ຂຽນໂດຍ: ສຳນັກພິມກ້າວໜ້າ ແປໂດຍ: ແສງມະນີ ປຣະພັນ
ເປັນການຍາກທີ່ສຸດ ທີ່ຈະພັນລະນາເຖິງບັນຫາ ຄວາມຫຍຸ້ງຍາກ ແລະ ສັບສົນຕ່າງໆຂອງປະເທດຕົນເອງ
ກໍຄືຂອງ ບັນດາປະເທດສັງຄົມນິຍົມອື່ນໆ ໃຫ້ແກ່ບັນດາເພື່ອນ ນັກອ່ານ ທັງຫລາຍຂອງປະເທດຫນຶ່ງ
ຊຶ່ງເປັນປະເທດທີ່ເຮົາບໍ່ເຄີຍໄດ້ ໄປເຫັນມາກ່ອນເລີຍ, ບໍ່ຮູ້ແມ່ນກະທັ້ງຊີວິດການເປັນຢູ່, ຂະນົບທຳນຽມຂອງປະເທດນັ້ນ. ອາດຈະມີເພື່ອນນັກອ່ານ
ຂ້າພະເຈົ້າຫລາຍໆຄົນທີ່ຍັງບໍ່ເຄີຍໄປເຫັນ ສສສຊ,
ບໍ່ຮູ້ເຫັນຊີວິດການເປັນຢູ່ຂອງພວກເຮົາ,
ເພື່ອນນັກອ່ານທັງຫລາຍໄດ້ ເຕີບໃຫຍ່ຢູ່ໃນເງື່ອນໄຂຂອງລະບອບສັງຄົມອື່ນ.
ແຕ່ເຖິງຢ່າງໃດກໍຕາມ ຜູ້ແຕ່ງກ້າຈະສະເຫນີທັດສະ ຂອງຕົນໃຫ້ເພື່ອນນັກອ່ານຄົນລາວທີ່ນັບຖືທັງຫລາຍຮູ້ເຖິງ
ບັນຫາຄວາມສະເຫມີພາບ ແລະ ຄວາມບໍ່ສະເໝີພາບ,
ຮູ້ວ່າລະບອບສັງຄົມນິຍົມ ໄດ້ແກ້ໄຂຂອດບັນຫາຄວາມສະເຫມີພາບທາງດ້ານສັງຄົມໄດ້ຢ່າງສົມບູນເປັນຂັ້ນໆມານັ້ນຄືແນວໃດ.
ຍ້ອນວ່າໃນປະຈຸບັນນີ້ ຢູ່ປະເທດລາວບັນດາຊາວຜູ້ອອກແຮງງານທັງຫລາຍກຳລັງພາກັນອອກແຮງສູ້ຊົນເພື່ອໃຫ້ໄດ້ມາຊຶ່ງຄວາມສະ….