...
ຊີ​ວິດ ​ຂອງ ​ເລ​ນິນ

ຂຽນ​ໂດຍ: ມາ​ຣິ​ອາ ປ​ຣີ​ເລ​ຊາ​ອີ​ວາ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

...ເຫດການນີ້ ເກີດຂຶ້ນເມື່ອຊຸມປີທີຊາວ. ຕະຫລອດສອງປີ ຂ້າພະເຈົ້າໄດ້ເປັນຄູສອນ ຢູ່ທີ່ໂຮງຮຽນ ໃນຫມູ່ບ້ານນ້ອຍໆແຫ່ງຫນຶ່ງ ຄຸ້ມ ເປເຣຍາສະລັບ. ໃກ້ຄຽງກັບຫມູ່ບ້ານດັ່ງ ກ່າວຍັງມີຫມູ່ບ້ານ ກອກກີ ເຊິ່ງຕັ້ງຢູ່ແຄມແມ່ນໍ້າສາຍຫນຶ່ງທີ່ມີຊື່ວ່າ ແມ່ນໍ້າ ຊາຄາ. ຢູ່ໃນ ຫມູ່ບ້ານກອກກໍມີເຮືອນຫລັງຫນຶ່ງຂອງ ການຊົນ ເຊິ່ງເປັນເຈົ້າຂອງໂຮງງານ. ເມື່ອປີ ໑໘໙໔ ຢູ່ແຫ່ງນີ້ ພວກປະຕິວັດ ໄດ້ພິມປຶ້ມຂອງ ເລນິນ ທີ່ມີຊື່ວ່າ "ເພື່ອນມິດຂອງປະຊາຊົນ ຄືແນວໃດ ແລະພວກເຂົາຕໍ່ສູ້ຕ້ານພວກປະຊາທິປະໄຕສັງຄົມຢ່າງໃດ? ຢ່າງປິດລັບ.

ເລື່ອງເຫລົ່ານີ້ ແມ່ນຄູສອນອະວຸໂສຜູ້ຫນຶ່ງ ເປັນຜູ້ເລົ່າສູ່ຂ້າພະເຈົ້າຟັງ. ເມື່ອປີ ໑໘໙໔, ຜູ້ກ່ຽວໄດ້ພົບກັບ ວະລາດີເມຍ ອີລິຊ ເຊິ່ງຕອນນັ້ນ ເພີ່ນມີອາຍຸຊາວສີ່ປີ ແລະໄດ້ ປຢ້ຽມຢາມຫມູ່ບ້ານ ກອກກີ. ຄູສອນອະວຸໂສຜູ້ນັ້ນໄດ້ເວົ້າວ່າ: "ພວກເຮົາເຄີຍ ໄດ້ຍ່າງ ແລາະຫລິ້ນໄປຕາມສວນຕົ້ນເປືອຍຂາວແຫ່ງນີ້, ຢູ່ເທິງແປ້ນມ້ານີ້ເອງ, ວະລາດີເມຍ ອີລິຊ ເຄີຍໄດ້ນັ່ງສົນທະນາກັບ ການຊີນ ເພື່ອນມິດຂອງເພິ່ນເຊິ່ງເປັນນັກສຶກສາ ແລະໄດ້ເປັນຜູ້ ຈັດພິມປຶ້ມຫົວດັ່ງກ່າວ.

ຢູ່ໃນປຶ້ມຫົວນັ້ນ ມີສິ່ງໃດແດ່ທີ່ເປັນຫນ້າສົນໃຈ? ທຸກສິ່ງທຸກຢ່າງລ້ວນແຕ່ເປັນ ຫນ້າສົນໃຈທີ່ສຸດ, ໂດຍສະເພາະຢ່າງຍິ່ງ ແມ່ນບົດສະຫລຸບທີ່ຂຽນວ່າ: "...ກໍາມະກອນລັດ ແຊຍ ຈະລຸກຂຶ້ນເປັນຜູ້ນໍາພາບັນດາກໍາລັງປະຊາທິປະໄຕ ແລະ ຈະໂຄ່ນລົ້ມລະບອບປົກຄອງ ຂອງກະສັດລັດເຊຍ, ແລ້ວຈະນໍາພາຊົນຊັ້ນກຳມະກອນລັດເຊຍ, ຄຽງບ່າຄຽງໄຫລ່ກັບກໍາມະ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ