ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
-ປະຕິບັດຕາມການຊີ້ນຳ ຂອງກົມການເມືອງ, ຄະນະໂຄສະນາອົບຮົມສູນກາງພັກ
ໄດ້ ຄົ້ນຄວ້າສ້າງເອກະສານ ເຜີຍແຜ່ ອະທິບາຍ ເນື້ອໃນສ ຳຄັນ ມະຕິກອງປະຊຸມໃຫຍ່ຄັ້ງທີ IX
ຂອງພັກ ເພື່ອໃຫ້ສະມາຊິກພັກ-ພະນັກງານ ແລະ ບຸກຄົນທົ່ວໄປ ອ່ານ ແລະ ຄົ້ນຄວ້າທ
ຳຄວາມເຂົ້າໃຈ ຕໍ່ແນວທາງ ແຜນນະໂຍບາຍ ກໍຄື ທິດທາງວຽກງານຈຸດສຸມ ທີ່ວາງອອກ ສ ຳລັບໄລຍະ 2011-2015 ເພື່ອສ້າງບາດກ້າວບຸກທະລຸ ໃນການສ້າງສາພັດທະນາ ແນໃສ່ເຮັດໃຫ້ປະເທດເຮົາ ຫລຸດພົ້ນຈາກ
ຄວາມດ້ອຍພັດທະນາ ໃນປີ 2020.
-ໃນປຶ້ມຫົວນີ້ ໄດ້ຍົກເອົາບັນຫາສຳຄັນໃນແຕ່ລະດ້ານ ຂຶ້ນມາອະທິບາຍ
ຊີ້ແຈງ ໃຫ້ ຄວາມກະຈ່າງແຈ້ງ ໂດຍອີງໃສ່ຫລັກມູນທິດສະດີ-ພຶດຕິກຳ ແລະ ບົດຮຽນຈາກການນ ຳພາ-ຊີ້ນ
ຳ ຕົວຈິງ ຂອງພັກເຮົາ. ການອະທິບາຍ ກໍມີລັກສະນະເຈາະຈີ້ມ ໃຫ້ທິດ ສຳລັບການຮຽນຮູ້ ກຳແຫນ້ນແນວທາງ
ແລະ ໃຫ້ທິດ ກ່ຽວກັບການຈັດຕັ້ງ ຜັນຂະຫຍາຍ ໄປພ້ອມໆກັນ. ເພາະສະນັ້ນ ມັນຈຶ່ງເຫມາະສົມ ສ
ຳລັບໃຊ້ເປັນຄູ່ມືໂຄສະນາ, ປາຖະກະຖາ ຂອງພະນັກງານໂຄສະນາອົບຮົມ,
ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຂອງຄະນະພັກກະຊວງ-ອົງການ ອ້ອມຂ້າງສູນກາງ
ແລະ ຄະນະພັກທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້ ກໍສາມາດໃຊ້ເປັນບ່ອນອີງ ສຳລັບການ
ຂຽນບົດຄວາມ-ບົດຂ່າວ ແລະ ການສ້າງບົດສອນວິຊາການເມືອງ ຢູ່ໃນໂຮງຮຽນການເມືອງ-ການປົກຄອງ,
ມະຫາວິທະຍາໄລ ແລະ ໂຮງຮຽນອະຊີວະສຶກສາຊັ້ນສູງຕ່າງໆ. ນອກຈາກນັ້ນ ມັນຍັງມີຄຸນ
ປະໂຫຍດ ສ ຳລັບຜູ້ທີ່ສົນໃຈອ່ານ ເພື່ອຍົກລະດັບຄວາມຮູ້ ກ່ຽວກັບແນວທາງການເມືອງໃນດ້ານຕ່າງໆ
ຂອງພັກປະຊາຊົນປະຕິວັດລາວ ອີກດ້ວຍ.
ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າໃຈດີວ່າ ປຶ້ມຫົວນີ້ ຍັງມີຈຸດບົກພ່ອງ
ໃນບາງ ດ້ານ; ສະນັ້ນ ຈຶ່ງຍິນດີທີ່ຈະຮັບເອົາຄວາມຄິດເຫັນ ຕ ຳນິຕິຊົມ ຈາກທ່ານຜູ້ອ່ານ
ແລະ ທ່ານຜູ້ຮູ້ ທັງຫລາຍ ເພື່ອຈະໄດ້ສືບຕໍ່ປັບປຸງ ປຶ້ມຫົວນີ້ ໃຫ້ມີຄວາມສົມບູນຍິ່ງໆຂຶ້ນ,
ພ້ອມດຽວກັນນີ້ ກໍຂໍສະ ແດງຄວາມຂອບໃຈ ຕໍ່ການຮ່ວມມື ຂອງບັນດາທ່ານ ມານະໂອກາດນີ້ດ້ວຍ.....