...
3 ບຸ​ຣຸດ​ເຫຼັກ ແຫ່ງ​ເມືອງ​ທ່າ​ແຂກ

ຂຽນ​ໂດຍ: ດວງ​ໄຊ ຫຼວງ​ພະ​ສີ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ເຫດການວັນທີ 21 ມີນາ 1946 ຖືໄດ້ວ່າເປັນເຫດການຄັ້ງຍິ່ງ ໃຫຍ່ໃນປະຫວັດສາດແຫ່ງຊາດລາວຂອງພວກເຮົາ

ຂ້າພະເຈົ້າຮູ້ດີວ່າ, ມັນເກີດຂຶ້ນແນວໃດ ແລະ ໄດ້ສັງຫານຊີ ວິດຂອງປະຊາຊົນນ້ອຍໃຫຍ່ຢູ່ເມືອງທ່າແຂກຢ່າງໂຫດຮ້າຍ ແລະ ປ່າ ເຖື່ອນຄືແນວໃດ? ເພາະໃນຂະນະນັ້ນ, ແມ່ນຂ້າພະເຈົ້າເອງພ້ອມກັບ ທ່ານນາຍພົນ ສິງກະໂປ ສີໂຄດຈຸນນະມາລີ ແລະ ຄົນຮັກຊາດຜູ້ອື່ນ ໆ ໄດ້ຮ່ວມຢູ່ກັບຊາຕາກັມອັນນັ້ນ ຊາຕາກັມແຫ່ງຄວາມຄຽດແຄ້ນ, ຊາ ຕາກັມທີ່ໄດ້ຫລໍ່ຫລອມຈິດໃຈຮັກຊາດຢູ່ໃນແປວໄຟປະຕິວັດທີ່ມີຢູ່ແລ້ວໃຫ້ ເພີ່ມທະວີຄູນຢ່າງບໍ່ມີຂອບເຂດ.

ເປັນການດີຫລາຍ, ທີ່ນັກປະພັນ ດວງໄຊ ຫລວງພະສີ, ຜູ້ເຊິ່ງ ໄດ້ຂຽນປຶ້ມປະຫວັດສາດໃຫ້ແຂວງຄໍາມ່ວນເຖິງ 2 ເຫລັ້ມ, ໄດ້ລົງເກັບ ກຳທຸກເຫດການທີ່ເກີດຢູ່ແຂວງຄໍາມ່ວນ, ແລ້ວລົງມືຂຽນປຶ້ມ “ 3 ບຸຣຸດ ເຫລັກແຫ່ງເມືອງທ່າແຂກ "ນີ້ຂຶ້ນມາ, ບັນຍາຍຢ່າງລະອຽດເຖິງເຫດ ການປະຫວັດສາດຕອນນັ້ນ, ເພື່ອສຶກສາອົບຮົມຄົນຮຸ່ນຫລັງໃຫ້ຮູ້ຈັກເຖິງ ຄວາມຍິ່ງໃຫຍ່ຂອງຊາດລາວ ເຊິ່ງໄດ້ຜ່ານສະພາບຄວາມລະອິດລະ ອ້ຽວມາຫລາຍຂັ້ນຫລາຍຕອນນັບເປັນຫລາຍພັນປີ, ຊາດລາວ, ຄົນ ລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຈຶ່ງສະຫງ່າ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 20,000 ກີບ