ຊີວະປະຫວັດຫຍໍ້ ຂອງ ທ່ານ ນາງ ມາຣີສ ເພນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 63 ຄັ້ງ | ເວລາ | 2023-06-01 09:10:53
ທ່ານ ນາງ ມາຣີສ ເພນ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ ໃນວັນທີ 28 ສິງຫາ 2018 ແລະ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີວຽກງານແມ່ຍິງ ໃນເດືອນພຶດສະພາ ປີ 2019.
ທ່ານໄດ້ເປັນສະມາຊິກສະພາສູງຂອງ ລັດ NSW ຕັ້ງແຕ່ປີ 1997, ທ່ານໄດ້ກາຍເປັນສະມາຊິກສະພາສູງເພດຍິງ ທີ່ຍາວນານທີ່ສຸດ ແລະ ເປັນສະມາຊິກສະພາເພດຍິງທີ່ເຮັດວຽກຢູ່ໃນສະພາຍາວນານຕໍ່ເນື່ອງທີ່ສຸດໃນປະຫວັດ ສາດຂອງປະເທດອົສຕຣາລີ. ທ່ານເປັນອະດີດລັດຖະມົນຕີກະຊວງບໍລິການປະຊາຊົນ, ໄດ້ເປັນລັດຖະມົນຕີເງົາຂອງຫຼາຍກະຊວງ ແລະ ເປັນຄະນະປະຈຳກຳມາທິການສະພາແຫ່ງຊາດການຕ່າງປະເທດ, ກຳມາທິການປ້ອງກັນປະເທດ ແລະ ກຳມາທິການການຄ້າ ເປັນໄລຍະເວລາ 12 ປີ.
ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນກັນຍາ 2015 ເຖິງເດືອນສິງຫາ ປີ 2018. ໃນໄລຍະດັ່ງກ່າວ, ທ່ານໄດ້ນຳພາການສ້າງຍຸດທະສາດເອກະສານປົກຂາວດ້ານການປ້ອງກັນປະເທດ ປີ 2016, ສ້າງແຜນການລົງທຶນແບບປະສົມປະສານ ແລະ ນະໂຍບາຍອຸດສາຫະກໍາປ້ອງກັນປະເທດ. ທ່ານໄດ້ຊີ້ນຳວຽກງານການປ່ຽນໃໝ່ດ້ານການເສີມສ້າງຄວາມອາດສາມາດຂອງກອງກຳລັງປ້ອງກັນປະເທດອົສຕຣາລີ ແລະ ໄດ້ນຳພາການເສີມຂະຫຍາຍໂຄງການ ການຮ່ວມມືສາກົນຕ່າງໆ ກັບບັນດາປະເທດພັນທະມິດ ແລະ ບັນດາປະເທດຄູ່ຮ່ວມມືຕ່າງໆ.
ທ່ານໄດ້ເປັນສະມາຊິກຂອງພັກ Liberal Party ຕັ້ງແຕ່ປີ 1982 ຊຶ່ງຮັບໜ້າທີ່ເປັນຜູ້ບໍລິຫານ ຂອງລັດ NSW ເປັນເວລາ 10 ປີ ແລະ ເປັນປະທານເພດຍິງຄົນທໍາອິດຂອງ ຊາວໜຸ່ມ ພັກ Liberal Party.
ທ່ານ ລັດຖະມົນຕີ ໄດ້ຈົບການສຶກສາລະດັບ ປະລິນຍາຕີ ດ້ານກົດໝາຍ ແລະ ປະລິນຍາຕີ ດ້ານສິລະປະ ສັງຄົມ ຈາກມະຫາວິທະຍາໄລ NSW.
ທ່ານ ລັດຖະມົນຕີ ແລະ ຄອບຄົວ ທ່ານ Stuart Ayres ຊຶ່ງເປັນລັດຖະມົນຕີ ຈຳປະຈຳລັດ NSW ສໍາລັບ ນະຄອນຊີດນີ ຕາເວັນຕົກ, WestConnex ແລະ ກິລາ, ອາໄສຢູ່ນະຄອນຊີດນີ.
ແຫຼ່ງ: ໜັງສືພິມ ປະຊາຊົນ 21/02/2022
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Hacked by Crackolandd
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ