...
ປະ​ທານ ​ໄກ​ສອນ​ ພົມ​ວິ​ຫານ​ ວິ​ລະ​ບຸ​ຣຸດ​ແຫ່ງ​ຊາດ

ຂຽນ​ໂດຍ: ທອງ​ເສີຍ ໂຄດ​ວົງ​ສີ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ປະທານ ໄກສອນ ພົມວິຫານ ວິລະບຸລຸດແຫ່ງຊາດລາວ, ຜູ້ນຳທີ່ ເຄົາລົບຮັກຂອງພວກເຮົາ. ສະນັ້ນ, ຍ້ອນຄຸນງາມຄວາມດີອັນປະເສີດຂອງເພິ່ນ ພາຍຫລັງ ເພິ່ນໄດ້ເຖິງແກ່ມໍລະນະກຳໄປແລ້ວ, ກົມການເມືອງສູນກາງພັກພວກ ເຮົາ ຈຶ່ງໄດ້ຕົກລົງສ້າງອະນຸສອນສະຖານ, ປັ້ນຫລໍ່ຮູບຂອງທ່ານ ດ້ວຍ ທອງສຳລິດ, ບັນທຶກວິລະກຳຂອງທ່ານໄວ້ໃນໜ້າປະຫວັດສາດ ເພື່ອອຸ ທິດເຖິງດວງວິນຍານຂອງທ່ານ ແລະ ເພື່ອໃຫ້ລູກຫລານໄດ້ອ່ານ ຮໍ່າ ຮຽນເອົາວິລະກຳ, ບົດຮຽນອັນປະເສີດ, ຄໍາສັ່ງສອນອັນດີເລີດ ທັງເປັນ ທິດເຍືອງທາງໃຫ້ພວກເຮົາ ດໍາເນີນພາລະກິດປົກປັກ ແລະ ພັດທະນາ ປະເທດຊາດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. ອີງໃສ່ມະຕິກົມການເມືອງສູນ ກາງພັກ ດ້ວຍຄວາມເອົາໃຈໃສ່ ປະຕິບັດຕາມມະຕິດັ່ງກ່າວ, ແຂວງສະ ຫວັນນະເຂດ ຈຶ່ງໄດ້ມອບໃຫ້ ທ່ານ ທອງເສີຍ ໂຄດວົງສີ ຄົ້ນຄ້ວາ ແລະ ຮຽບຮຽງວິລະກຳຂອງທ່ານທີ່ຊື່ວ່າ : "ປະທານ ໄກສອນ ພົມວິຫານ ວິລະ ບຸລຸດແຫ່ງຊາດລາວປື້ມເຫລັ້ມດັ່ງກ່າວນີ້ແມ່ນໄດ້ຮັບການກວດແກ້ ຈາກ ທ່ານ ສີຊະນະ ສີສານ ທີ່ປຶກສາອະນຸສອນສະຖານຂອງສູນກາງ, ທ່ານ ບົວສີ ຈະເລີນສຸກ ປະທານຄະນະກຳມະການ ອະນຸສອນສະຖານ ສູນກາງ ແລະ ທ່ານ ບົວລຽນ ນາມມຸນຕີ, ຮອງເລຂາພັກແຂວງ, ຫົວໜ້າ ໂຄສະນາອົບຮົມແຂວງ, ຫົວໜ້າຄະນະກໍ່ສ້າງອະນຸສອນສະຖານ ແຂວງ ສະຫວັນນະເຂດ ແລະ ໄດ້ຮັບອະນຸມັດພິມ ຈາກທ່ານລັດຖະມົນຕີ ກະ ຊວງຖະແຫລງຂ່າວ ແລະ ວັດທະນະທໍາ ເປັນທີ່ຮຽບຮ້ອຍແລ້ວ…..

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ