...
ທ່ານນາງທອງວິນ ພົມວິຫານ "ຊີວິດແລະການ ເຄື່ອນໄຫວວຽກງານ"

ຂຽນ​ໂດຍ: ດວງ​ໄຊ ຫຼວງ​ພະ​ສີ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຄະນະອຳນວຍການສຳນັກພິມຈຳຫນ່າຍຊາວຫນຸ່ມຂອງພວກເຮົາໄດ້ຮັບກຽດຢ່າງສູງ, ຈັດພິມປຶ້ມ " ຊີວິດແລະການ ເຄື່ອນໄຫວວຽກງານ" ຂອງທ່ານນາງທອງວິນ ພົມວິຫານກຳມະການສູນກາງພັກ, ສະມາຊິກສະພາປະຊາຊົນສູງສຸດເລຂາທິການທີ່ຫນຶ່ງ ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ

ພວກເຮົາໄດ້ຕີລາຄາສູງຕໍ່ເນື້ອໃນຊີວິດສ່ວນຕົວຂອງທ່ານ ນາງທອງວັນ ພົມວິຫານ, ທີ່ມີສ່ວນຜູກພັນຢູ່ກັບຫນ້າປະຫວັດສາດແຫ່ງການປະຕິວັດຂອງຊາດລາວເຮົາຕະຫລອດ 40 ປີ ເຕັມ, ນັບແຕ່ທ່ານມີອາຍຸພຽງ 12 ປີກໍໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ປະຕິວັດແລ້ວ.

ປຶ້ມ " ຊີວິດ ແລະ ການເຄື່ອນໄຫວວຽກງານ" ຂອງ ທ່ານ ນາງ ທອງວັນ ພົມວິຫານ, ຈຶ່ງບໍ່ພຽງແຕ່ອ່ານແລ້ວໄດ້ຮູ້ເຖິງ ເສັ້ນທາງຊີວິດອັນຍາວໄກຂອງທ່ານ, ຫາກຍັງຈະຮູໄດແຕ່ລະໄລຍະຂອງການປະຕິວັດ, ຄວາມລະອິດລະອຽວຂອງຊີວິດ, ເຊິ່ງ ຄົນຜູຫນຶ່ງກໍຄືປະຫວັດສາດອັນຫນຶ່ງທີ່ຜູກພັນຢູ່ກັບ ປະຫວັດສາດ ລວມຂອງປະເທດຊາດ. ດັ່ງນັ້ນ, ເສັ້ນທາງຊີວິດຂອງຄົນຜູຫນຶ່ງ ກໍຄືເອກະສານເຫລັ້ມຫນຶ່ງ, ຄືຕຳລາຫົວຫນຶ່ງ ແລະ ຄືບົດຮຽນໃຫ່ຍ ແລະ ຍາວບົດຫນຶ່ງເພື່ອສຶກສາອົບຮົມຄົນຮຸ່ນຫລັງທີ່ເກີດໃຫມໃຫຍລຸນ…...

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 2,500 ກີບ
...
ລາ​ຄາ : 20,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ