...
ແຫ​ກ​ຄຸກ ໂພນ​ເຄັງ

ຂຽນ​ໂດຍ: ​ທອງ​ເສີຍ ໂຄດ​ວົງ​ສາ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ເດືອນຫົກ 1958 ສະໄຫມທີ່ພວກປະຕິການ ຜຸຍ-ພູມໄມ້ມີຈັກກະ ພັດອາ ເມລິກາຍັງມີອ ຳນາດບາດໃຫ່ຍໃນນະຄອນວຽງຈັນ, ເວລານັ້ນ ຂ້ອຍເລີ່ມຕົ້ນ ເຂົ້າມາດ ຳລົງຊີວິດເປັນເທື່ອທ ຳອິດ ທ ຳການສຶກສາປະລິຍັດຕິທ ຳໃນ ເມືອງ ຫລວງແຫ່ງນີ້, ໄດ້ເຫັນຫລາຍເຫດການທີ່ເປັນພາບບັນທຶກໄວ້ໃນດວງໃຈ ມາ ເຖິງເທົ້າທຸກວັນນ.

ວຽງຈັນນະຄອນຫລວງຂອງລາວ ໄດ້ສ້າງມາຕັ້ງແຕ່ຫລາຍສັດຕະວັດແລ້ວ ໃນຍາມລັດທິລ່າເມືອງຂຶ້ນ ແບບໃຫມ່ຂອງຈັກກະພັດອາເມລິກາ ເລີ່ມກືນກິນ ເມືອງລາວນັ້ນ, ວຽງຈັນ ເປັນບ່ອນພວກເຂົາໄດ້ສືບຕໍ່ລ້ຽງເກືອເອົາຄົນລາວ ກຸ່ມຫນຶ່ງທີ່ເຄີຍເປັນລູກນ້ອງຊັ້ນຈ ຳຂອງພວກລ່າເມືອງຂຶ້ນຝະລັ່ງ ມາ ເປັນ ເຄື່ອງມືຮັບໃຊ້ບັນດາກົນອຸບາຍອັນຊົ່ວຮ້າຍຂອງພວກເຂົາ ໂດຍຫວັງ ຢາກ ເອົາເມືອງລາວເປັນຫົວເມືອງຂຶ້ນ, ເອົາຄົນລາວເປັນຂຂ້າແລະຢາກເອົາ ທີ່ ຕັ້ງຍຸດທະສາດແຫ່ງນີ້ ເພື່ອດັບມອດກ ຳລັງປະຕິວັດໃນລາວ ເພື່ອສະກັດກັ້ນຂະ ບວນຕໍ່ສູ້ປົດປ່ອຍຊາດ ທີ່ພວມລຸກເປັນແປວໄຟໃນອິດດູຈີນແລະຫວັງສຸມ ປາຍ ຫອກແທງເຂົ້າຝ່າຍສັງຄົມນິຍົມ.

ຕໍ່ຫນ້າກົນອຸບາຍຂອງສັດຕູແນວ ນັ້ນ, ໃນຄາວນກ ຳລັງປະຕິວັດຂອງ ລາວ ຍັງອ່ອນນ້ອຍ ພວມແຜ່ຂະຫຍາຍຈາກສອງແຂວງ ຟອງສາລີ-ຊ ຳເຫນືອ ຜັນ ຂະຫຍາຍເຂົ້າມາຢ່າງວ່ອງໄວ ໃນນະຄອນວຽງຈັນແລະໃນທົ່ວປະເທດ. ສັດ ຕູໄຝ່ຝັນວ່າ: ຍົວະເສືອເຂົ້າບ້ານ ເພື່ອຂ້າເສືອ... ແຕ່ພັກພວກເຮົາພັດ ວ່າ ເຂົ້າຖາໍ້ເສືອເພື່ອຂ້າເສືອ. ຄວາມຈິງໃນຍາມນັ້ນ, ນັບຕັ້ງແຕ່ວິນາທທສູນກາງ ແນວລາວຮັກຊາດເຂົ້າມາວຽງຈັນຕາມສັນຍາທີ່ສອງຝ່າຍໄດ້ລົງນາມກັນເມື່ອ….

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ