ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 78 ຄັ້ງ | ເວລາ | 2023-06-01 09:32:44
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 1 ພຶດສະພາ ປີ 1928 ທີ່ບ້ານຫ້ວຍກະລືມ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ ນາງ ປ້ານ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫຼ້າ ແກ້ວບຸນພັນ ມີລູກນໍາກັນ 4 ຄົນ, ຍິງທັງໝົດ ປັດຈຸບັນຢູ່ບ້ານໜອງບອນ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ.
ການເຄື່ອນໄຫວປະຕິວັດ ທີ່ສໍາຄັນແຕ່ລະໄລຍະມີດັ່ງນີ້:
- ປີ 1947-1948 ເປັນນັກຮົບກອງຮ້ອຍ ໂຄສະນາປະກອບອາວຸດຕະລຸມບອນປະຈໍາພາກເໜືອ;
- ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນ ຖານລັບ ຢູ່ສັນກາງລຽບນ້ໍາມ່າເພື່ອສ້າງຖານທີ່ໝັ້ນເຂົ້າພາກ ເໜືອຂອງລາວ;
- ປີ 1950 ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ;
- ປີ 1949-1952 ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ;
- ປີ 1952-1954 ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງພັນປະສົມ ລາວ-ຫວຽດນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນ ເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
- ປີ 1954-1955 ເປັນກໍາມະການຢຸດຍິງທົ່ວປະເທດ ລະຫວ່າງ ສາມຊາດອິນດູຈີນ ແລະ ຝຣັ່ງ;
- ວັນທີ 22/3/1955 ຊຶ່ງເປັນວັນສ້າງຕັ້ງພັກ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ ສະຫາຍໄດ້ຮັບການເລືອກຕັ້ງ ເປັນກໍາມະການຄະນະບໍລິຫານງານ ສູນກາງພັກ ປະຊາຊົນລາວ ຊຸດທໍາອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງ ເຂົ້າເປັນກໍາມະການຄະນະພັກການທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ;
- ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊໍາເໜືອ, ເປັນຜູ້ຊີ້ນໍາການເລືອກຕັ້ງຜູ້ແທນລາຊະດອນຂອງຝ່າຍປະຕິວັດ ແລະ ເປັນຜູ້ ບັນຊາການປົດປ່ອຍແຂວງຫົວພັນ ເທື່ອທີ 2 ແລະ ບັນຊາປົດ ປ່ອຍທົ່ງໄຫຫີນ;
- ປີ 1962 ບັນຊາປົດປ່ອຍບັ້ນຮົບຫຼວງນ້ໍາທາ;
- ປີ 1960-1976 ຖືກແຕ່ງຕັ້ງເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ;
- ປີ 1972 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງ ເປັນກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ II;
- ປີ 1976-1980 ເປັນຫົວໜ້າເສນາທິການສູງສຸດກອງທັບ ປົດປ່ອຍປະຊາຊົນລາວ, ລັດຖະມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກຖືກເລືອກຕັ້ງເປັນກໍາມະການສູນກາງພັກ ສະໄໝທີ III, ເປັນເລຂາທິການສູນກາງພັກ, ຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1982 ຖືກແຕ່ງຕັ້ງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາກະກຽມກອງປະຊຸມໃຫຍ່ຊາວໜຸ່ມ ປປລາວ ຄັ້ງທີ I;
- ປີ 1983 ສູນກາງພັກ- ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ;
- ປີ 1983-1984 ໄປຮຽນທິດສະດີການເມືອງຊັ້ນສູງທີ່ຮ່າໂນ້ຍ ສສ ຫວຽດນາມ;
- ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1986 ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກ ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງ ແລະ ເລຂາທິການສູນກາງພັກ ເປັນເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
- ປີ 1987-1988 ເປັນຫົວຫນ້າຄະນະເຈລະຈາຢຸດຍິງ ກັບປະເທດໄທ;
- ປີ 1991 ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງ ເປັນກໍາມະການສູນກາງພັກ, ຖືກແຕ່ງຕັ້ງເປັນລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້;
- ປີ 1996 ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກ ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ;
- ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ;
- ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ;
- ປີ 2002-2010 ໃນກອງປະຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ;
- ປີ 2011 ອີງໃສ່ສຸຂະພາບ, ອາຍຸກະສຽນ ແລະ ຄວາມມຸ່ງມາດປາຖະໜາຂອງສະຫາຍເອງ, ສະຫາຍ ຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນຕາມນະໂຍບາຍຂອງພັກ ແລະ ລັດ ພາຍຫຼັງໃຫ້ໄດ້ຮັບນະໂຍບາຍໃຫ້ພັກການ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ປະກອບສ່ວນລົງຊີ້ນໍາ, ຕິດຕາມ, ຊຸກຍູ້ການປະຕິບັດວຽກງານຢູ່ບັນຂະແໜງການ ແລະ ທ້ອງຖິ່ນຕາມເງື່ອນໄຂ ແລະ ສຸຂະພາບຕົວຈິງ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່. ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດທີ່ເກັ່ງກ້າສາມາດ, ມີນ້ໍາໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງ ໃນບັນດານາຍທະຫານນໍາພາ-ບັນຊາທີ່ດີເດັ່ນເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານການນໍາທີ່ມີແບບແຜນນໍາພາທີ່ດີ, ມີຄວາມສາມັກຄີ, ເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດ ປົດປອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່. ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນ ສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາ ລົບຮັກຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະ ຊາຊົນລາວບັນດາເຜົ່າກໍຄືປະເທດເພື່ອນມິດຢ່າງກວ້າງຂວາງ, ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ ແລະ ລັດຖະບານ ໄດ້ຕົກລົງມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍດັ່ງນີ້:
- ຫຼຽນ ຄໍາແຫ່ງຊາດ ສປປ ລາວ 1 ຫຼຽນ, ຫຼຽນ ຄໍາແຫ່ງຊາດ ສສ ຫວຽດນາມ 1 ຫຼຽນ, ຫຼຽນໄຊ ອິດສະຫຼະ ຊັ້ນ I 4 ຫຼຽນ, ຫຼຽນໄຊ ອິດສະຫຼະ ຊັ້ນ II 2 ຫຼຽນ
ນອກຈາກນັ້ນ ຍັງໄດ້ຮັບຫຼຽນໄຊ, ຫຼຽນກາ, ຫຼຽນລະນຶກ ແລະ ຫຼຽນມິດຕະພາບ ທີ່ສໍາຄັນ ເປັນຈໍານວນຫຼວງຫຼາຍ ຈາກພາຍໃນ ແລະ ຕ່າງປະເທດ.
ແຫຼ່ງ: ໜັງສືພິມ ປະຊາຊົນ 13/05/2020
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ