...
ຊີ​ວະ​ປະ​ຫວັດ ​ເຈົ້າ​ອະ​ນຸ​ວົງ

ຂຽນ​ໂດຍ: ມະ​ຫາ​ສີ​ລາ ວິ​ລະ​ວົງ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ໃນອີກບໍ່ດົນ ຈະມີການສະຫຼອງ ນະຄອນຫຼວງວຽງຈັນ 450 ປີ ວຽງຈັນ ເຄີຍເປັນມາຢ່າງໃດ? ກ່ອນຈະມາເຖິງມື້ນີ້ ຊາວວຽງຈັນຜ່ານຜ່າຫຍັງ ມາແດ່? ເຖິງວ່າຍັງມີບູຮານສະຖານ ວັດວາອາຮາມ ເຫຼືອລອດຈາກສົງຄາມ ທຳລາຍ ເມື່ອຕົ້ນ ຄ.ສ. 1800 ຢູ່ແຕ່ພຽງເລັກນ້ອຍແຕ່ກໍມີວັນນະຄະດີ ກ່ຽວກັບ ວຽງຈັນໃນຍຸກນັ້ນ ພໍໃຫ້ໄດ້ອ່ານຢູ່ ພຽງແຕ່ວ່າຜົນງານເຫຼົ່ານີ້ ບໍ່ໄດ້ແຜ່ ກະຈາຍກວ້າງຂວາງ. ຄວາມຢາກຮູ້ຢາກເຂົ້າໃຈຢາກໄດ້ຍິນເລື່ອງກ່ຽວກັບປະ ຫວັດສາດຂອງຊາດ ໂດຍສະເພາະວີລະກ ຳຂອງບັນພະບຸລຸດ ເປັນສິ່ງນຶ່ງທີ່ ໄວໜຸ່ມ ທຸກຮຸ່ນຮ່ ຳໄຮຮຽກຫາ. ນີ້ເປັນເຫດຜົນນຶ່ງ ທີ່ພາໃຫ້ມີການຈັດພິມເອກະ ສານຊຸດນີ້ ອອກມາຢ່າງໜ້ອຍພວກເຮົາກໍຈະໄດ້ຮຽນຮູ້ວ່າ ມໍລະດົກຕ່ອນ ນີ້ ກໍ່ຮ່າງສ້າງຕົວຂຶ້ນມາ ຢ່າງໃດແລະມີວິທີການໃດແດ່ ເພື່ອສືບທອດເສີມຄ່າ ໃຫ້ເປັນມູນມັງລຳຄ່າ ສືບຕໍ່ໄປ.

ໃນຕົ້ນຊຸມປີ 2000 ຜູ່ອ ຳນວຍການ ຫໍສະໝຸດແຫ່ງຊາດໄດ້ຂໍຢືມປື້ມ ນ້ອຍຊື່ ພຣະຣາຊປວັດ ຂອງສົມເດັດພຣະເຈົ້າອະນຸວົງສ໌ ທີ່ ຍາພໍ່ມະຫາສິລາ ວີຣະວົງສ໌ ຂຽນໄວ້ແຕ່ປີ 1969 ໄປຄົ້ນຄວ້າເມື່ອຄັ້ງເລີ່ມຕົ້ນໂຄງການສ້າງ ອະນຸສາວະລີໃຫ້ມະຫາກະສັດລາວ. ນັບແຕ່ນັ້ນມາກໍມີຄົນມາ ຂໍອັດສ ຳເນົາໄປ ອ່ານສຶກສາບໍ່ໄດ້ຂາດ ຈົນໃນທີ່ສຸດ ປຶ້ມນ້ອຍຫົວດັ່ງກ່າວກໍເສຽໄປ(ຍັງແຕ່ ສ ຳເນົາ) ເນື່ອງຈາກໃນຕົ້ນສະບັບເດີມ ມີການໃຊ້ລາຊາສັບແລະສະກົດພິເສດ ເຊິ່ງຄົນຮຸ່ນໃໝ່ບໍ່ສາມາດອ່ານໄດ້ ໃນການຈັດພິມຄັ້ງນີ້ ພວກເຮົາຕັດຄ ຳລາຊາ ສັບອອກ ແລະສະກົດຄຳຕາມຫຼັກໄວຍາກອນປັດຈຸບັນ. ສ່ວນເນື້ອໃນ ແລະ ສຳນວນນັ້ນ ຍັງຄົງຮັກສາໄວ້ຕາມເດີມ ດ້ວຍບໍ່ສາມາຕື່ມເຕີມຂໍ້ມູນ ຫຼືດັດແປງ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 1,999 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ