...
ຄວາມ​ຊົງ​ຈຳ​ຂອງ​ຊີ​ວິດ​ເຮົາ

ຂຽນ​ໂດຍ: ​ພູ​ມີ ວົງ​ວິ​ຈິດ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຄວາມ ການຊອກຮູ້ຮ່ຳຮຽນແບບຢ່າງການດຳລົງຊີວິດ ແລະ ການຕໍ່ສູ້ຂອງຜູ້ນຳການປະຕິວັດນັ້ນເປັນ ຄວາມຕ້ອງການອັນຈ ຳເປັນ ແລະ ຮີບດ່ວນຂອງ ຊາວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນ ເຊິ່ງເປັນຜູ້ສືບທອດພາລະ ກິດປະຕິວັດທີ່ຮຸ່ນກ່ອນໄດ້ດ ຳເນີນມາຢ່າງມີໄຊແລ້ວນັ້ນ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ດັ່ງກ່າວນັ້ນ ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ຈຶ່ງຂໍຖືເປັນກຽດນ ຳເອົາປຶ້ມບັນທຶກຄວາມ ຊົງຈ ຳ ຂອງທ່ານ ພູມີ ວົງວິຈິດ ມາສະເໜີຕໍ່ພວກເພື່ອນນັກອ່ານທັງຫຼາຍ. ຊື່ຂອງປຶ້ມຫົວນີ້ທີ່ວ່າ : ຊົງຈ ຳຂອງຊີວິດເຮົາໃນຂະບວນວິວັດແຫ່ງປະຫວັດສາດຂອງປະເທດລາວ". ກໍ່ໄດ້ບົ່ງບອກ ໃຫ້ຮູ້ ແລ້ວວ່າ ນີ້ແມ່ນບົດບັນທຶກຄວາມຊົງຈ ຳຂອງ ທ່ານ ພູມີ ວົງວິຈິດ ເອງນັບແຕ່ເວລາອາຍຸຍັງນ້ອຍມາ ຈົນເຖິງປະຈຸບັນ ໂດຍໄດ້ຕັ້ງໃຈເນັ້ນໜັກເຖິງການຕໍ່ສູ້ແນວຄິດເພື່ອເຝິກຝົນຫຼໍ່ຫຼອມຕົນຈົນກາຍເປັນນັກ ປະຕິວັດຜູ້ດີເດັ່ນ ແລະ ເປັນຜູ້ນ ຳທີ່ເຄົາລົບຮັກຜູ້ໜຶ່ງ ຂອງການປະຕິວັດລາວ

ປຶ້ມຫົວນີ້ໄດ້ເລີ່ມບັນທຶກເລື່ອງ ມາແຕ່ຄາວຜູ້ຂຽນຍັງເປັນນັກຮຽນແລ້ວໄດ້ອອກເຮັດການຮັບໃຊ້ ລາບອບລ່າເມືອງຂຶ້ນເຄິ່ງສັກດີນາ : ຈາກນາຍພາສາກ້າວຂຶ້ນເປັນຫົວໜ້າສານ, ຫຼັງຈາກນັ້ນ ກໍ່ໄດ້ ເປັນເຈົ້າເມືອງ, ເຈົ້າແຂວງ ແລະ ໄດ້ຮັບຍົດຖາບັນດາສັກເປັນເຖິງພະຍາ ອັນເປັນຕ ຳແໜ່ງ ລະ ດັບສູງ ຂອງວົງການສັກດີນາລາວຜູ້ປົກຄອງໃນສະໄໝນັ້ນ

ໃນເມື່ອປະຊາຊົນລາວໄດ້ພ້ອມພຽງກັນລຸກຮືຂຶ້ນຍຶດອ ຳນາດຈາກກ ຳມືຂອງພວກຟາຊິດຍີ່ປຸ່ນແລະ ພວກລ່າເມືອງຂຶ້ນຝະລັ່ງ ໃນເດືອນ ຕຸລາ ປີ 1945 ນັ້ນ ທ່ານ ພູມີ ວົງວິຈິດ ໄດ້ຕັດສິນໃຈ ຮ່ວມ ແຮງຮ່ວມໃຈກັບປະຊາຊົນ ໂດຍຮ່ວມມືກັບລັດຖະບານລາວອິດສະຫຼະ, ສາມັກຄີກັບປະຊາຊົນຫວຽດ ນາມ ແລະ ກ ຳປູເຈຍ ເພື່ອຂັບໄລ່ຝະລັ່ງ, ຍາດເອົາເອກະລາດມາສູ່ປະເທດຊາດຂອງຕົນ. ອາດ ເວົ້າໄດ້ວ່າ ນີ້ແມ່ນໄລຍະເລີ່ມຕົ້ນແຫ່ງການຕໍ່ສູ້ແນວຄິດອັນດຸເດືອດ ແລະ ເຂັ້ມງວດຂອງທ່ານ ພູມີ ວົງວິຈິດ ເອງ ເຊິ່ງທ້າຍທີ່ສຸດໄດ້ພາໃຫ້ເພິ່ນຕັດສິນໃຈປະຍົດຖາບັນດາສັກ ແລະ ຊີວິດຂຸນນາງ ອັນ ອີ່ມໜ ຳສ ຳລານທີ່ລະບອບເກົ່າເອື້ອອ ຳນວຍໃຫ້ນັ້ນ ແລ້ວຫັນມາຮ່ວມກັບປະຊາຊົນລາວຜູ້ຮັກຊາດທີ່ ຖືກ ກົດຂີ່ຂູດຮີດ ສືບຕໍ່ດ ຳເນີນການຕໍ່ສູ້ອັນຫຍຸ້ງຍາກ, ລ ຳບາກ, ຍືດເຍື້ອຍາວນານ ຕ້ານພວກລ່າເມືອງ ຂຶ້ນຝະລັ່ງແລ້ວຕ້ານພວກຈັກກະພັດອະເມລິກາ ແລະ ກຸມປະຕິການສັກດີນາ - ນາຍທຶນຂາຍຊາດ-ເພື່ອໃຫ້ປະເທດລາວເຮົາໄດ້ມີເອກະລາດ, ປະຊາທິປະໄຕ ແລະ ກ້າວຂຶ້ນສູ່ສັງຄົມນິຍົມອັນ ເປັນ ລະບອບສັງຄົມທີ່ກ້າວໜ້າ ແລະ ຈົບງາມກວ່າລະບອບສັງຄົມອື່ນໃດໃນຍຸກສະໄໝນີ້.

ເພິ່ນໄດ້ສູ້ຊົນເຝິກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ ແລະ ເຂັ້ມງວດໃນພຶດຕິກ ຳແຫ່ງການຕໍ່ສູ້ປະ ຕິວັດ ຈົນສາມາດຫັນປ່ຽນແນວຄິດຂອງຕົນເອງ ໃຫ້ກາຍເປັນແນວຄິດຂອງຊົນຊັ້ນກ ຳມະຊີບຢ່າງ ແທ້ ຈິງ ອັນໄດ້ພາໃຫ້ເພິ່ນໄດ້ຮັບກຽດອັນສູງສົ່ງເຂົ້າເປັນສະມາຊິກຂອງພັກກອມມູນິດອິນດູຈີນ ໃນ ປີ 1949 ແລະ ຫຼັງຈາກນັ້ນຕໍ່ມາກໍ່ໄດ້ຖືກເລືອກຕັ້ງເຂົ້າຢູ່ໃນອົງການຂຶ້ນນ ຳຕ່າງໆຂອງການປະຕິວັດ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ