ຊີວະປະຫວັດຫຍໍ້ ປະທານ ໄກສອນ ພົມວິຫານ ໂດຍສັງເຂບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 57 ຄັ້ງ | ເວລາ | 2023-09-23 15:43:27 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2024-05-20 10:59:23
-
ປະທານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ
-
ພໍ່ຊື່ ລ້ວນ ເຮັດວຽກເປັນຂ້າຣາຊະການແປພາສາ ທີ່ຫ້ອງການສຳເລັດຣາຊະການຝຣັ່ງປະຈຳແຂວງສະວຫັນນະເຂດ ແລະ ແມ່ ຊື່ ດົກ ເປັນຊາວນາ ແລະ ເປັນໝໍຢາພື້ນເມືອງປິ່ນປົວພະຍາດ.
-
ເພີ່ນມີ ນ້ອງສາວນຳກັນ 2 ຄົນ ນາງ ສະຫວັນທອງ ແລະ ນາງ ກອງມະນີ.
-
ອາຍຸ ໄດ້ 7 ປີ ເພີ່ນໄດ້ເຂົ້າຮຽນປະຖົມທີ່ສອນເປັນພາສາລາວ ທີ່ບ້ານໄຊຍະພູມ ຕໍ່ມາໄດ້ຍ້າຍມາຮຽນໂຮງຮຽນປະຖົມທີ່ສອນພາສາຝຣັ່ງທີ່ບ້ານທ່າແຮ່.
-
1934 ພາຍຫຼັງຈົບປະຖົມໄດ້ໄປຮຽນຕໍ່ວິທະຍາໄລໂປຣເຕັກໂຕຣາ ທີ່ຮ່າໂນ້ຍ ຫວຽດນາມ
-
1942 ພາຍຫຼັງຈົບວິທະຍາໄລ ເພີ່ນໄດ້ເຂົ້າຮຽນມະຫາວິທະຍາໄລສາຂາແພດສາດ ຕໍ່ມາເພີ່ນໄດ້ປ່ຽນມາຮຽນວິຊາກົດໝາຍ.
-
1944 ເພີ່ນໄດ້ເຂົ້າເປັນສະມາຊິກສະມາຄົມກູ້ຊາດຫວຽດນາມ ແລະ ໄດ້ເຄື່ອນໄຫວກິດຈະກຳຫຼາຍຢ່າງ.
-
ຕົ້ນເດືອນ ຕຸລາ 1945 ເພິ່ນໄດ້ເປັນເຈົ້າການປຸກລະດົມ ແລະ ຈັດຕັ້ງມວນຊົນຊາວສະຫວັນນະເຂດ ເກືອບ 2000 ຄົນ ເພື່ອເຂົ້າຮ່ວມຄະນະລັດຖະບານອິດສະຫຼະທີ່ວຽງຈັນ.
-
ເດືອນທັນວາ 1945 ໄດ້ກັບຄືນຮ່າໂນ້ຍ ເພື່ອເຕົ້າໂຮມຊາວລາວທີ່ອາໄສຢູ່ຫວຽດນາມເຂົ້າຮ່ວມຂະບວນການຕໍ່ສູ້ເພີ່ນໄດ້ເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ, ຂຽບບົດວິຈານ, ແປຂ່າວຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ເປັນພາສາລາວ. ບາງຄັ້ງກໍ່ເປົ່າແຄນອອກວິທະຍຸຕື່ມອີກ.
-
ເດືອນ ທັນວາ 1946 ເພີ່ນໄດ້ເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມທີ່ຢູ່ຮ່າໂນ້ຍ ແລະ ຢູ່ແຂວງຕ່າງໆ ຂອງຫວຽດນາມ ເພື່ອຈັດຕັ້ງອົງການກູ້ຊາດຂອງຄົນລາວທີ່ອາໄສຢູ່ຫວຽດນາມ.
-
1947 ໄດ້ຖືກສັບຊ້ອນ ແລະ ມອບໝາຍໜ້າທີ່ໃຫ້ເຮັດວຽກຢູ່ຫ້ອງການໂຄສະນາຂອງກອງບັນຊາການເຂດ 12 ພາກເໜືອຫວຽດນາມ. ເປັນຜູ້ຮັບຂ່າວພາສາຝຣັ່ງມາແປ, ຮຽບຮຽງ ແລະ ພິມອອກເຜີຍແຜ່ໃຫ້ພະນັກງານ ແລະ ປະຊາຊົນຮັບຮູ້. ເພີ່ນໄດ້ຄົ້ນຄວ້າບົດຄຳເຫັນ, ບົດຂຽນຂອງບັນດາຜູ້ນຳການປະຕິວັດຫວຽດນາມໃນເວລານັ້ນ.
-
20 ມັງກອນ 1948 ສູນກາງພັກກອມມູນິດອິນດູຈີນໄດ້ສ້າງຕັ້ງກອງຕະລຸມບອນເຂດລາວເໜືອຂຶ້ນ ຮອດວັນທີ 14 ພຶດສະພາ ເພີ່ນໄດ້ຖືກບົ່ງຕົວໃຫ້ເປັນຜູ້ບັນຊາການກອງຕະລຸມບອນດັ່ງກ່າວ ເບື້ອງຕົ້ນມີ 14 ຄົນ ມີໜ້າທີ່ສ້າງຮາກຖານການເມືອງ, ສ້າງຖານທີ່ໝັ້ນ ແລະ ຈັດກຳລັງປະກອບອາວຸດປະຕິວັດຢູ່ບັນດາແຂວງພາກເໜືອຂອງລາວ. ເພີ່ນສາມາດເວົ້າພາສາມົ້ງ ແລະ ເຜົ່າລາວເທິງ.
-
ກາງປີ 1948 ເພີ່ນໄດ້ພົບກັບສະຫາຍຫວໍຫງວຽນຢາບ ຫົວໜ້າກອງບັນຊາການສູງສຸດກຳລັງປະກອບອາວຸດປະຕິວັດຫວຽດນາມ ເພື່ອປືກສາຫາລືແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງ ເປັນຕົ້ນບັນຫາສ້າງພະນັກງານ, ສ້າງຮາກຖານການເມືອງ ບາດກ້າວ ແລະ ວິທີການຈັດຕັ້ງກຳລັງປະກອບອາວຸດ, ການສ້າງຮາກຖານທີ່ໝັ້ນປະຕິວັດ ແລະ ອື່ນໆ.
-
ຍ້ອນເພີ່ນໄດ້ປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອໃນການນຳພາກອງຕະລຸມບອນ ແລະ ຍາດໄດ້ຜົນງານຜ່ານມາ ໜ່ວຍພັກປະຈຳກອງຕະລຸມບອນເຂດລາວເໜືອຈຶ່ງສະເໜີຕໍ່ຄະນະພັກສະຫະເຂດ 10 ຮັບເອົາປະທານ ໄກສອນ ພົມວິຫານ ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.
-
ວັນທີ 6 ມັງກອນ 1949 ເພີ່ນໄດ້ເຂົ້າເປັນສະມາຊິກພັກສຳຮອງ ມາຮອດ 28 ກໍລະກົດ 1949 ໄດ້ເຂົ້າເປັນສະມາຊິກພັກສົມກອມມູນິດອິນດູຈີນ.
-
ວັນທີ 20 ມັງກອນ 1949 ເພີ່ນໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນ ແລະ ເພີ່ນໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການກອງທັບລາວອິດສະຫຼະໃນເວລານັ້ນ ແລະ ກາຍເປັນວັນສ້າງຕັ້ງກອງທັບມາເຖິງປັດຈຸບັນ.
-
ເດືອນ ສິງຫາ 1950 ເພີ່ນໄດ້ຖືກແຕ່ງຕັ້ງເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ເປັນລັດຖະເສນາກະຊວງປ້ອງກັນປະເທດ ໂດຍສະເດັດເຈົ້າສຸພານຸວົງເປັນປະທານ ແລະ ເປັນລັດຖະມະຫາເສນາ
-
ວັນທີ 11-19 ກຸມພາ 1950 ກອງປະຊຸມໃຫຍ່ ພັກກອມມູນິດອິນດູຈີນ ຄັ້ງທີ 2 ເພີ່ນໄດ້ເປັນຫົວໜ້າຄະນະຜູ້ແທນອົງຄະນະພັກແຄ້ວນລາວ ໄປເຂົ້າຮ່ວມກອງປະຊຸມດັ່ງ ຊຶ່ງມີມະຕິໃຫ້ແຕ່ລະປະເທດມີພັກເປັນຂອງຕົນເອງ ພັກກອມມູນິດລາວ, ພັກກອມມູນິດກຳປູເຈຍ ແລະ ພັກກອມມູນິດຫວຽດນາມ.
-
ປີ
1952 ເພີ່ນໄດ້ເຂົ້າຮ່ວມບັນຮົບໄຕບັກ ຕໍ່ຈາກນັ້ນກໍ່ໄດ້ຖືກມອບໝາຍໃຫ້ບັນຊາກອງທະຫານ ເຂົ້າຕີເອົາເມືອງແອດ, ເມືອງຊຽງຄໍ້ ແລະ ສົບຮາວຢ່າງມີໄຊ.
-
ຕົ້ນປີ 1953 ສູນກາງພັກກອມມູນິດອິນດູຈີນ ຕົກລົງເປີດບັນຮົບພາກເໜືອລາວ, ປະທານ ໄກສອນ, ປະທານສຸພານຸວົງ ແລະ ທ່ານ ໜູຮັກ ພຸມສະຫວັນ ໄດ້ເຂົ້າຮ່ວມບັນຊາການຮົບ 8 ເມສາ ບັນຮົບຈຶ່ງໄດ້ເປີດຂຶ້ນ ຕີເຂົ້າຊ້ຳເໜືອ, ຜ່ານການສູ້ຮົບເປັນເວລາເກືອບໜຶ່ງເດືອນ ສາມາດປົດປ່ອຍຫົວພັນທັງໝົດ, ສ່ວນໜຶ່ງຂອງຊຽງຂວາງ, ຫຼວງພະບາງ ແລະ ຜົ້ງສາລີ.
-
1954 ເພີ່ນໄດ້ເຂົ້າຮ່ວມບັນຊາຮົບລະດູໜາວ, ລະດູບານໃໝ່ ສາມາດຍາດໄດ້ໄຊຊະນະໃຫຍ່ຫຼວງ
-
ວັນທີ 20 ຕຸລາ 1954 ເພີ່ນໄດ້ແຕ່ງງານກັບ ນາງ ທອງວິນ ຊຶ່ງພິທີແຕ່ງງານໄດ້ຈັດຂຶ້ນທີ່ບ້ານຜາ ເມືອງວຽງໄຊ, ແຂວງຫົວພັນ ພາຍຫຼັງເພີ່ນມີລູກນຳກັນ …………...
-
ເດືອນ ພະຈິກ 1954 ຄະນະລັດຖະບານຕໍ່ຕ້ານໄດ້ຕົກລົງ ມອບໃຫ້ ເພີ່ນຮັບຜິດຊອບຊີ້ນຳ-ນຳພາແຂວງຊຳເໜືອ ໂດຍກົງ ເພື່ອກໍ່ສ້າງແຂວງໃຫ້ເປັນຖານທີ່ໝັ້ນອັນແຂງແກ່ນ ແລະ ກຳລັງອາວຸດໃຫ້ເຂັ້ມແຂງ.
-
ເດືອນ
ທັນວາ 1954 ໃນນາມລັດຖະມົນຕີກະຊວງປ້ອງກັນປະເທດ ເພີ່ນໄດ້ນຳພາກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບ
-
ເດືອນ ກຸມພາ 1955 ເພີ່ນໄດ້ເຂົ້າຮ່ວມບັນດຳເນີນຊີວິດການເມືອງ ຂອງສະມາຊິກພັກກອມມູນິດອິນດູຈີນ ຜູ້ດີເດັ່ນທີ່ເປັນຄົນລາວຈຳນວນ 40 ກວ່າສະຫາຍ ຊຶ່ງຈັດຂຶ້ນຢູ່ບ້ານ ບໍ່ຜາ ເມືອງວຽງໄຊ ແຂວງຫົວພັນ ເພື່ອກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອສ້າງຕັ້ງພັກ
-
ກອງປະຊຸມໃຫຍ່ ຄັ້ງທີ I ໄດ້ເປີດຂຶ້ນ ວັນທີ 22 ມີນາ ຫາ 6 ເມສາ 1955 ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ແທນສົມບູນ 20 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກທັງໝົດ ເກືອບ 400 ສະຫາຍ ຊື່ງເປັນຄົນລາວທີ່ເປັນສະມາຊິກພັກກອມມູນິດອິນດູຈີນ. ອາຍຸເພີ່ນຕອນນັ້ນມີພຽງແຕ່ 35 ປີ ເພີ່ນໄດ້ຮັບເລືອກຕັ້ງເປັນເລຂາທິການຄະນະຊີ້ນຳສູນກາງພັກປະຊາຊົນປະຕິວັດລາວທັງເປັນເລຂາທິການຄະນະພັກທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ.
-
ວັນທີ 10 ສິງຫາ 1959 ເພີ່ນໄດ້ຂຽນຈົດໝາຍເຖິງປະຊາຊົນ, ພະນັກງານ ແລະ ບັນດານັກຮົບກຳລັງປະກອບອາວຸດປະເທດລາວ ເນື້ອໃນຈົດໝາຍກ່າວປະນາມການແຊກແຊງຂອງຈັກກະພັດອາເມຣິກາ ແລະ ລູກມືຜູ້ຂາຍຊາດຂອງມັນ.
-
ຕົ້ນປີ 1960 ເພີ່ນຊີ້ນຳໂດຍກົງ ກ່ຽວກັບການດຳເນີນແຜນເອົາບັນດາຜູ້ນຳແນວລາວຮັກຊາດອອກຈາກຄຸກ ມາຮອດວັນທີ 23 ພຶດສະພາ ບັນດາຜູ້ນຳແນວລາວຮັກຊາດກໍ່ສາມາດໂຕນອອກຈາກຄຸກຢ່າງປອດໄພ.
-
ວັນທີ 3 ກຸມພາ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ ກອງປະຊຸມໄດ້ຕົກລົງປ່ຽນຊື່ ພັກປະຊາຊົນລາວ ເປັນ ພັກປະຊາຊົນປະຕິວັດລາວ ເພີ່ນໄດ້ຖືກເລືອກເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
-
ວັນທີ 1-2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນ ແລະ ໄດ້ປະກາດລົບລ້າງລະບອບຣາຊາທິປະໄຕ ແລະ ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ເພີ່ນໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
-
ວັນທີ 27 ເມສາ 1982 ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ ເພີ່ນໄດ້ຮັບເລືອກເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ອີກສະໄໝໜຶ່ງ. ແລະ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ປີກສະໄໝ.
-
ວັນທີ 13 ພະຈິກ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນ ເພີ່ນໄດ້ຮັບເລືອກເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ອີກສະໄໝໜຶ່ງ. ແລະ ເປັນນາຍົກລັດຖະມົນຕີອີກສະໄໝ
-
ວັນທີ 27-29 ມີນາ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ,
ເພີ່ນໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ
-
ວັນທີ 15 ສິງຫາ 1991 ກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດແຫ່ງ ສປປ ລາວ ແລະ ເພີ່ນໄດ້ຖືກເລືອກເປັນປະທານປະເທດ ແຫ່ງ ສປປ ລາວ.
-
ມາເຖິງ ວັນທີ 21 ພະຈິກ 1992 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາປະຊາຊົນສູງສຸດ, ລັດຖະບານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດໄດ້ແຈ້ງຂ່າວເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງພີ່ນ້ອງຮ່ວມຊາດ ບັນດາຊັ້ນຄົນ, ພະນັກງານ, ສະມາຊິກພັກ, ນັກຮົບຂອງກຳລັງປະກອບອາວຸດຊາບຢ່າງທົ່ວເຖິງກັນວ່າ: ປະທານ ໄກສອນ ພົມວິຫານ ປະທານ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາໄດ້ເຖິງແກ່ມໍລະນະກຳ ໃນເວລາ 11 ໂມງ 23 ນາທີ ຂອງວັນທີ 21 ພະຈິກ 1992 ລວມອາຍຸໄດ້ 72 ປີ.
ບັນດາຄຳສັນເສີນຄຸນງາມຄວາມດີຂອງປະທານໄກສອນພົມວິຫານ.
ຄຳກ່າວສັນລະເສີນຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຈາກພາຍໃນ ແລະ ຕ່າງປະເທດ
“ສະຫາຍ ປະທານ ໄກສອນ ພົມວິຫານ ເປັນລູກ ຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ
ແລະ ເປັນວິຣະ ບູຣຸດຂອງຊາດລາວເຮົາ. ສະຫາຍໄດ້ອຸທິດຫມົດສະຕິປັນຍາ ກ ຳລັງວັງຊາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ
ກໍ່ຄືພາລະ ກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງປະຊາ ຊົນເຮົາຕະຫລອດໄລຍະເຄິ່ງສັດຕະວັດ.
ສະຫາຍເປັນຜູ້ນ ທີ່ດີເດັ່ນຂອງພັກ ຂອງລັດ ແລະ ຂອງຊາດເຮົາ ທີ່ມີຄວາມ ປີຊາສາມາດ ສະຫລາດສ່ອງໄສ
ພ້ອມກັບຫມູ່ຄະນະກົມ ການເມືອງ ແລະ ສູນກາງພັກ ນ ຳພາການປະຕິວັດຂອງ ປະຊາຊົນເຮົາກ້າວຂຶ້ນຈາກໄຊຊະນະນີ້
ສູ່ໄຊຊະນະ ໃຫມ່ທີ່ ໃຫຍ່ຫລວງຂຶ້ນເລື້ອຍໆ, ເຮັດໃຫ້ປະເທດເຮົາຈາກການເປັນ ຫົວເມືອງຂຶ້ນຕ່າງດ້າວກາຍເປັນປະເທດເອກະລາດ ແລະ ມີ ຖານະບົດບາດອັນສົມກຽດໃນເວທີສາກົນ.
ສະຫາຍປະທານ ໄກສອນ ເປັນນັກຮັກຊາດທີ່ແທ້ຈິງ
ແລະ ເປັນເພື່ອນມິດຜູ້ ສະຫນິດສະຫນົມຂອງບັນດາປະຊາຊາດໃນໂລກ”. (ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ສະພາປະຊາຊົນສູງສຸດ. ລັດຖະບານແຫ່ງ ສປປ ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ)
“ໃນຖານະເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ນັບແຕ່ມື້ສ້າງຕັ້ງພັກ
ສະຫາຍໄດ້ເອົາໃຈໃສ່ຈົດຈໍ່ຢູ່ ສະເຫມີ ຕໍ່ການສ້າງຄວາມສາມັກຄີເປັນເອກະພາບພາຍໃນ ພັກ,
ຕໍ່ການສ້າງພັກໃຫ້ຫນັກແຫນ້ນ ເຂັ້ມແຂງໃນທຸກດ້ານ.
ໃນທຸກກໍລະນີທີ່ຫຍຸ້ງຍາກລ ຳບາກນັ້ນ ສະຫາຍຍາມໃດກໍ່ມີ ຄວາມຫມັ້ນທ່ຽງ ຫນັກແຫນ້ນທາງດ້ານຍຸດທະສາດ
ສະ ຫລາດຄ່ອງແຄ້ວທາງດ້ານຍຸດໂທບາຍ ມີຄວາມສະດຸ້ງໄວຕໍ່ ສະຖານະການ ແລະ ມີຄວາມປະດິດສ້າງ,
ທັງຮູ້ຮັບເອົາສິ່ງ ຍອດຍິ່ງໃນສະຕິປັນຍາຂອງມວນມະນຸດ,
ທັງຫມູນໃຊ້ທິດ ສະດີວິທະຍາສາດ ແລະ ບົດຮຽນຂອງປະເທດຕ່າງໆ
ໃນ ການວາງແນວທາງແຜນນະໂຍບາຍ ແລະ ນະໂຍບາຍຂອງ ພັກຢ່າງສອດຄ່ອງ ກັບເງື່ອນໄຂຈຸດພິເສດຂອງປະເທດເຮົາ
ໃນແຕ່ລະໄລຍະ...
ຕະຫລອດໃນຫລາຍສິບປີ ແຫ່ງການນໍາພາຂອງຕົນ ຈະແມ່ນໃນຖານະຕ
ຳແຫນ່ງໃດກໍ່ຕາມ ສະຫາຍຍາມໃດກໍ່ ຢຶດຫມັ້ນໃນແນວຄິດຖືປະຊາຊົນເປັນກົກ, ເສີມຂະຫຍາຍ ບົດບາດເປັນເຈົ້າຂອງປະຊາຊົນຢ່າງສຸດຂີດ
ອີງໃສ່ປະຊາຊົນ ເຊື່ອຫມັ້ນຢ່າງຫນັກແຫນ້ນຕໍ່ກ ຳລັງແຮງຂອງປະຊາຊົນ, ສະ ຫາຍໄດ້ເອົາໃຈໃສ່ຢ່າງບໍ່ລົດລະ ຕໍ່ວຽກງານຫັນລົງຮາກຖານ,
ສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ
ສ້າງຄວາມ ສາມັກຄີປອງດອງລະຫວ່າງປະຊາຊົນເຜົ່າຕ່າງໆ ແລະ ນ ເອົາຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນ...
ສະຫາຍປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ຊີ້ນຳ-ນຳພາພາລະກິດປ່ຽນແປງໃຫມ່ຮອບດ້ານຢ່າງມີ
ຫລັກການ... ພາປະເທດຊາດຂອງພວກເຮົາ ກ້າວຂຶ້ນຢ່າງ ຫນັກແຫນ້ນ ຕາມແນວທາງແຫ່ງການສືບຕໍ່ສ້າງ
ແລະ ຂະ ຫຍາຍລະບອບປະຊາທິປະໄຕປະຊາຊົນ ສູ່ຈຸດຫມາຍທີ່ພັກ ແລະ ປະຊາຊົນເຮົາໄດ້ເລືອກເອົາໄວ້...!
ເກ
ສະຫາຍ ໄກສອນ ພົມວິຫານ ໄດ້ສົມທົບຢ່າງກົມກຽວ ລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ
ໄດ້ປະ ກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນພາລະກິດສັນຕິພາບຄວາມ ກ້າວຫນ້າທາງສັງຄົມ ໃນການເສີມສ້າງມິດຕະພາບ
ແລະ ການຮ່ວມໄມ້ຮ່ວມມື ລະຫວ່າງປະເທດເຮົາ ກັບບັນດາປະເທດໃກ້ຄຽງ ແລະ ບັນດາປະຊາຊາດໃນໂລກ.
ຈາກນັ້ນ ສະຫາຍ ໄກສອນ ຈຶ່ງໄດ້ຮັບຄວາມເຄົາລົບນັບຖື ແລະ ມິດຈິດມິດໃຈ ຈາກອ້າຍນ້ອງເພື່ອນມິດຜູ້ຢູ່ໃກ້
ແລະ ຢູ່ໄກ ໃນທົ່ວໂລກ... ເຮັດໃຫ້ອິດທິພົນ ແລະ ຖານະບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງໃນເວທີສາກົນ.
ສະຫາຍປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນ ແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລ້ຳ
ສຳລັບພະນັກງານ ສະມາຊິກພັກ, ນັກຮົບ
ແລະ ປະຊາຊົນ ລາວທຸກເຜົ່າໃນທົ່ວປະເທດ ດ້ວຍການເສຍສະຫລະຢ່າງບໍ່ ມີຂອບເຂດ ແລະ ການອຸທິດຊົ່ວຊີວິດຂອງຕົນດ້ວຍຄວາມ
ບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາ ຊົນເຮົາ, ເພື່ອອະນາຄົດຂອງລູກຫລານຮຸ້ນຕໍ່ໆໄປ. ສະຫາຍ ໄກສອນ ພົມວິຫານ
ແມ່ນລູກຜູ້ປະເສີດ, ແມ່ນນັກຮັກຊາດ
ຜູ້ດີເດັ່ນ ແລະ ເປັນຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ທຸກເຜົ່າ.
ສະຫາຍ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິຣະ ບູຣຸດຂອງຊາດລາວ !” (ຄ ຳກ່າວໄວ້ອາໄລໂດຍທ່ານ ໜູຮັກ ພູມສະຫວັນ ປະທານປະເທດແຫ່ງ ສປປ.ລາວ).
“ສະຫາຍ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດີເລີດ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນລູກຜູ້ປະເສີດຂອງປະຊາ
ຊົນລາວບັນດາເຜົ່າ, ເປັນເພື່ອນຜູ້ຈົ່ງຮັກພັກດີຂອງປະຊາຊົນ
ຫວຽດນາມ ເປັນເພື່ອນຜູ້ສະຫນິດສະຫນົມຂອງປະຊາຊາດ ທີ່ກ້າວຫນ້າໃນທົ່ວໂລກ...” (ໂທລະເລກເສົ້າສະຫລົດໃຈຈາກຜູ້ນຳ ສສ ຫວຽດນາມ).
“ສະຫາຍ ໄກສອນ ພົມວິຫານ ເປັນຜູ້ນຳທີ່ປະເສີດ ເລີດລາຂອງພັກ
ລັດລາວ. ໃນໄລຍະກວ່າເຄິ່ງ ສະຕະວັດ ສະຫາຍໄດ້ອຸທິດຫມົດສະຕິປັນຍາ ກ ຳລັງວັງຊາ ໃຫ້ແກ່ພາລະກິດປົດປ່ອຍຊາດ
ກໍ່ຄື ພາລະກິດສ້າງສາປະ ເທດຊາດຂອງລາວທັງໄດ້ມີການອຸທິດອັນສ ຳຄັນໃຫ້ແກ່ການ ເສີມຂະຫຍາຍມິດຕະພາບທີ່ມີມູນເຊື້ອ
ລະຫວ່າງປະຊາຊົນ ຂອງສອງປະເທດ ກໍ່ຄືການພົວພັນຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ດີລະຫວ່າງປະເທດທັງສອງ
ລາວ-ຈີນ ອີກດ້ວຍ. (ໂທລະເລກເສົ້າສະຫລົດໃຈຈາກຜູ້ນາໍ ສປ ຈີນ).
“ພະນະທ່ານ ໄກສອນ ພົມວິຫານ ແມ່ນວິຣະຊົນທີ່ ແທ້ຈິງແຫ່ງການຕໍ່ສູ້ປົດປ່ອຍຊາດ
ແລະ ປະຊາຊົນຜູ້ອາດຫານທີ່ໄດ້ນຳພາຊາດຂອງຕົນ
ເດີນຕາມເສັ້ນທາງແຫ່ງອິດ ສະຫລະພາບ ສັນຕິພາບ ແລະ ຄວາມກ້າວຫນ້າ... ຜູ້ບຸກ ເບີກທີ່ຍິ່ງໃຫຍ່
ຈິງໃຈ ແລະ ສຳຄັນໃນການພັດທະນາອັນຈົບ ງາມສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ
ກ ຳປູເຈຍ-ລາວ...” (ໂທລະເລກເສົ້າສະຫລົດໃຈຈາກສົມເດັດ
ເຈົ້າໂນໂຣດົມ ສີຫານຸ).
“ສະຫາຍ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນຂອງ ປະຊາຊົນລາວທີ່ໄດ້ອຸທິດຫມົດສະຕິປັນຍາກຳລັງວັງຊາຂອງ
ຕົນໃຫ້ແກ່ອິດສະຫລະພາບ ແລະ ການປົດປ່ອຍປະຊາຊົນ ລາວ, ໃຫ້ແກ່ຄວາມເປັນເອກະລາດຂອງຊາດ ກໍ່ຄື ພາລະ ກິດປົກປັກຮັກສາ
ແລະ ສ້າງສາປະເທດຊາດ... ສະຫາຍ ໄກສອນ ພົມວິຫານ ໄດ້ເປັນອ້າຍນ້ອງ ແລະ ເພື່ອນຮ່ວມ ສະຫນາມຮົບຜູ້ສະຫນິດແຫນ້ນຂອງພວກຂ້າພະເຈົ້າ”. (ໂທລະເລກເສົ້າສະຫລົດໃຈຈາກປະທານ
ກິມອິນສູງ ແຫ່ງ ສ.ປ.ປ ເກົາຫລີ.)
“ສະຫາຍ ໄກສອນ ພົມວິຫານ ເປັນຜູ້ນຳທີ່ໄດ້ອຸທິດ ຕະຫລອດຊີວິດຂອງຕົນໃຫ້ແກ່ການຕໍ່ສູ້
ຕ້ານລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດເພື່ອຄວາມເປັນເອກະລາດ, ທິປະໄຕ ແລະ ຄວາມວັດທະນາຖາວອນຂອງຊາດລາວ,
ເພື່ອສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ
ຊຶ່ງເປັນ ປັດໄຈໜຶ່ງຊຸກຍູ້ການຕໍ່ສູ້ຂອງບັນດານັກປະຕິວັດ ແລະ ຜູ້ທີ່ຮັກກຽດສັກສີໃນທົ່ວໂລກ…(ໂທລະເລກເສົ້າສະຫລົດໃຈຈາກສະຫາຍ ຟີແດນ ກາສໂຕຣຸສ
ແຫ່ງສາທາລະນະລັດ ກູບາ).
“ພະນະທ່ານ ໄກສອນ ພົມວິຫານ... ຜູ້ນຳທີ່ດີເດັ່ນ ຂອງຊາດລາວ
ແລະ ເພື່ອນມິດທີ່ດີຂອງປະເທດໄທ”. (ຈາກຣາຊິນີ ແລະ ສົມເດັດພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ).
“ທ່ານ ໄກສອນ ພົມວິຫານ ເປັນລັດຖະບູຣຸດ ແລະ ນັກການເມືອງທີ່ດີເດັ່ນຂອງປະເທດລາວ
ທັງເປັນເພື່ອນມິດ ຜູ້ຍິ່ງໃຫຍ່ຂອງປະເທດເຮົາ (ຣັດເຊຍ)...” (ທ່ານ ໂບຣິສ ແຢນຊິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍ).
“ໃນເວລາປະທານ ໄກສອນ ພົມວິຫານ ດ ຳລົງຕ ແໜ່ງນັ້ນ ໄດ້ມີຫຼາຍບາດກ້າວສຳຄັນໃນການປັບປຸງສາຍພົວ
ພັນກັບສະຫະລັດ... ທ່ານຍັງໄດ້ນ ຳພາ ສປປ ລາວ ໄປສູ່ເສດ ຖະກິດເປີດປະຕູ ດ້ວຍການນ ຳໃຊ້ກົນໄກເສດຖະກິດໃໝ່”. (ປະທານາທິບໍດີ ຈອກສ໌ ບູສ ແຫ່ງສະຫະລັດອາເມລິກາ).
“ທ່ານປະທານ ໄກສອນ ພົມວິຫານ, ນັກຮັກຊາດທີ່ ຍິ່ງໃຫຍ່ ຜູ້ທີ່ຮູ້ສະຫງວນໄວ້
ຊຶ່ງຄວາມເປັນເອກະພາບຂອງ ຊາດລາວ ໂດຍຜ່ານການທົດສອບນາໆປະການ”.
(ປະທານາທິບໍດີ ພຣັ່ງຊົວ ມິດເຕຣັງ ແຫ່ງສາທາລະນະລັດຝຣັ່ງ).
“ທ່ານປະທານ ໄກສອນ ພົມວິຫານ
ໄດ້ອຸທິດຕະຫຼອດ ຊີວິດຂອງຕົນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວ ແລະ ພາລະກິດສັນຕິພາບ, ການມໍລະນະກ ຳຂອງເພິ່ນເປັນ ການສູນເສຍອັນໃຫຍ່ຫຼວງ
ບໍ່ພຽງແຕ່ສ ຳລັບປະເທດລາວ ນັ້ນ ຫາກຍັງເປັນການສູນເສຍສ ຳລັບຂົງເຂດອີກດ້ວຍ”. (ທ່ານ ດຣ. ມາຣາເທຍ ບິນ
ໂມຫະເມັດ ນາຍົກລັດຖະມົນຕີ ມາເລເຊຍ).
“ປະທານ ໄກສອນ ພົມວິຫານ ຊຶ່ງເປັນບູຣຸດທີ່ມີວິ ໄສທັດກວ້າງໄກ ຈະຖືກຈາລຶກຄວາມເປັນຜູ້ນຳທີ່ໄດ້ນ
ຳພາ ປະເທດລາວຜ່ານຜ່າຄວາມຫຍຸ້ງຍາກ ຕະຫລອດໄລຍະແຫ່ງ ການປ່ຽນແປງອັນໃຫຍ່ຫລວງທີ່ຜ່ານມາ;
ຈະແມ່ນຍາມໃດ ຜູ້ໃດກໍ່ຈະຈົດຈ ຳປະສົບການອັນອຸດົມຮັ່ງມີ ແລະ ຄ ຳສັ່ງສອນ
ອັນສຸຂຸມ ຮອບຄອບຂອງປະທານ ໄກສອນ ສະເຫມີ...” (ທ່ານ ບິນ ໄຮເດິນ,
ຜູ້ສ ຳເລັດຣາຊະການແຫ່ງອົດສະຕຣາລີ).
“ພະນະທ່ານ ໄກສອນ ພົມວິຫານ
ເປັນເພື່ອນມິດຜູ້ ເກົ່າແກ່ຂອງມຽນມາ, ເປັນລັດຖະບູຣຸດຜູ້ມີຊື່ສຽງ ທີ່ໄດ້ປະ ກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການສ້າງສາປະເທດຊາດ
ແລະ ການເສີມສ້າງສັນຕິພາບ-ມິດຕະພາບຢູ່ໃນພາກພື້ນ”. (ພົນເອກ ທັນສວາຍ ປະທານສະພາເພື່ອຟື້ນຟູກົດຫມາຍ ແລະ ຄວາມເປັນລະບຽບແຫ່ງລັດ ແຫ່ງສະຫະພາບ
ມຽນມາ).
“ພະນະທ່ານ ໄກສອນ ພົມວິຫານ
ເປັນໜຶ່ງໃນບັນ ດາຜູ້ນຳທາງການເມືອງທີ່ຍິ່ງໃຫຍ່ຂອງໂລກ ໃນສະຕະວັດນີ້ ທີ່ໄດ້ທຸ່ມເທເຫື່ອແຮງທັງຫມົດຂອງຕົນໃຫ້ແກ່ປະຊາຊົນ.
ຕະ ຫລອດຊີວິດ ເພິ່ນໄດ້ດໍາເນີນການ ເພື່ອໃຫ້ປະເທດລາວໄດ້ເປັນເອກະລາດ ແລະ ມີຄວາມຍຸຕິທ ຳໃນສັງຄົມຫລາຍກວ່າ
ໜ້າ, ເພິ່ນໄດ້ອຸທິດຢ່າງບໍ່ຮູ້ອິດຮູ້ເມື່ອຍ
ເພື່ອນໍາເອົາສະ ເກົ່າ. ຖຽນລະພາບ ແລະ ຄວາມກ້າວຫນ້າມາສູ່ປະເທດລາວ.
ໃນນາມເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຂ້າພະເຈົ້າຮູ້ສຶກຊາບຊຶ້ງເປັນພິເສດຕໍ່ທ່ານ
ໄກສອນ ພົມວິ ຫານ ທີ່ໄດ້ໃຊ້ຄວາມພະຍາຍາມດາໍເນີນນະໂຍບາຍຢ່າງສະເຫມີຕົ້ນສະເຫມີປາຍ ໃນການແກ້ໄຂຂໍ້ຂັດແຍ່ງຢູ່ໃນຂົງເຂດ
ອາຊີອາຄະເນ.” (ພະນະທ່ານ
ບູໂຕສ ບູໂຕສ ກາລີ ເລຂາທິການໃຫຍ່ ສປຊ).
* ເພື່ອເປັນການຮັບຮູ້ ແລະ ສັນລະເສີນຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ປະກອບ
ສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ,
ລວມ ທັງການປະກອບສ່ວນໃນການຕໍ່ສູ້ເພື່ອສັນຕິພາບ,
ເອກະລາດແຫ່ງຊາດ ແລະ ຄວາມກ້າວຫນ້າທາງສັງຄົມໃນໂລກ.
ປະທານ ໄກສອນ ພົມວິຫານ ໄດ້ຮັບນາມມະຍົດ ແລະ ຫລຽນໄຊ ດັ່ງນີ້:
-
ນາມມະຍົດວິລະຊົນແຫ່ງຊາດ.
-
ຫລຽນຄາໍແຫ່ງຊາດ.
-
ຫລຽນໄຊ ອິດສະລະ
ຊັ້ນທີ I.
-
ຫລຽນໄຊ ພິລະອາດຫານ
ຊັ້ນທີ 1.
-
ຫລຽນກາຕໍ່ຕ້ານຝຣັ່ງ,
ຫລຽນກາຕໍ່ຕ້ານອາເມລິກາ,
ຫລຽນກາລະນຶກ 5 ປີ ຂອງລະບອບໃໝ່.
* ຫລຽນໄຊທີ່ໄດ້ຮັບຈາກຕ່າງປະເທດ ຄື:
- ຫລຽນໄຊ ດາວຄຳ ແລະ ຫລຽນໄຊ ໂຮ່ຈິມິນ ແຫ່ງ ສ.ສ
ຫວຽດນາມ.
- ຫລຽນໄຊ ອັງກໍ ແຫ່ງ ລັດກຳປູເຈຍ.
- ຫລຽນໄຊ ເລນິນ ແລະ ຫລຽນໄຊມະຫາປະຕິວັດເດືອນຕຸລາ
ແຫ່ງສະຫະພາບໂຊວຽດ.
- ຫລຽນໄຊ ກາກມາກ ແຫ່ງ ສ.ປ ເຢຍລະມັນ.
- ຫລຽນໄຊ ໂຣເຊມາກຕີ ແຫ່ງ ສ ກູບາ.
- ຫລຽນໄຊ ດີມີຕອບ ແຫ່ງ ສ.ປ ບຸນກາລີ.
- ຫລຽນໄຊ ເຄບາຕໍ ແຫ່ງ ສ.ປ ມົງໂກລີ.
- ຫລຽນໄຊ ທຸງຊາດຊັ້ນໜຶ່ງ ແຫ່ງ ສປປ ເກົາຫລີ.
- ເຄື່ອງລາຊະອິດສະລິຍະພອນ ລາຊະມິດຕະພອນ ແຫ່ງລາຊະອານາຈັກໄທ.
ນອກຈາກນັ້ນ ປະທານ ໄກສອນ ພົມວິຫານ ຍັງໄດ້ຮັບປະລິນຍາ ລັດຖະສາດ ສະດຸດີບັນດິດ ກິດຕິມະສັກ
ຈາກມະຫາວິທະຍາໄລທຳມະສາດ ແຫ່ງຣາຊະອານາຈັກໄທ.
* ເພື່ອເປັນການລະນຶກ ແລະ ສະແດງຄວາມອາໄລຮັກ ເຖິງປະທານ ໄກສອນ ພົມວິຫານ,
ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງ ສະບັບເລກທີ 49/ກມສພ ລົງ ວັນທີ
16 ທັນວາ 1992 ວ່າດ້ວຍການຈາລຶກຄຸນງາມຄວາມ ດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ
ຊຶ່ງໃນນັ້ນໄດ້ຕົກລົງສ້າງເຂດອະນຸສອນຂອງປະທານ ໄກສອນ ພົມວິຫານ ແລະ ກໍ່ສ້າງຫໍພິພິທະພັນ
ໄກສອນ ພົມວິຫານ, ເຂດອະນຸສອນສະຖານປະທານໄກສອນ
ພົມວິ ຫານ ຢູ່ທີ່ບໍລິເວນຫລັກ 6 ນະຄອນຫລວງວຽງຈັນ ໄດ້ໄຂເປັນທາງການໃນວັນທີ 13 ທັນວາ
1994, ສ່ວນຫໍພິພິທະ ພັນໄດ້ເປີດບໍລິການຕັ້ງແຕ່ວັນທີ
13 ທັນວາ 2000 ເປັນຕົ້ນມາ.
ພ້ອມກັນນີ້ ກົມການເມືອງຍັງໄດ້ຕົກລົງໃຫ້ປົກປັກຮັກ ສາອະນຸສອນສະຖານຖຜາຫານຂອງ ປະທານ
ໄກສອນ ພົມວິຫານ ທີ່ເມືອງວຽງໄຊ ໄປຄຽງຄູ່ກັບການປົກປັກຮັກສາ ອະນຸສອນສະຖານປະຕິວັດເມືອງວຽງໄຊ
ແຂວງຫົວພັນ; ໃຫ້ ກະກຽມເງື່ອນໄຂຕ່າງໆ
ເພື່ອສ້າງອະນຸສອນສະຖານ ບ້ານ ເກີດຂອງປະທານ ໄກສອນ ພົມວິຫານ ຢູ່ແຂວງສະຫວັນ ນະເຂດອີກດ້ວຍ.
ນອກຈາກນັ້ນ ຍັງໄດ້ຕົກລົງກ່ຽວກັບການສະຖິດຮູບ ຫລໍ່ຫມົດຄີງຂອງປະທານ ໄກສອນ ພົມວິຫານ
ໄວ້ທີ່ເມືອງ ວຽງໄຊ ແຂວງຫົວພັນ, ທີ່ນະຄອນຫລວງວຽງຈັນ ແລະ ທີ່ເມືອງຄັນທະບູລີ ແຂວງສະຫວັນນະເຂດ; ໃຫ້ສະຖິດຮູບຫລໍ່ ເຄິ່ງຄີງຂອງເພິ່ນ ຢູ່ເທດສະບານແຂວງ
ເມືອງຕ່າງໆ ແລະ ໃນຂອບເຂດທົ່ວປະເທດ.
ພາລະກິດຂອງປະທານ ໄກສອນ ພົມວິຫານ ຍືນຍົງຢູ່ກັບພວກເຮົາຕະຫລອດໄປ
!
ແບບຢາງອັນປະເສີດ ແລະ ມໍລະດົກອັນລ້ຳຄ່າຂອງ ປະທານ ໄກສອນ
ພົມວິຫານ
ກ. ແບບຢ່າງອັນປະເສີດ.
ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ນ ຳສູງ ສຸດຂອງພັກ ແລະ ການປະຕິວັດຢູ່ປະເທດເຮົາ
ເປັນເວລາ ຍາວນານເກືອບເຄິ່ງສະຕະວັດ. ຕະຫລອດໄລຍະແຫ່ງການ ເຄື່ອນໄຫວປະຕິບັດພາລະກິດອັນຍິ່ງໃຫຍ່ຂອງຕົນນັ້ນ,
ປະທານໄດ້ເປັນແບບຢ່າງອັນປະເສີດສຳລັບສະມາຊິກພັກ,
ພະນັກງານ ແລະ ປະຊາຊົນບັນດາເຜົ່າ ບັນດາຊັ້ນຄົນໃນທົ່ວ ປະເທດ ຄື:
+ ມີຄວາມຮັກຊາດອັນດູດດື່ມ ແລະ ໄດ້ອຸທິດຕົນ ຢ່າງບໍ່ມີຂອບເຂດເພື່ອຊາດ.
+ ມີອຸດົມການປະຕິວັດອັນສູງສົ່ງ ແລະ ມີມານະ ຈິດອັນເດັດດ່ຽວໜຽວແໜ້ນ ໃນການຕໍ່ສູ້,
ທຸກພຽງໃດກໍ່ອົດ- ຍາກພຽງໃດກໍ່ສູ້ ທຸລະກັນດານພຽງໃດ
ກໍ່ຕັດສິນໃຈຜ່ານຜ່າ ເພື່ອບັນລຸເຖິງຈຸດຫມາຍແຫ່ງອຸດົມການນັ້ນ. + ເດັດດ່ຽວຮັກສາຄວາມສາມັກຄີ
ເປັນເອກະພາບພາຍໃນພັກ ເປັນຕົ້ນ ແມ່ນໃນການນ ຳສູງສຸດຂອງພັກ ແລະ ໄດ້ບຳເພັນຕົນເປັນແກ່ນສານຂອງຄວາມສາມັກຄີເປັນເອກະ
ພາບນັ້ນມາໂດຍຕະຫລອດ.
ຮັກແພງ, ເຊື່ອຫມັ້ນ ແລະ
ຈົ່ງຮັກພັກດີຕໍ່ຫມູ່ຄະນະ ການນາໍ ແລະ ສະຫາຍຮ່ວມອຸດົມການ, ຢຶດຫມັ້ນໃນຫລັກ ການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ;
ເສີມ ຂະຫຍາຍປະຊາທິປະໄຕຢ່າງຕັ້ງໜ້າ ໄປຄຽງຄູ່ກັບການເຂັ້ມ
ງວດຕໍ່ລະບຽບວິໄນ.
+ ຈະແມ່ນໃນກໍລະນີໃດ ແລະ ໃນສະຖານະການ ໃດ ກໍ່ມີຄວາມທຸ່ນທ່ຽງຫນັກແຫນ້ນ, ສຸຂຸມ ຮອບຄອບ ແລະ ເດັດດ່ຽວອາດຫານ; ຍິ່ງສະພາບການຫຍຸ້ງຍາກ-ຄັບຂັນ ໃດ ຍິ່ງມີມານະຈິດຕໍ່ສູ້ສູງ,
ທັງມີຄວາມກ້າຫານປະດິດສ້າງ ແລະ ມີຄວາມບຸກບືນເຮັດສຳເລັດທຸກຫນ້າທີ່ສູງທໍ່ນັ້ນ.
+ ມັກຄົ້ນຄວ້າ ແລະ ຊອກຮູ້ຮໍ່າຮຽນ: ຮຽນນນັກ ປາດອາຈານ ແລະ ຜູ້ຮູ້, ຮຽນນາໍຫມູ່ຄູ່ເພື່ອນສະຫາຍ ແລະ ຮຽນນາມະຫາຊົນ,
ທັງຮຽນນປື້ມທິດສະດີ ແລະ ຫລັກ ຕລາຕ່າງໆ
ທັງຮຽນນພຶດຕິກໍາຕົວຈິງຂອງຕົນເອງ ແລະ ຮຽນນບົດຮຽນຂອງຜູ້ອື່ນ. ຈາກນັ້ນ ຈຶ່ງມີຄວາມສະດຸ້ງໄວ
ແລະ ມີຄວາມປະດິດສ້າງສູງ ທັງຮູ້ຮັບເອົາສິ່ງຍອດຍິ່ງຈາກ ສະຕິປັນຍາຂອງມວນມະນຸດ ແລະ ຮູ້ໝູນໃຊ້ເຂົ້າກັບເງື່ອນໄຂຈຸດພິເສດຂອງປະເທດເຮົາຢ່າງໄດ້ຮັບຜົນດີ.
+ ຮັກປະຊາຊົນ ແລະ ເຊື ເຊື່ອຫມັ້ນຕໍ່ກາລັງແຮງຂອງ ຈັດຕັ້ງນ ຳພາປະ ແລະ ຄວາມ ປະຊາຊົນ,
ຮູ້ປຸກລະດົມຂົນຂວາຍ ແລະ ຊາຊົນ;
ປະຕິບັດຫນ້າທີ່ເພື່ອຜົນປະໂຫຍດ ສົມບູນພູນສຸກຂອງປະຊາຊົນ
ດ້ວຍຄວາມຊື່ສັດບໍລິສຸດ; ເວ ລາໃດກໍ່ເດັດດ່ຽວຕ້ານລັດທິອາດຍາສິດ
ແລະ ການລະເມີດ ສິດເປັນເຈົ້າຂອງປະຊາຊົນ.
+ ດ ຳລົງຊີວິດແບບຮຽບງ່າຍ ແລະ ປະຢັດ; ຊື່ສັດ ແລະ ມີມະນຸດສະທ ຳສູງ; ບໍ່ມັກການຟຸມເຟືອຍ ແລະ ເດັດ ຂາດຕໍ່ການກະທ ຳແບບສວຍໂອກາດສໍ້ລາດບັງຫລວງ; ຮັກ ແພງ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມອ້າຍເອື້ອຍນ້ອງພະນັກ
ງານ ແລະ ຜູ້ໃກ້ຊິດ.
ຂ. ມໍລະດົກອັນລ ຳຄ່າທີ່ປະທານ ໄກສອນ ພົມວິຫານ ສ້າງໄວ້ໃຫ້ພວກເຮົາສືບຕໍ່ເສີມຂະຫຍາຍ
ມີຄື:
+ ເສັ້ນທາງ ແລະ ຈຸດຫມາຍກ້າວຂຶ້ນຂອງປະເທດ ຊາດນັ້ນ ຄື: ສັນຕິພາບ ເອກະລາດ ປະຊາທິປະໄຕ
ເອກະ ພາບ ວັດທະນາຖາວອນ.
+ ພັກປະຊາຊົນປະຕິວັດລາວ, ຊຶ່ງພວກເຮົາຕ້ອງສ້າງ ແລະ ປັບປຸງໃຫ້ເຂັ້ມແຂງ ແລະ ມີຄວາມສາມາດນໍາພາສົມ ຄູ່ກັບໄລຍະໃຫມ່.
+ ລັດປະຊາທິປະໄຕ ປະຊາຊົນ ຊຶ່ງພວກເຮົາຕ້ອງ ໄດ້ສືບຕໍ່ສ້າງ ແລະ ບູລະນະໃຫ້ກາຍເປັນລັດຂອງປະຊາຊົນ
ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ.
+ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ປະຊາຊົນ ຊຶ່ງພວກເຮົາຕ້ອງໄດ້ເພີ່ມທະວີການກໍ່ສ້າງ
ແລະ ປັບປຸງໃຫ້ມີແບບແຜນທັນສະໄຫມຍິ່ງຂຶ້ນ ທັງມີຄວາມຈົ່ງ ຮັກພັກດີ ຊື່ສັດບໍລິສຸດຕໍ່ພັກ,
ຕໍ່ຊາດ ແລະ ປະຊາຊົນ,
+ ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວ ບັນດາເຜົ່າ, ບັນດາຊັ້ນຄົນພາຍໃນຊາດ ຊຶ່ງພວກເຮົາຕ້ອງ ໄດ້ເພີ່ມຄວາມເອົາໃຈໃສ່
ເຮັດໃຫ້ມັນມີຄວາມຫມັ້ນແກ່ນ ແຫນ້ນຫນຽວຂຶ້ນຕື່ມອີກ.
+ ບົດຮຽນອັນສຳຄັນທີ່ຖອດໄດ້ຈາກການດ ຳເນີນພາ ລະກິດປ່ຽນແປງໃຫມ່, ຊຶ່ງພວກເຮົາຕ້ອງໄດ້ຮຽນຮູ້-ກ ຳແໜ້ນ ແລະ ຢຶດຫມັ້ນ-ເສີມຂະຫຍາຍຕໍ່ໄປໃນພາລະກິດແຫ່ງການ
ສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາ ຊົນ ສູ່ຈຸດຫມາຍສັງຄົມນິຍົມ.
+ ນ້ຳໃຈຮັກຊາດອັນແທ້ຈິງ ກັບນ້ຳໃຈສາກົນອັນ ຜ່ອງໃສ, ຊຶ່ງໃນເງື່ອນໄຂໃຫມ່ນີ້ ພວກເຮົາຍັງຕ້ອງໄດ້ສືບຕໍ່ ຢຶດໝັ້ນ
ແລະ ປະຕິບັດໃຫ້ສອດຄ່ອງກົມກຽວກັບການເຊື່ອມໂຍງເຂົ້າກັບສາກົນ ໂດຍຮັບປະກັນຄວາມເປັນເອກະລາດ,
ອະທິປະໄຕຂອງຊາດ ແລະ ເສັ້ນທາງກ້າວຂຶ້ນຂອງຕົນ;
ຮັບປະກັນຜົນປະໂຫຍດຂອງປະເທດເຮົາ ແລະ ບັນດາປະເທດ
ເຂດແຄວ້ນທີ່ເປັນຄູ່ຮ່ວມມືຢ່າງເຫມາະສົມ.
(ຄັດຈາກປື້ມ ຊິວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ
ວິລະບູຣຸດຂອງຊາດລາວ, ໂດຍ ຄະນະໂຄສະນາອົບຮົບສູນກາງພັກ, 2005)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ