ຂຽນໂດຍ: ວາລະສານອາລຸນໃໝ່, ພິມທີ່ໂຮງພິມແຫ່ງລັດ
ປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ 10, ມື້ນີ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກເຮົາໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດອັນເບີກບານມ່ວນຊຶ່ນທີ່ທົ່ວພັກ, ທົ່ວລັດ ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສໍາເລັດການຈັດຕັ້ງ ການສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບຮອບ 100 ປີ ເຊິ່ງໄດ້ສະຫຼຸບຕີລາຄາຜົນງານ ແລະໄຊຊະນະອັນ ໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ຕະຫຼອດໄລຍະການກ ຳອ ຳນາດຂອງພັກເຮົາທີ່ຜ່ານມາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາແມ່ນເຫດການ ການເມືອງທີ່ສ ຳຄັນຍິ່ງ ແລະ ທັງເປັນຂີດໝາຍປະຫວັດສາດແຫ່ງການເຕີບ ໃຫຍ່ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຂອງພັກເຮົາ ໃນໄລຍະໃໝ່ ຢູ່ໃນສະພາບແວດລ້ອມພາຍໃນປະເທດ ແລະ ໃນໂລກ ທີ່ມີຄວາມຜັນແປຢ່າງ ສະຫຼັບສັບຊ້ອນ ເຊິ່ງມີທັງກາລະໂອກາດ, ສິ່ງອ ຳນວຍ ແລະ ມີທັງສິ່ງທ້າທາຍ ທົດສອບໃຫຍ່ຫຼວງຫຼາຍຢ່າງທີ່ພວກເຮົາຕ້ອງສືບຕໍ່ຜ່ານຜ່າ.
ໃນໂອກາດອັນສະຫງ່າລາສີນີ້ ໃນນາມປະທານກອງປະຊຸມໃຫຍ່ ຂ້າພະເຈົ້າ
ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາສະຫາຍຜູ້ແທນກອງ ປະຊຸມໃຫຍ່ ຄັ້ງທີ 11 ຈ ຳນວນ 768 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງ ຄະນະພັກຂະແໜງການ, ອົງການ ແລະທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະ ເທດ
ແລະ ແຂກຖືກເຊີນ ຈ ຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນ
ຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄືປະຊາຊົນລາວບັນດາເຜົ່າ ມາເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້
ຢ່າງສຸດອົກສຸດໃຈ ຂໍຊົມເຊີຍ!....