ຊີວະປະຫວັດຫຍໍ້ ຂອງສະຫາຍ ຄຳໄຕ ສີພັນດອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2023-09-23 20:12:19
• ສະຫາຍ ຄຳໄຕ
ສີພັນດອນ ເກີດເມື່ອວັນທີ 8 ກຸມພາ
1954 ບ້ານ ຫົວໂຂງ, ຕາແສງໂຂງເຫນືອ, ເມືອງ ໂຂງ, ແຂວງຈຳປາສັກ, ໃນຄອບຄົວຊາວນາ. ສະຫາຍ ໄດ້ເຂົ້າຮ່ວມການປະຕິວັດໃນກາງປີ
1947, ເປັນສະມາຊິກພັກກອມມູນິດອິນດູຈີນໃນປີ1954 ແລະ ເປັນສະມາຊິກພັກປະຊາຊົນລາວ ໃນປີ 1956.
ການເຄື່ອນໄຫວປະຕິວັດຂອງສະຫາຍ
ໃນແຕ່ລະໄລຍະມີດັ່ງນີ້ :
1947 - 1948, ເປັນນາຍທະຫານປະຈາໍເສນາທິການເຂດໃຕ້.
ທ້າຍປີ 1948 ເຖິງ ເດືອນພຶດສະພາ 1950 ເປັນຜູ້ແທນລັດຖະບານລາວອິດ ສະຫລະປະຈ ຳເຂດໃຕ້
ແລະຮັບຜິດຊອບກໍ່ສ້າງທີ່ຫມັ້ນ ປະຕິວັດຢູ່ເຂດໃຕ້.
ແຕ່ເດືອນກັນຍາ 1950 ເຖິງທ້າຍປີ 1952 ເປັນກ ຳມະການສູນກາງແນວ ລາວອິດສະຫຼະ.
1952 - 1954 ເປັນປະທານຄະນະກ ຳມະການເຂດກາງ.
1955 - 1956 ເປັນເສນາທິການກອງທັບຝ່າຍປະເທດລາວ.
1957 - 1959 ເປັນຫົວຫນ້າຫ້ອງວ່າການສູນກາງພັກ.
ທ້າຍປີ 1959 ຫາປີ 1960 ເຮັດຫນ້າທີ່ໂຄສະນາອົບຮົມ ແລະຮັບຜິດຊອບວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ.
1960 ຮັບຜິດຊອບວຽກງານການທະຫານຂອງສູນກາງພັກ
ແລະເປັນຜູ້ບັນຊາການສູງສຸດກອງທັບຝ່າຍປະເທດລາວ.
ສະຫາຍ ໄດ້ເປັນກຳມະການສູນກາງພັກ
ເມື່ອປີ 1957, ໃນກອງປະຊຸມໃຫຍ່ຄັ້ງທີ
II ( ປີ 1972 ), ຄັ້ງທີ III ( ປີ 1982
), ຄັ້ງທີIV ປີ1986) ແລະ ກອງປະຊຸມໃຫຍ່ຄັ້ງທີ V ( ປີ 1991 ), ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການສູນກາງ
ແລະ ກົມການເມືອງສູນກາງພັກ, ສະຫາຍໄດ້ເປັນເລຂາທິການສູນກາງພັກ
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ III ເຖິງຄັ້ງທີ IV ຂອງພັກ ແລະ ເປັນຜູ ປະຈຳການຄະນະເລຂາທິການສູນກາງສະໄຫມ
ທີ III ແລະ ທີ IV
ແຕ່ປີ 1975 ເຖິງປີ 1991 ສະຫາຍ ໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ,
ທັງເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.
ວັນທີ 15 ສິງຫາ 1991, ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດຊຸດທີ II ໄດ້ແຕ່ງຕັ້ງສະຫາຍເປັນ ນາຍົກລັດຖະມົນຕີ.
ກອງປະຊຸມຄົບຄະນະຄັ້ງພິເສດຂອງຄະນະບໍລິຫານງານສູນກາງພັກ
( ສະໄໝທີ V ) ເມື່ອວັນທີ 24 ພະຈິກ 1992 ໄດ້ເລືອກຕັ້ງສະຫາຍເປັນ ປະທານຄະນະບໍລິຫານ ງານສູນກາງພັກ.
(ຄັດຈາກ
ວາລະສານ ອະລຸນໃໝ່ ສະບັບພິເສດ 1992, ໜ້າ 66-67)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ