ຊີວະປະຫວັດຫຍໍ້ ຂອງສະຫາຍ ໄກສອນ ພົມວິຫານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 54 ຄັ້ງ | ເວລາ | 2023-09-23 19:43:29
ພາຍຫລັງທີ່ຮຽນຈົບຊັ້ນປະຖົມພາສາລາວ
ແລະ ຊັ້ນປະຖົມພາສາຝະລັ່ງ ທີ່ສະຫວັນ ນະເຂດແລ້ວ, ສະຫາຍໄດ້ໄປຮຽນຕໍ່ທີ່ໂຮງຮຽນ ໂປຣເຕັກໂຕຣາ ທີ່ຮ່າໂນ້ຍ
(ຫວຽດນາມ).
ໃນຊຸມປີ 1936-1939,
ໄດ້ມີຂະບວນການຂອງຊາວຫນຸ່ມຫວຽດນາມຕໍ່ສູ້ເພື່ອສິດເສ
ລິພາບປະຊາທິປະໄຕ, ສະຫາຍໄດ້ເຂົ້າຮ່ວມຂະບວນການນີ້.
ໃນປີ 1943,
ສະຫາຍໄດ້ຮຽນຈົບອຸດົມສຶກສາ ແລະໄດ້ເຂົ້າຮຽນໃນຂະແໜງກົດຫມາຍຂອງມະຫາວິທະຍາໄລທີ່ຮ່າໂນ້ຍ.
ປີ 1944,
ສະຫາຍໄດ້ເຂົ້າເປັນສະມາຊິກຂອງສະມາຄົມຊາວໜຸ່ມກູ້ຊາດ.
ປີ 1945,
ສະຫາຍໄດ້ເຂົ້າຮ່ວມການຍຶດອຳນາດການປົກຄອງຈາກມືຂອງພວກຟາຊິດຍີ່ປຸ່ນ
ຢູ່ສະຫວັນນະເຂດ ແລະໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການທະຫານປະຈາໍ ແຂວງສະຫວັນນະເຂດ.
ປີ 1946,
ສະຫາຍໄດ້ເຂົ້າຮ່ວມເຮັດວຽກ ໃນຄະນະຕິດຕໍ່ລາວ
ຫວຽດນາມ (ທີ່ຮ່າໂນ້ຍ).
ປີ 1947,
ສະຫາຍໄດ້ເຮັດວຽກໃນໜ່ວຍໂຄສະນາ ຢູ່ເຂດ
12 ( ພາກເຫນືອຫວຽດນາມ)
ປີ 198,
ສະຫາຍໄດ້ເປັນຫົວໜ້າກອງຕະລຸມບອນເຂດລາວເຫນືອ
ເຮັດວຽກສ້າງຮາກຖານການເມືອງ, ຈັດຕັ້ງກຳລັງປະກອບອາວຸດ,
ສ້າງຖານທີ່ຫມັ້ນຢູ່ເຂດຕາເວັນອອກ ສ່ຽງເໜືອຂອງລາວ
ໂດຍເອົາບໍລິເວນລາວຮຸ່ງ, ພຽງສາ,
ມອງນ້ຳ, ຜາຫລວງ ທີ່ຂຶ້ນກັບເມືອງຊຽງຄໍ້ ແຂວງຫົວພັນເປັນໃຈກາງ.
ປີ 1949,
ສະຫາຍໄດ້ເປັນຜູ້ບັນຊາການກອງທັບລາວອິດສະຫຼະ.
ໃນປີດຽວກັນນີ້ ໃນວັນທີ 6 ມັງກອນ
ສະຫາຍໄດ້ສະຫມັກເຂົ້າພັກກອມມູນິດອິນດູຈີນ ແລະ ໄດ້ເປັນສະມາຊິກສົມບູນ ໃນວັນທີ 28
ກໍລະກົດ ປີ 1949.
ປີ 1950,
ໃນກອງປະຊຸມ ໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ,
ສະຫາຍໄດ້ຮັບເລືອກຕັ້ງເປັນກຳມະການໃນຄະນະກຳມະການສູນກາງແນວລາວອິດສະຫຼະ
ແລະ ເປັນລັດຖະມົນກະຊວງປ້ອງກັນປະເທດຂອງລັດຖະບານລາວຕໍ່ຕ້ານ.
ປີ 1951, ສະຫາຍໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ແລະ ໄດ້ຮັບມອບໝາຍຈາກກອງປະຊຸມໃຫຍ່ ໃຫ້ມາຮ່ວມກັບບັນດາສະຫາຍລາວສ້າງຕັ້ງ
ພັກປະຊາຊົນລາວ.
ປີ 1655,
ສະຫາຍໄດ້ພ້ອມກັບບັນດາສະຫາຍສະມາຊິກພັກກອມມູນິດອິນດູຈີນ
ທີ່ເປັນຄົນລາວສ້າງຕັ້ງພັກປະຊາຊົນລາວຂຶ້ນ ແລະ ສະຫາຍໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່
ຄະນະນຳຂອງພັກ, ເປັນເລຂາທິການຂອງຄະນະພັກທະຫານ,
ພ້ອມທັງເປັນຜູ້ບັນຊາການທະຫານສູງສຸດ.
ປີ 1955-1957,
ສະຫາຍໄດ້ຊີ້ນຳການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມຊ້ຳເໜືອ
ແລະ ຜົ້ງສາລີ.
ປີ 1956,
ສະຫາຍໄດ້ຮັບເລືອກຕັ້ງຈາກກອງປະຊຸມໃຫຍ່ແນວລາວຮັກຊາດ
ໃຫ້ເປັນຮອງປະທານສູນກາງແນວລາວຮັກຊາດ.
ປີ 1959. ໂດຍການຕົກລົງຂອງຄະນະສູນກາງພັກ,
ສະຫາຍ ແລະ ໝູ່ຄະນະຈຳນວນຫນຶ່ງໄດ້ອອກຈາກວຽງຈັນກັບໄປເຂດທີ່ຫມັ້ນຊ້ຳເຫນືອ
ເພື່ອຊີ້ນຳການຫັນທິດຕໍ່ສູ້.
ປີ 1964,
ສະຫາຍໄດ້ຮັບເລືອກຕັ້ງຈາກກອງປະຊຸມໃຫຍ່ແນວລາວຮັກຊາດຄັ້ງທີ
II ໃຫ້ເປັນຮອງປະທານສູນກາງແນວລາວຮັກຊາດ.
ປີ 1972,
ສະຫາຍໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກປະຊາຊົນປະຕິວັດລາວ ຈາກກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດລາວຄັ້ງທີ II.
ປີ 1975,
ສະຫາຍໄດ້ຊີ້ນຳການລຸກຮື້ຂຶ້ນຢຶດອຳນາດການປົກຄອງມາມືປະຊາຊົນ
ໂດຍສາມບາດຄ້ອນຍຸດທະສາດ ແລະ ໃນປີດຽວກັນນັ້ນກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ແຕ່ງຕັ້ງສະຫາຍເປັນປະທານສະພາລັດຖະມົນຕີແຫ່ງ
ສປປ.ລາວ.
ປີ 1982,
ສະຫາຍໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກປະຊາຊົນປະຕິວັດລາວ ຈາກກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດລາວຄັ້ງທີ III.
ປີ 1986,
ສະຫາຍໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກປະຊາຊົນປະຕິວັດລາວ ຈາກກອງປະຊຸມ ໃຫຍ່ພັກປະຊາຊົນປະຕິວັດລາວຄັ້ງທີ່ IV
ວັນທີ 28 ມີນາ
1991, ສະຫາຍໄດ້ຮັບເລືອກຕັ້ງເປັນປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ
ຈາກກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດລາວ ຄັ້ງທີ່ V.
ວັນທີ 15 ສິງຫາ
1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ່ II ໄດ້ເລືອກຕັ້ງສະຫາຍເປັນປະທານປະເທດແຫ່ງ
ສປປ.ລາວ.
ດ້ວຍຄຸນງາມຄວາມດີຂອງເພິ່ນ
ພັກ ແລະ ລັດ ໄດ້ມອບນາມມະຍົດວິລະຊົນແຫ່ງຊາດ, ຫລຽນຄຳແຫ່ງຊາດພ້ອມດ້ວຍຫລຽນໄຊຕ່າງໆເຊັ່ນ: ຫລຽນໄຊອິດສະຫລະຊັ້ນ
I, ຫລຽນໄຊປະຕິວັດຊະນະເລີດຊັ້ນ I, ຫລຽນໄຊພິລະອາດຫານຊັ້ນ I, ຫລຽນກາຕໍ່ຕ້ານ ຝະລັງ, ຫລຽນກາຕໍ່ຕ້ານອາເມລິກາ ແລະ ຫລຽນລະນຶກ 5 ປີ
ຂອງລະບອບໃຫມ່.
ພ້ອມດຽວກັນນັ້ນຫລາຍປະເທດກໍ່ໄດ້ມອບຫລຽນໄຊໃຫ້ສະຫາຍປະທານເຊັ່ນ:
ຫລຽນໄຊດາວຄາໍ ແລະ ຫລຽນ ໄຊ ໂຮຈິມິນ ຈາກ ສສ.ຫວຽດນາມ, ຫລຽນໄຊອັງກໍ ຈາກລັດກຳປູເຈຍ, ຫລຽນໄຊ ເລນິນ ແລະ ຫລຽນໄຊມະຫາປະຕິວັດເດືອນຕຸລາ ຈາກ ສະຫະພາບໂຊວຽດ,
ຫລຽນໄຊກາກມາກ ຈາກ ສ.ເຢຍລະມັນ,
ຫລຽນໄຊໂຮເຊມາກຕີ ຈາກ ກູບາ, ຫລຽນໄຊ ດີມີຕຣອບ ຈາກບຸນກາລີ, ຫລຽນໄຊຊູເຄບາ ຈາກມົງໂກລີ, ຫລຽນໄຊທຸງຊາດຊັ້ນ I ຈາກ ສປປ.ເກົາຫລີ, ເຄື່ອງຣາຊະອິດສະຣິຍະພອນ ຣາຊະນິດ ຕຣາພອນ ຈາກຣາຊະອານາຈັກໄທ
ແລະ ຫລຽນອື່ນໆ.
ສະຫາຍປະທານ ໄກສອນ
ພົມວິຫານ ຍັງໄດ້ຮັບປະຣິນຍາລັດຖະສາດ ສະດຸດີບັນດິດກິ ຕິມະສັກຂັ້ນປະຣິນຍາເອກ ຈາກມະຫາວິທະຍາໄລທຳມະສາດແຫ່ງຣາຊະອານາຈັກໄທ.
(ຄັດຈາກ ວາລະສານ ອະລຸນໃໝ່
ສະບັບພິເສດ 1992, ໜ້າ 4-6)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ