ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ມາດຕະຖານຄວາມຮູ້ດ້ານທິດສະດີ-ການເມືອງ ຊັ້ນຕົ້ນ
(ສໍາລັບພະນັກງານ) ໄດ້ສັງລວມເອົາພື້ນຖານຄວາມ ຮູ້ກ່ຽວກັບປະຫວັດສາດຂອງຊາດ, ກ່ຽວກັບປະເທດລາວ ແລະ ມູນເຊື້ອຂອງຄົນລາວເຮົາຢ່າງສັງເຂບ; ພ້ອມກັນນັ້ນ ກໍ່ສະ ເຫນີຢ່າງເປັນລະບົບກະທັດລັດກ່ຽວກັບພື້ນຖານຄວາມຮູ້ດ້ານ ທິດສະດີມາກ-ເລນິນ ທັງທາງດ້ານປັດຊະຍາ, ເສດຖະສາດ ແລະ ສັງຄົມວິທະຍາ; ນອກຈາກນັ້ນ ຍັງໄດ້ເນັ້ນຫນັກການ ໃຫ້ຄວາມຮູ້ກ່ຽວກັບແນວທາງສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມເສັ້ນທາງສັງຄົມນິຍົມ, ກ່ຽວກັບ ການນໍາພາຂອງພັກ ແລະ ວຽກງານກໍ່ສ້າງພັກ-ພະນັກງານ; ລວມທັງຄວາມຮູ້ເບື້ອງຕົ້ນດ້ານກົດຫມາຍ ຫານ. ແລະ ການບໍລິຫານ
ປຶ້ມຫົວນີ້ ຍັງເຫມາະສໍາລັບຄູ-ອາຈານທີ່ສອນວິຊາສັງ ຄົມການເມືອງໃນໂຮງຮຽນສາມັນສຶກສາ, ອະຊີວະສຶກສາຊັ້ນ ຕ່າງໆ ແລະ ເຫມາະສໍາລັບນັກຮຽນນັກສຶກສາຜູ້ທີ່ສົນໃຈຢາກຮຽນ, ຢາກຮູ້ກ່ຽວກັບທິດສະດີການເມືອງ.