຕີຂະໜາດໃຫຍ່ ເພື່ອຢຶດເອົາບັນດາຕົວເມືອງຄືນໃໝ່. ຢູ່ທ່າແຂກ ປະທານ
ສຸພານຸວົງ ໄດ້ບັນຊາການສູ້ຮົບຢ່າງພິລະອາດຫານ ຕ້ານການບຸກໂຈມຕີຂອງຝຣັ່ງທີ່ໃຊ້ທັງເຮືອບິນ
ແລະ ປືນໃຫ່ຍ, ປະທານ ສຸພານຸວົງ ໄດ້ຮັບບາດເຈັບ.
ວັນທີ 24 ເມສາ 1946
ກອງທັບຝຣັ່ງໄດ້ຢຶດເອົານະຄອນ ຫລວງວຽງຈັນ. ລັດຖະບານອິດສະລະໄດ້ອົບພະຍົບໄປປະເທດໄທເປັນການຊົ່ວຄາວ.
ໃນເວລານັ້ນ ປະທານ ສຸພານຸວົງ ພ້ອມດ້ວຍພະນັກງານອິດສະລະຈຳນວນໜຶ່ງ
ໄດ້ເລັ່ງລັດເຕົ້າໂຮມກຳລັງ, ກໍ່ສ້າງຮາກຖານຄືນໃໝ່
ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ.
ວັນທີ 25 ຕຸລາ 1949
ພະຍາຄໍາມ້າວ ຊຶ່ງເປັນນາຍົກລັດຖະມົນຕີ ໄດ້ປະກາດຍຸບເລີກລັດຖະບານລາວອິດສະລະ ແລະ
ສະມາຊິກລັດຖະບານເກືອບໝົດທຸກຄົນ ໄດ້ກັບຄືນວຽງຈັນ ຍອມຈຳນົນຕໍ່ຝຣັ່ງ, ປະທານ
ສຸພານຸວົງ ໄດ້ຖະແຫລງການທີ່ບາງກອກ, ກ່າວປະນາມຢ່າງເຄັ່ງຂຶມ ຕໍ່ການກະທຳທໍລະຍົດຂອງກຸ່ມຄຳມ້າວ
ແລະ ປະກາດວ່າ: “ຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ເພື່ອປົດປ່ອຍຊາດຂອງປະຊາຊົນລາວ ຍັງຄົງດຳເນີນສືບຕໍ່ໄປຈົນ
ເຖິງໄຊຊະນະສຸດທ້າຍ...”.
ປະທານ ສຸພານຸວົງ ໄດ້ຮຽກຮ້ອງໃຫ້ປະຊາຊົນທັງຊາດ
ຈົ່ງລຸກຂຶ້ນຕໍ່ສູ້ຢ່າງທໍລະຫົດອົດທົນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫລ້ງຕີນມືຂອງເຂົາ
ເພື່ອຍາດເອົາເອກະລາດ.
ເດືອນພະຈິກ 1949
ໂດຍໄດ້ຮັບຈົດໝາຍເຊີນຈາກປະທານ ໂຮ່ຈິມິນ, ປະທານ ສຸພານຸວົງ
ໄດ້ເດີນທາງອອກຈາກປະ ເທດໄທກັບຄືນປະເທດ ແລະ ເດີນທາງໄປຫວຽດນາມ, ທີ່ຫວຽດບັກ
ເພິ່ນໄດ້ພົບກັບປະທານ ໂຮ່ຈິມິນ ແລະ ໄດ້ປຶກສາຫາລືກັນກ່ຽວກັບຊາຕາກຳຂອງປະເທດລາວ ແລະ
ຫວຽດນາມ.
ວັນທີ 13 ສິງຫາ 1950
ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ
ຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າ ແນວລາວອິດສະລະ ແລະ ສ້າງຕັ້ງລັດຖະບານຕໍ່ຕ້ານ.
ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນປະທານກອງອຳນວຍການກາງ(ສູນກາງ) ແນວລາວອິດສະລະ ແລະ
ເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ ຂອງລັດຖະບານຕໍ່ຕ້ານ. ບົດບາດຂອງປະທານ ສຸພານຸວົງ
ໄດ້ສູງເດັ່ນຂຶ້ນ ພ້ອມກັບພາລະກິດອັນໜັກໜ່ວງ.
ເດືອນ 9/1950
ປະທານ ສຸພານຸວົງ ໄດ້ນຳພາຄະນະຜູ້ ແທນແນວລາວອິດສະລະຢ້ຽມຢາມສາທາລະນະລັດ ປະຊາທິປະ
ໄຕຫວຽດນາມ. 13/3/1951 ເພິ່ນໄດ້ເຂົ້າຮ່ວມກອງປະຊຸມພັນທະພາບປະຊາຊົນລາວ-ຫວຽດນາມ-ຂະແມ
ເພື່ອສ້າງຕັ້ງແນວໂຮມ ສາມັກຄີປະຊາຊົນສາມປະເທດລາວ, ຫວຽດນາມ ແລະ ກຳປູເຈຍ.
ວັນທີ 6 ມັງກອນ 1956
ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ຢູ່ແຂວງຫົວພັນໄດ້ຕົກລົງເປີດກວ້າງແນວໂຮມ ແລະ
ປ່ຽນຊື່ເປັນແນວລາວຮັກຊາດ,
ປະທານ ສຸພານຸວົງ ໄດ້ຮັບເລືອກ ຕັ້ງເປັນປະທານຄະນະກຳມະການສູນກາງແນວລາວຮັກຊາດ.
ປີ 1954 ຈັກກະພັດຝຣັ່ງ
ໄດ້ຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ. ຈັກກະພັດອາເມລິກາ ໄດ້ກະໂດດເຂົ້າມາແທນທີ່
ແລະ ໄດ້ເປີດການບຸກໂຈມຕີບຽດຢຶດເຂດປົດປ່ອຍ ຢູ່ສອງແຂວງ: ຜົ້ງສາລີ ແລະ ຫົວພັນ, ແຕ່ໄດ້ຖືກຕີໂຕ້ຄືນ
ເຮັດໃຫ້ພວກເຂົາປະລາໄຊຢ່າງໜັກໜ່ວງ ແລະ ຕ້ອງເຊັນສັນຍາວຽງຈັນ, ສ້າງຕັ້ງລັດຖະບານປະສົມແຫ່ງຊາດຂຶ້ນໃນວັນທີ
19 ພະຈິກ 1957 ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງລັດຖະມົນຕີກະຊວງແຜນຜັງ, ກໍ່ສ້າງ
ແລະ ຜັງເມືອງ.
ປີ 1958, ໃນການເລືອກຕັ້ງເພີ່ມເຕີມເຂົ້າສະພາ, ປະທານ
ສຸພານຸວົງ ໄດ້ຮັບຄະແນນສຽງຢ່າງຫລວງຫລາຍ, ຊຶ່ງພິສູດໃຫ້ເຫັນກາໍລັງແຮງຕົວຈິງຂອງການປະຕິວັດ
ກໍ່ຄືອິດທິພົນບົດບາດຂອງປະທ່ານ ສຸພານຸວົງ.
ຕົ້ນປີ 1959 ລັດຖະບານ ຜຸຍ
ຊະນະນິກອນ ໄດ້ປະກາດ ໃຊ້ກົດໝາຍຕ້ານກອມມູນິດ. ວັນທີ 28 ກໍລະກົດ 1959
ພວກເຂົາ ໄດ້ຈັບປະທານ ສຸພານຸວົງ, ບັນດາຜູ້ນຳ ແລະ ພະນັກງານຂອງ
ແນວລາວຮັກຊາດຫລາຍຄົນ ໄປຂັງໄວ້ຢູ່ຄຸກໂພນເຄັງ.
ວັນທີ 23 ພຶດສະພາ 1960
ປະທານ ສຸພານຸວົງ ແລະ ຜູ້ນຳແນວລາວຮັກຊາດທັງໝົດໄດ້ໂຕນຄຸກ ແລະ ກັບຄືນສູ່ຖານທີ່ໝັ້ນ
ປະຕິວັດຢ່າງປອດໄພ,
ເຫດການອັນໜ້າອັດສະຈັນດັ່ງກ່າວໄດ້ສ້າງ
ຄວາມຕື້ນຕັນໃຈເປັນຢ່າງຍິ່ງໃນໝູ່ປະຊາຊົນໃນທົ່ວປະເທດ.
23 ສິງຫາ 1960 ສະເດັດເຈົ້າ ສຸພານຸວົງ ໄດ້ຕາງໜ້າ ແນວລາວຮັກຊາດ ປະກາດຖະແຫລງການສະໜັບສະໜູນ ແນວ
ທາງສັນຕິພາບ, ເປັນກາງ ແລະ ປອງດອງຊາດຂອງລັດຖະບານ ສະເດັດເຈົ້າ ສຸວັນນະພູມມາ.
ປີ 1962
ໄດ້ມີການເຊັນສັນຍາເຊີແນວກ່ຽວກັບລາວ ແລະ ຈັດຕັ້ງລັດຖະບານປະສົມ 3
ຝ່າຍ (ຝ່າຍແນວລາວຮັກຊາດ,
ຝ່າຍວຽງຈັນ ແລະ ຝ່າຍເປັນກາງ) ຂຶ້ນໃນວັນທີ 23
ມິຖຸນາ 1962
ບົນພື້ນຖານສັນຍາຊູຣິກ 1961 ແລະ
ສັນຍາທົ່ງໄຫຫີນ 1962.
ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ
ແລະ ແຜນຜັງ.
17-18 ເມສາ 1964 ປະທານ ສຸພານຸວົງ ໄດ້ເຂົ້າຮ່ວມ ການເຈລະຈາ 3 ຝ່າຍຢູ່ຄັງໄຂ, ແຂວງຊຽງຂວາງ.
19 ເມສາ 1964 ເກີດລັດຖະປະຫານຢູ່ວຽງຈັນ ເພື່ອໂຄ່ນລົ້ມລັດຖະບານປະສົມ, ຕໍ່ໜ້າສະພາບການຄືແນວນັ້ນ, ປະ
ທານ ສຸພານຸວົງ ໄດ້ຂຶ້ນເຄື່ອງບິນພິເສດ (ປິດລັບ) ກັບຄືນສູ່ຖານທີ່ໝັ້ນປະຕິວັດ.
1964-1969 ສົງຄາມພິເສດທີ່ຈັກກະພັດອາເມລິກາດາໍເນີນຢູ່ລາວໄດ້ຂຶ້ນສູ່ລະດັບສູງ; ການຕໍ່ສູ້ຂອງແນວລາວຮັກຊາດ
ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ, ໃຫ້ຝ່າຍກົງກັນຂ້າມຕ້ອງຍອມເຈລະຈາ.
ວັນທີ 3 ກຸມພາ 1970
ປະທານ ສຸພານຸວົງ ໄດ້ເຂົ້າຮ່ວມ ເຈລະຈາຢູ່ທົ່ງໄຫຫີນ.
24-25/4/1970 ປະທານ ສຸພານຸວົງ ໃນຖານະຫົວໜ້າຄະນະຜູ້ແທນແນວລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງປະຊາຊົນ
3 ຊາດອິນດູຈີນ. ນອກນັ້ນ ຄະນະຜູ້ແທນແນວລາວຮັກຊາດ ນໍາໂດຍປະທານ ສຸພານຸວົງ ຍັງໄດ້ໄປຢ້ຽມຢາມສັນທະວະໄມຕີ ບັນດາປະເທດສັງຄົມນິຍົມ
ແລະ ບັນດາປະເທດທີ່ຮັກຫອມສັນຕິພາບຢູ່ທະວີບອາຊີ, ອາຟຣິກາ
ແລະ ອາເມລິກາລາຕິນ,
ໄດ້ເຂົ້າຮ່ວມກອງປະຊຸມສາກົນ, ກອງປະຊຸມພາກພື້ນຫລາຍກ່ວາ
10 ຄັ້ງ.
ໃນກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນລາວ
(ກຸມພາ 1972) ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ
ກົມການເມືອງອີກເທື່ອໜຶ່ງ.
ວັນທີ 21 ກຸມພາ 1973
ຝ່າຍແນວລາວຮັກຊາດ ແລະ ຝ່າຍຣາຊະອານາຈັກ ໄດ້ເຊັນສັນຍາວຽງຈັນ ວ່າດ້ວຍການຟື້ນຟູສັນຕິພາບ, ປະຕິບັດຄວາມຖືກຕ້ອງປອງດອງຊາດ.
ວັນທີ 3/4/1974
ສະເດັດ ສຸພານຸວົງ ໄດ້ເດີນທາງຈາກ ວຽງໄຊ ມານະຄອນຫລວງວຽງຈັນ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ
ແລະ ສົມກຽດຈາກຊາວນະຄອນຫລວງວຽງຈັນ.
ວັນທີ 4/4/1974
ສະເດັດ ສຸພານຸວົງ ພ້ອມດ້ວຍສະເດັດ ສຸວັນນະພູມາ ແລະ ທ່ານ ພູມີ ວົງວິຈິດ ມາຫລວງພະບາງ
ເພື່ອປະກອບພິທີ ຕໍ່ເຈົ້າຊີວິດຕາມກົດມົນທຽນບານ, ໄດ້ຍື່ນສານຂໍລົບລ້າງລັດຖະບານເກົ່າ
ແລະ ສະເໜີລັດຖະບານຊຸດໃໝ່ ທັງສະເໜີລາຍຊື່ຄະນະມົນຕີປະສົມການເມືອງແຫ່ງຊາດ
ຕໍ່ເຈົ້າຊີວິດ ສີສະຫວ່າງ ວັດທະນາ, ໃນນັ້ນມີສະເດັດເຈົ້າ ສຸວັນນະພູມມາ ເປັນນາຍົກ, ສະເດັດເຈົ້າສຸພານຸວົງ
ເປັນປະທານຄະນະມົນຕີປະສົມ ການເມືອງແຫ່ງຊາດ.
ປະທານ ສຸພານຸວົງ ເດີນທາງ
ເຖິງນະຄອນຫລວງວຽງຈັນ ເພື່ອສ້າງຕັ້ງ ຄະນະມົນຕີປະສົມການເມືອງ ແລະ
ລັດຖະບານປະສົມຊົ່ວຄາວ ແຫ່ງຊາດ ຄັ້ງທີ 3, ເດືອນ 4/1974.
ວັນທີ 5 ເມສາ 1974
ລັດຖະບານປະສົມຊົ່ວຄາວແຫ່ງຊາດ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ໄດ້ຮັບການ ສ້າງຕັ້ງຂຶ້ນ.
ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງປະທານຄະນະມົນຕີປະສົມການເມືອງແຫ່ງຊາດ.
ວັນທີ 1 ແລະ 2
ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ທີ່ດາໍເນີນຢູ່ນະຄອນຫລວງວຽງຈັນ ໄດ້ຮັບຜ່ານບັນດາມະຕິຕົກລົງທີ່ມີລັກສະນະປະຫວັດສາດເຊັ່ນ:
ສະຖາປະນາລະບອບສາທາລະນະລັດ ປະຊາທິປະໄຕປະຊາຊົນ, ສ້າງຕັ້ງ ສະພາປະຊາຊົນສູງສຸດ
ແລະ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກອງປະຊຸມໃຫ່ຍໄດ້ເປັນເອກະສັນກັນແຕ່ງຕັ້ງສະເດັດ
ສຸພານຸວົງ ເປັນປະທານປະເທດ ຄົນທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ
ເປັນປະທານສະພາປະຊາຊົນສູງສຸດ.
ພາຍຫລັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ, ປະທານ ສຸພານຸວົງ ໄດ້ສືບຕໍ່ເປັນຄັນທຸງຂອງແນວໂຮມມະຫາສາມັກຄີແຫ່ງຊາດ (
ແນວລາວຮັກຊາດ ) ເຊິ່ງຕໍ່ມາ ໃນວັນທີ 20
ກຸມພາ 1979 ກອງປະຊຸມໃຫຍ່ໄດ້ປ່ຽນຊື່ເປັນແນວລາວສ້າງຊາດ ແລະ ໄດ້ເລືອກຕັ້ງເພິ່ນເປັນປະທານຄະນະກຳມະການສູນກາງແນວລາວສ້າງຊາດ.
ໃນກອງປະຊຸມໃຫຍ່ຄັ້ງທີ III (1982) ແລະ ຄັ້ງທີ IV
(1986) ຂອງພັກໄດ້ເລືອກຕັ້ງປະທານ ສຸພານຸວົງ ເຂົ້າໃນຄະນະ
ບໍລິຫານງານສູນກາງພັກ ແລະ ກົມການເມືອງອີກເທື່ອໜຶ່ງ.
ມາຮອດປີ 1989, ປະທານ
ສຸພານຸວົງ ໄດ້ລົ້ມປ່ວຍ ແລະ ບໍ່ສາມາດປະຕິບັດພາລະກິດອັນສູງສົ່ງຂອງເພິ່ນຕໍ່ໄປໄດ້.
ເພິ່ນໄດ້ ຮັບຄວາມເອົາໃຈໃສ່ເບິ່ງແຍງປິ່ນປົວຈາກແພດໝໍທີ່ມີຊື່ສຽງ ຈາກ ພາຍໃນ ແລະ
ຕ່າງປະເທດ.
IV.
ບົດບາດອັນພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່
ແລະ ຄຸນ ສົມບັດສິນທຳປະຕິວັດອັນຜ່ອງໄສຂອງປະທານ ສຸພານຸວົງ.
ປະທານ ໄກສອນ ພົມວິຫານ ໄດ້ກ່າວສັນລະເສີນ
ປະທານ ສຸພານຸວົງ ດັ່ງນີ້: “ບົດບາດ ແລະ ຊື່ສຽງຂອງສະຫາຍ ສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນ
ໃນຖານະທີ່ເປັນນັກຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນ
ຜູກພັນກັບການປະຕິວັດຕະຫລອດມາ... ສະຫາຍ ສຸພານຸວົງ ໄດ້ເຂົ້າຮ່ວມກັບຄະນະນຳພາຂອງພັກເຮົາເລີ່ມຕັ້ງແຕ່ຊຸມປີຕົ້ນຂອງການປະຕິວັດ...
ສະຫາຍເປັນນັກປະຕິວັດທີ່ ກ້າແກ່ນຕະຫລອດສອງສະໄໝຕໍ່ຕ້ານ ອັນຍາວນານຂອງປະຊາຊົນເຮົາ.
ສະຫາຍບໍ່ໄດ້ງໍ້ງ່ຽງຕໍ່ຄວາມຍາກລຳບາກ ແລະ
ຄວາມເສຍສະຫລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນຕໍ່ການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ
ເພື່ອຄວາມ ເປັນເອກະລາດ ແລະ ຄວາມວັດທະນະຖາວອນຂອງປະເທດຊາດ, ເພື່ອອິດສະຫລະພາບ
ແລະ ຄວາມຢູ່ດີກິນດີຂອງປະຊາຊົນເຮົາ,
ບົນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວ
ສະຫາຍໄດ້ ສະແດງໃຫ້ເຫັນແຈ້ງສະຕິປັນຍາອັນແຫລມຄົມ, ຄວາມສະຫລາດ
ສະຫລຽວຂອງຕົນໃນໂຕະເຈລະຈາກັບຝ່າຍກົງກັນຂ້າມ ທັງຢູ່ພາຍ ໃນປະເທດ ແລະ ຢູ່ເວທີສາກົນ ໂດຍໄດ້ເຊີດຊູເຈຕະນາດີ
ແລະ ຄວາມເປັນທຳຂອງການປະຕິວັດ, ປະກອບສ່ວນຢ່າງສາຄັນເຂົ້າ
ໃນໄຊຊະນະຂອງການຕໍ່ສູ້ ເພື່ອສັນຕິພາບ, ຄວາມຖືກຕ້ອງປອງດອງ ແລະ
ຄວາມເປັນເອກະພາບແຫ່ງຊາດ...
ຕະຫລອດຊີວິດແຫ່ງການເຄື່ອນໄຫວຂອງຕົນ, ບໍ່ວ່າໃນ
ຄວາມຮັບຜິດຊອບອັນສຳຄັນໃດໆ,
ບໍ່ວ່າໃນຖານະຕຳແໜ່ງໃດ
ແລະ ໃນສະຖານະການໃດໆ
ສະຫາຍກໍ່ໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ
ຫົວຄິດປະດິດສ້າງຂອງຕົນໃຫ້ ແກ່ພາລະກິດຕໍ່ສູ້ປະຕິວັດ...
ໂດຍເດີນຕາມເສັ້ນທາງຂອງພັກຄວາມສາມາດ, ຄຸນນະທາໍ
ແລະ ອິດທິພົນຂອງສະຫາຍ ໄດ້ກາຍເປັນສິ່ງຊຸກຍູ້ປຸກລະດົມ ດຶງດູດປະຊາຊົນລາວເຜົ່າຕ່າງໆ
ຊັ້ນຄົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນສ້າງກ້ອນກຳລັງສາມັກຄີ
ເປັນອັນໜຶ່ງ ອັນດຽວກັນ ໃນແນວໂຮມເອກະພາບແຫ່ງຊາດ ຊຶ່ງເປັນໜຶ່ງໃນບັນດາປັດໄຈສຳຄັນ ຮັບປະກັນໄຊຊະນະຂອງການປະຕິວັດ
ປະເທດເຮົາໃນແຕ່ລະໄລຍະ...
ພັກ, ລັດ ແລະ ປະຊາຊົນລາວ
ຂໍສະແດງຄວາມເຄົາລົບຮັກ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການປະກອບສ່ວນ ອັນໃຫ່ຍຫລວງ
ແລະ ປະເສີດທີ່ສຸດຂອງສະຫາຍ ໃນພາລະກິດ ປະຕິວັດທີ່ເຕັມໄປດ້ວຍໄຊຊະນະຂອງປະຊາຊົນເຮົາ
ໃນໄລຍະທີ່ ຜ່ານມາ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່”.
-
ຈາກຄາໍກ່າວສັນລະເສີນຂອງປະທານ ໄກສອນ ພົມວິຫານ ດັ່ງກ່າວນັ້ນ, ຈາກຊີວິດ
ແລະ ພາລະກິດປະຕິວັດຂອງປະ ທານ ສຸພານຸວົງ ພວກເຮົາສາມາດສັງລວມບົດບາດອັນພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່
ແລະ ຄຸນສົມບັດສິນທຳອັນຜ່ອງໄສຂອງປະທານ ໄດ້ດັ່ງນີ້:
ປະທານ ສຸພານຸວົງ ເປັນເຊື້ອເຈົ້າ-ເປັນປັນຍາຊົນຜູ່ຍິ່ງໃຫຍ່
ທີ່ມີນໃຈຮັກຊາດດູດດື່ມ ແລະ ຮັກແພງປະຊາຊົນຢ່າງສຸດຊຶ້ງ; ເພິ່ນເປັນຜູ້ນໍາທີ່ດີເດັ່ນ
ແລະ ເປັນວິລະບູຣຸດຂອງຊາດລາວເຮົາ.
ປະທານ ສຸພານຸວົງ ມີບົດບາດພົ້ນເດັ່ນ
ໂດຍຕິດພັນກັບພາລະກິດຂອງພັກເຮົາ; ເພິ່ນທັງເປັນນັກປະຕິວັດຜູ້ກ້າແກ່ນ, ທີ່
ໄດ້ຕື່ນຕົວເສຍສະຫລະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ
ປະຊາຊົນລາວບັນດາເຜົ່າ;
ເພິ່ນທັງ ເປັນແກ່ນສານ ແລະ ໃຈກາງເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າບັນດາຊັ້ນຄົນເຂົ້າໃນແນວໂຮມກູ້ຊາດ
ແລະ ສ້າງຊາດ ທັງໄດ້ອຸທິດໝົດຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງ ແລະ ກຳລັງວັງຊາ
ເພື່ອໄຊຊະນະຂອງພາລະກິດປະຕິວັດ.
-
ປະທານ ສຸພານຸວົງ ເປັນຜູ້ນຳທີ່ສະຫລຽວສະຫລາດ, ເຮັດແທ້ທຳຈິງ
ທັງມີມານະຈິດ ແລະ ມີຄວາມເຊື່ອໝັ້ນອັນໜັກແໜ້ນ ຕໍ່ອຸດົມການປະຕິວັດ; ເຖິງສະຖານະການຈະຫຍຸ້ງຍາກຄັບຂັນພຽງໃດ
ເພິ່ນກໍ່ມີຄວາມເດັດດ່ຽວອາດຫານຜ່ານຜ່າໄດ້ຢ່າງມີໄຊ.
ປະທານ ສຸພານຸວົງ ເປັນຜູ້ນຳທີ່ມີທັດສະນະມະຫາຊົນ
ກວ້າງຂວາງ, ມີນ້ຳໃຈມະນຸດສະທຳສູງ ແລະ ມີເມດຕາທຳຕໍ່ເພື່ອນມະນຸດ; ເພິ່ນເປັນປັນຍາຊົນທີ່ມີຄວາມຮູ້ສູງແຕ່ພັດຖະໜອມຖ່ອມຕົວ, ນັບຖືຮັກແພງອ້າຍເອື້ອຍນ້ອງພະນັກງານ
ແລະ ເຊື່ອໝັ້ນປະຊາຊົນ;
ເພິ່ນໄດ້ຮ່ວມທຸກຮ່ວມສຸກ ແລະ ຮ່ວມເປັນຮ່ວມ ຕາຍກັບປະຊາຊົນຕັ້ງແຕ່ເລີ່ມຕົ້ນ
ແລະ ໄດ້ນຳພາຂະບວນການ ຕໍ່ສູ້ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ຈົນເຖິງໄຊຊະນະສົມບູນ.
ປະທານ ສຸພານຸວົງ ເປັນຄົນດຸໝັ່ນອອກແຮງງານ, ມັກຄົ້ນຄວ້າສະແຫວງຫາຄວາມຮູ້ໃໝ່ເພີ່ມເຕີມຢູ່ເລື້ອຍໆ; ເພິ່ນມີແບບແຜນຊີວິດທີ່ຮຽບງ່າຍ
ແຕ່ມີລະບຽບວິໄນເຂັ້ມງວດ,
ເວົ້າໄປຄຽງຄູ່ກັບການກະທຳ, ຈະແມ່ນເວລາໃດ ແລະ
ຢູ່ໃນຖານະຕຳແໜ່ງໃດ ເພິ່ນກໍ່ເຊີດຊູຄວາມຮັບຜິດຊອບ ແລະ
ສູ້ຊົນເຮັດສາເລັດໜ້າທີ່, ທັງມີຄວາມຊື່ສັດ, ປະຢັດ
ແລະ ບໍລິສຸດປອດໄສ. ປະທານ ສຸພານຸວົງ ມີຄວາມຮັກອັນບໍລິສຸດຕໍ່ຄອບຄົວ.
*
ດ້ວຍຜົນງານການປະກອບສ່ວນອັນໃຫຍ່ຫລວງໃນພາລະກິດປະຕິວັດຂອງປະຊາຊົນເຮົາ
ກໍ່ຄືໃນການຕໍ່ສູ້ຂອງບັນດາປະຊາຊາດ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະ
ຄວາມກ້າວໜ້າ ທາງສັງຄົມໃນໂລກ, ປະທານ ສຸພານຸວົງ ໄດ້ຮັບຫລຽນໄຊ
ສັນລະເສີນຄຸນງາມຄວາມດີ ດັ່ງນີ້:
- ຫລຽນຄາໍແຫ່ງຊາດ ( ລາວ ).
- ຫລຽນໄຊ ໂຈລີໂອ ກູຍຣີ ຈາກສະພາສັນຕິພາບໂລກ
- ຫລຽນໄຊ ສຸເຄບາ ຈາກ ສ.ປ ມົງໂກ
- ຫລຽນໄຊ ດາວຄຳ ຈາກ ສ.ສ ຫວຽດນາມ.
- ຫລຽນໄຊ ໂທຈິມິນ ຈາກ ສ.ສ ຫວຽດນາມ.
- ຫລຽນໄຊ ປລາຢາ ເຮຣົງ ຈາກ ສ ກູບາ
- ຫລຽນໄຊ 13 ສະຕະວັດ
ບຸນກາຣີ ຈາກ ສ.ປ ບູນກາລີ
- ຫລຽນໄຊ ເກຣເມັນ ກົດວານ ຈາກ ສ.ສ ເຊັກໂກ
ສະໂລວາກີ
ປະທານ ສຸພານຸວົງ
ໄດ້ເຖິງແກ່ມໍລະນະກາໍເມື່ອເວລາ 23 ໂມງ 15 ນາທີ ຂອງວັນທີ 9
ມັງກອນ 1995. ເຖິງເພິ່ນໄດ້ຈາກໄປ,
ແຕ່ຊື່ສຽງ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຖືກຈາລຶກ
ໄວ້ໃນປະຫວັດສາດ ຂອງຊາດລາວເຮົາ ແລະ ຈະສືບຕໍ່ຍືນຍົງຢູ່
ໃນພາລະກິດປະຕິວັດຂອງພວກເຮົາຕະຫລອດໄປ.
(ຄັດຈາກປື້ມ
ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ສຸພານຸວົງ 2004)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ