...
ຊີ​ວິດ ແລະ ຄຳ​ຄົມ ມະ​ຫາ​ຕະ​ມະ​ຄານ​ທີ

ຂຽນ​ໂດຍ: ​ແປ​ໂດຍ: ໂອ​ທອງ ຄຳ​ອິນ​ຊູ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຄານທີແມ່ນໃຜ ? ມີຄວາມສໍາຄັນຢ່າງໃດ ຈຶ່ງເປັນຄົນສໍາ ຄັນຂອງໂລກນັ້ນ ຂໍຍົກເອົາຄໍາເວົ້າສັ້ນໆ ຂອງທ່ານ ອານເບີກຣ໌ ແອງຊະແຕັງ (Albert Einstein) ນັກວິທະຍາສາດ ຜູ້ສໍາຄັນຄົນໜຶ່ງ ຂອງໂລກ ທີ່ກ່າວເຖິງເພິ່ນ:

.....ອາດເປັນໄປໄດ້ ທີ່ໃນຍຸກຕໍ່ໄປ ຈະບໍ່ມີໃຜຢາກເຊື່ອວ່າ ບຸກຄົນແບບນີ້ ກໍເຄີຍມີຊີວິດ ຊີວາຍ່າງເດີນເຫີນຢູ່ບົນພື້ນແຜ່ນດິນນີ້ມາແລ້ວ.......

ປຶ້ມອ່ານກ່ຽວກັບບຸກຄົນສໍາຄັນຂອງໂລກກໍຄື: ບຸກຄົນທີ່ໂລກ ບໍ່ຄວນລືມ ແມ່ນປຶ້ມອ່ານຊຸດໃໝ່ ທີ່ທາງສະມາຄົມຮ່ວມນໍ້າໃຈກັບ ເດັກນ້ອຍລາວ ແຫ່ງປະເທດຍີ່ປຸ່ນ ມີແຜນຈັດພິມ ໃນຂັ້ນຕໍ່ໄປ. ທັງນີ້ ໂດຍເຫັນວ່າ ການຮູ້ຈັກຊີວິດຂອງບຸກຄົນ ຜູ້ກະທໍາຄຸນງາມຄວາມ

ດີຕໍ່ມວນມະນຸດ ກໍຄືເພື່ອນ ຮ່ວມຊາດ ຫລື ຜູ້ສ້າງຜົນງານທີ່ມີຄຸນ ຄ່າທາງ ດ້ານຈິດໃຈ ຫລື ວັດກຸກໍຕາມ ຈະໃຫ້ບົດຮຽນອັນດີງາມແກ່ ຄົນຮຸ່ນໃໝ່ ເປັນກຳລັງໃຈໃຫ້ ແກ່ຜູ້ທີ່ ພວມຕໍ່ສູ້ໃນເສັ້ນທາງ ແຫ່ງສັນ ຕິພາບ ແລະຄວາມດີງາມອື່ນໆ..

ເນື່ອງຈາກວ່າ ພວກເຮົາຂາດເຂີນເອກະສານພາສາລາວ ໃນເລື່ອງນີ້ພໍສົມຄວນ ທາງສະມາຄົມຈຶ່ງນໍາໃຊ້ປຶ້ມພາສາໄທ ທີ່ ແປໂດຍອາຈານ ກະຣຸນາ ແລະ ອາຈານ ເຣື່ອງອຸໄຣ ກຸສະລາໄສ ທີ່ເປັນຜູ້ຊຳນານ ໃນການແປ ຜົນງານທັງຫລາຍກ່ຽວກັບ ທ່ານ ຄານທີ ທັງເປັນຜູ້ມີຄວາມຮູ້ເລິກເຊິ່ງດ້ານພາສາອັງກິດ ແລະຄໍາ ເວົ້າທີ່ໃຊ້ໃນຜົນງານ ຂອງທ່ານ ຄານທີ. ໂດຍໄດ້ຮັບຄໍາອະນຸຍາດ ຈາກທາງສຳນັກພິມ ທີ່ກ່ຽວຂ້ອງ ທີ່ເຫັນວ່າການຈັດພິມຂອງພວກ ເຮົາບໍ່ແມ່ນເພື່ອການທຸລະກິດ ທາງສຳນັກພິມຈຶ່ງຍິນດີອະນຸຍາດ ຈຶ່ງຂໍຂອບໃຈມານະທີ່ນີ້ ເປັນຢ່າງສູງດ້ວຍ.

ປຶ້ມນ້ອຍຫົວນີ້ ນໍາສະເໜີຊີວິດການເຄື່ອນໄຫວສ່ວນໜຶ່ງຂອງ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ