ຂຽນໂດຍ: ສຳນັກຂ່າວສານ ໂນໂວສະຕີ, ແປໂດຍ: ນ. ຊີລີນາ, ກວດແກ້ໂດຍ: ສ.ຊະນະພານ
ຄຳເວົ້າຂອງ ວ.ອ. ເລນິນທີ່ໄດ້ຄັດເອົາມາເພື່ອພາດຫົວເລື່ອງໃຫ້
ແກ້ປຶ້ມນ້ອຍຫົວນີ້ນັ້ນ ເວົ້າໄດ້ວ່າ ແມ່ນສູດຊຶ່ງເປັນຜົນມາຈາກການຄົ້ນຄິດຂອງ ເພິ່ນເປັນເວລາຫລາຍປີ
ກ່ຽວກັບການປະຕິບັດຕົວຈິງ ທາງດ້ານປະຫວັດສາດ ຂອງຂະບວນການສະຫະກອນ ຢູ່ໃນປະເທດລັດເຊຽ (ແລະຄວາມຈິງແລ້ວກໍບໍ່
ແມ່ນພຽງແຕ່ຢູ່ໃນປະເທດລັດເຊຽ), ກ່ຽວກັບຄວາມອາດສາມາດບົ່ມຊ້ອນຂອງ
ຂະບວນການດັ່ງກ່າວເຊິ່ງໃນເວລານັ້ນມັນຍັງເປັນສິ່ງທີ່ບໍ່ຈະແຈ້ງສຳລັບບັນດາ ນັກທິດສະດີມາກຫລາຍໆຄົນ, ແລະກ່ຽວກັບທິດທາງແຫ່ງການຂະຫຍາຍຮູບແບບ ການຜະລິດແບບສະຫະກອນໃນອະນາຄົດ.
ຄ ຳເວົ້າຂອງເລນິນທີ່ວ່ານັ້ນ ແມ່ນ ໄດ້ຂຽນໄວ້ຕັ້ງແຕ່ວັນທີ ໔ ມັງກອນປີ ໑໙໒໓ ພຸ້ນ. ນັ້ນແມ່ນໄລຍະ
(ແຕ່ເດືອນ ມັງກອນເຖິງເດືອນມີນາ),
ເຊິ່ງເປັນເວລາທີ່ເລນິນພວມຂຽນບົດຕ່າງໆທີ່ເປັນ ບົດສຸດທ້າຍຂອງຕົນຄື: ບົດ" ຈາກຫນ້າເຈ້ຽຂອງບັນທຶກປະຈຳວັນ", "ກ່ຽວກັບ ການປະຕິວັດຂອງພວກເຮົາ", "ພວກເຮົາຈະຈັດຕັ້ງຣາບກຣິນ
ຄືນໃຫມ່ແນວ ອົງການກວດກາຂອງກຳມະກອນ-ຊາວນາ(ຣາບກຣິນ) ນັ້ນ ຄືອົງການກວດ……