...
ໄກ​ສອນ ພົມ​ວິ​ຫານ ບາງ​ບົດ​ຮຽນ​ຕົ້ນ​ຕໍ ແລະ ບາງ​ບັນ​ຫາ​ ກ່ຽວ​ກັບ​ ທິດ​ທາງ​ໃໝ່​ ຂອງ​ການ​ປະ​ຕິ​ວັດ​ລາວ

ຂຽນ​ໂດຍ: ໄກ​ສ​ອນ ພົມ​ວິ​ຫານ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ໃນໂອກາດຄົບຮອບ ໒໔ ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວທີ່ສະຫງ່າອົງອາດ, ພວກເຮົາໄດ້ພິມຈ ຳຫນ່າຍປຶ້ມ "ບາງ ບົດຮຽນຕົ້ນຕໍ ແລະ ບາງບັນຫາພື້ນຖານ ກ່ຽວກັບທິດທາງ ຫນ້າທີ່ໃຫມ່ ຂອງການປະຕິວັດລາວຂຽນໂດຍ ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປຶ້ມຫົວນີ້ເປັນເອກະສານສຳຄັນທີ່ສຸດ ເຊິ່ງຜູ້ຂຽນໄດ້ອີງໃສ່ມະຕິຄຳສັ່ງຕ່າງໆ ຂອງພັກ, ລວບລວມຈາກມູນເຊື້ອ ອັນອົງອາດກ້າແກ່ນ ບໍ່ອ່ອນຍອມຂອງຊາດເຮົາໃນເມື່ອກ່ອນກໍ່ຄືການຕໍ່ສູ້ອັນດຸເດືອດຂ້ຽວຂາດ ຕ້ານຈັກກະພັດຝະລັ່ງ ແລະ ອາເມລິກາໃນ ໓໐ ປີທີ່ຜ່ານມາ ຂອງປະ ຊາຊົນ ບັນດາຊົນຊາດລາວເຮົາ ສົມທົບກັບພຶດຕິກຳ ແລະ ບົດຮຽນຕໍ່ສູ້ອັນອຸດົມຮັ່ງມີຂອງຂະບວນການປະຕິວັດໂລກ, ຖອດຖອນເປັນຂໍ້ສະຫຼຸບ ທີ່ເປັນພື້ນຖານ, ເປັນລະບົບ ແລະ ຄົບຖ້ວນພໍຄວນ ກ່ຽວກັບແນວທາງ ຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ຂອງພັກ ທັງໄດ້ຮັບການ ຢັ້ງຢືນຈາກທິດສະດີ ແລະ ພຶດຕິກຳຢ່າງພຽງພໍ....

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ