...
ສົມ​ເດັດ ພ​ຣະ​ເຈົ້າ ຟ້າ​ງຸ່ມ

ຂຽນ​ໂດຍ: ດວງ​ໄຊ ດວງ​ພະ​ສີ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຖາທ່ານຜູ້ອ່ານຫາກມີການຕິດຕາມຢ່າງໃກ້ຊິດກໍຈະເຫັນວ່າ... ຂ້າພະ ເຈົ້າໄດ້ຮັບເອົາເກືອບທຸກຜົນງານຂອງນັກປະພັນ ດວງໄຊ ຫລວງພະສີ ຈັດພິມ ອອກເຜີຍແຜ່ ທັງນີ້ກໍເພາະວ່າ... ນັກປະພັນ ດວງໄຊ ຫລວງພະສີ ແມ່ນນັກ ປະພັນສົມຄວນແກ່ການຍ້ອງຍໍສັນລະເສີນຢ່າງຍິ່ງ ໄດ້ທຸມເທເຫື່ອແຮງ ທາງມັນສະຫມອງເພື່ອການຂີດຂຽນໂດຍສະເພາະ ແລະ ຂຽນໄດ້ທຸກປະເພດ ບົດ ທຸກປະເພດເລື່ອງ ໂດຍສະເພາະກໍ່ແມ່ນເລື່ອງລາວກ່ຽວກັບພື້ນແຜ່ນ ປະຫວັດສາດ ຂອງຊາດລາວເຮົາ ແລະ ຄວາມຮູ້ກ່ຽວກັບໂລກ ເຊິ່ງບໍ່ມີໃຜ ຄິດເຮັດຄິດທ່າມາ ກ່ອນໃນຍຸກນີ້.

ປື້ມເລື່ອງ ສົມເດັດພຣະເຈົ້າຟ້າງຸ່ມ... ກໍແມ່ນປື້ມປະຫວັດສາດ ລາວ ທີ່ມີຄວາມສໍາຄັນຫລາຍທີ່ສຸດ ຈໍາເປັນຢ່າງຍິ່ງຄົນລາວລູກຫລານ ລາວຈະຕ້ອງສຶກສາຮໍ່າຮຽນ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ກະຕັນຍູກະທະ ເວທີຕາຄຸນບັນພະບຸລຸດທີ່ຍິ່ງໃຫຍ່ຂອງຊາດລາວ ເພາະຫຍັງ? ເພາະພວກ ເຮົາ ທີ່ມີຜືນແຜ່ນດິນລາວໃຫ້ເກີດ ແລະ ຢູ່ອາໄສທຸກມື້ນີ້ ກໍແມ່ນຍ້ອນ ຄວາມປີຊາສາມາດຂອງສົມເດັດພະເຈົ້າຟ້າງຸ່ມພະອົງນີ້.

ສ່ວນຕົວຂອງຂ້າພະເຈົ້າແລ້ວ ແມ່ນຫມົດຈິດຫມົດໃຈ ຂໍສະແດງ ຄວາມ ຮູ້ບຸນຄຸນຕໍ່ກະສັດລາວພຣະອົງນີ້ຊົ່ວຟ້ານິລັນດອນ...

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 1,999 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ