ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ, ພິມທີ່ ໂຮງພິມແຫ່ງລັດ
ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກປະຊາ ຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງ ບັນຍາກາດແຫ່ງຄວາມເອກອ້າງທະນົງໃຈ ຕໍ່ພັກເຮົາ ທີ່ໄດ້ເຮັດສຳເລັດພາລະກຳປະຫວັດສາດແຫ່ງການນຳພາປະຊາຊົນເຮົາ ປົດປ່ອຍຊາດໄດ້ຢ່າງສົມກຽດ ແລະ ປະຈຸບັນ, ກໍ່ພວມນຳພາປວງຊົນເຮົາສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມທີ່ວາງໄວ້ ໂດຍໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ. ປະຊາຊົນລາວບັນດາເຜົ່າ ລ້ວນແຕ່ມີຄວາມເຊື່ອໝັ້ນຢ່າງເຕັມປ່ຽມ ຕໍ່ຄວາມສາມາດຂອງພັກ ທີ່ຈະນຳພາປະເທດຊາດກ້າວໄປສູ່ ຄວາມຮຸ່ງເຮືອງ ວັດທະນາ ທຽມທັນກັບກະແສແຫ່ງການພັດທະນາໃນໂລກ.
ຈາກເວທີອັນສະຫງ່າຜ່າເຜີຍນີ້, ໃນນາມຄະນະບໍລິຫານງານສູນກາງພັກ ແລະ ຄະນະປະທານ, ຂ້າພະເຈົ້າ ຂໍສະແດງຄວາມຄຳນັບຊົມເຊີຍບັນດາ ສະຫາຍຜູ້ແທນ
ແລະ ແຂກຂອງກອງປະຊຸມໃຫຍ່ທີ່ໄດ້ນຳເອົາອາລົມຈິດປະຕິວັດ, ຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຂອງທົ່ວພັກ, ທົ່ວປວງຊົນ…