ຂຽນໂດຍ: ສາຍຢັນດົງແດງ
ເສິກພໍ່ກະດວດແມ່ນ ສ້າງໜຶ່ງຂອງການກ້າວເດີນ ຂອງປະຫັວດສາດແຫ່ງການຕໍ່ສູ້ ເພື່ອສິດອຳນາດ, ເອກະລາດ, ປະຊາທິປະໄຕ ແລະ ຄວາມຍຸຕິທຳ ໂດຍໄດ້ເວົ້າເຖິງການຕໍ່ສູ້ອັນພິລະອາດຫານຂອງບັນດພຣະບຸຣຸດ ໂດຍສະເພາະແດນຈຳພອນ ປະຊາຊົນ ເມືອງຈຳພອນ ກໍ່ຄື ປະຊາຊົນລາວ ໃນທົ່ວປະເທດແມ່ນຜູ້ທີ່ຮັກສັນຕິພາບ, ຄວາມເປັນທຳ ແລະ ຄວາມເປັນອິດສະຫຼະເສລີ ສະນັ້ນ ເມື່ອຂາດສິ່ງເຫຼົ່ານີ້ ຫຼື ຖືກອຳນາດປ່າເຖື່ອນຈາກທາງອື່ນ ມາຍາດແຍ່ງໄປ ກໍຈຳເປັນຕ້ອງຕໍ່ສູ້ ດ້ວຍມັນສະໝອງ ເຫື່ອແຮງຕະຫຼອດຮອດການໃຊ້ອາວຸດ , ຖວາຍຊີວິດ ເລືອດເນື້ອເພື່ອຄວາມຄົງຢູ່ ຂອງສິດ ອິດສະຫຼະພາບ, ອຳນາດອະທິປະໄຕ ແລະ ຄວາມເປັນທຳ....