ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ມາກ-ເລນິນ ກ່ຽວກັບ ສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ
(ໃຊ້ສຳລັບລະບົບຮຽນປະລິນຍາຕິ ການເມືອງ)
ພັກເຮົາໄດ້ຢືນຢັນຕະຫລອດມາວ່າ ການວາງແນວທາງ ຖືກຕ້ອງ ແລະ ການຈັດຕັ້ງປະຕິບັດແນວທາງທີ່ວາງອອກໃນແຕ່ ລະໄລຍະໄດ້ຮັບຜົນກໍ່ຍ້ອນວ່າ ພັກເຮົາໄດ້ຢຶດຫມັ້ນໃນບັນດາ ຫລັກມູນຂອງທິດສະດີມາກ-ເລນິນ, ຫມູນໃຊ້ທິດສະດີວິທະຍາ ສາດດັ່ງກ່າວ ແລະ ບົດຮຽນຂອງພັກອ້າຍນ້ອງ ແລະ ປະເທດ ເພື່ອນມິດເຂົ້າໃນເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດ ເຮົາຢ່າງປະດິດສ້າງ.
ດ້ວຍຈຸດປະສົງຢາກແນໃສ່ສ້າງເງື່ອນໄຂ ໃຫ້ຖັນແຖວພະນັກງານ. ສະມາຊິກພັກ, ຄູ, ອາຈານ, ນັກຄົ້ນຄວ້າ, ນັກຮຽນ. ນັກສຶກສາລາວເຮົາມີໂອກາດໄດ້ສຶກສາຮຽນຮູ້ ແລະ ຍົກລະດັບ ຄວາມຮູ້ກ່ຽວກັບວິຊາເສດຖະສາດການເມືອງ, ຄະນະໂຄສະນາ ອົບຮົມສູນກາງພັກ ຈຶ່ງມອບໃຫ້ຫ້ອງການຄົ້ນຄວ້າທິດສະດີ-ພຶດຕິ ກ ຳແປ ແລະ ຈັດພິມຈ ຳຫນ່າຍປື້ມ "ຫລັກສູດເສດຖະສາດການ ເມືອງມາກ-ເລນິນກ່ຽວກັບສະໄຫມຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຢູ່ຫວຽດນາມ".
ປື້ມເຫລັ້ມນີ້ ໄດ້ສັງລວມພື້ນຖານຄວາມຮ້ທິດສະດີຂອງເສດຖະສາດການເມືອງ ຈາກຂະບວນວິວັດຂອງການຂະຫຍາຍຕົວທາງເສດຖະກິດຂອງໂລກ ແລະ ຂອງປະເທດຫວຽດນາມໃນປັດຈຸບັນ…..