ຂຽນໂດຍ: ຄະນະໂຄສະນາອົບຮົມ ສູນກາງພັກ
ໃນປະວັດສາດບຸກປະຈຸບັນຂອງປະເທດເຮົາ, ທຸກບາດກ້າວ ເພິ່ນ ແລະ ທຸກໄຊຊະນະຂອງຊາດເຮົາ
ໄດ້ຕິດພັນກັບ ການນຳພາອັນສະຫລາດສອງໃສຂອງພັກປະຊາຊົນປະຕິວັດລາວເກັບທອດພາລະກິດ ອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ
ຢ່າງສົມກຽດ. ພັກເຮົາ ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນສະພາບຕົວຈິງ ຢູ່ປະເທດເຮົາ ຢ່າງປະດິດສ້າງ, ໄດ້ວາງແນວທາງອັນຖືກຕ້ອງສຳລັບ ແຕ່ລະໄລຍະ
ຂອງການປະຕິວັດ.
ສະຫາຍ ໄກສອນ ພົມວິຫານ ໃນຖານະທີ່ເປັນເລຂາທິການ ໃຫຽ່ນັບແຕ່ມື້ພັກເຮົາ
ໄດ້ຮັບ ການສ້າງຕັ້ງ ເປັນຕົ້ນມາ,
ຢູ່ໃນບົດໂອ້ ລົມ, ບົດນິພົນຕ່າງໆ
ຂອງສະຫາຍ, ສະຫາຍ ໄດ້ຍົກໃຫ້ເຫັນ
ຢ່າງເດັ່ນຊັດ ແລະ ອະທິບາຍຢ່າງຈະແຈ້ງບັນດາບັນຫາທີ່ເປັນພື້ນຖານ ວ່າເພິ່ນ ກ່ຽວກັບ ແນວວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ໃນແຕ່ລະຍ່ານທາງ ປະວັດສາດ.
ເພື່ອຊ່ວຍໃຫ້ແກ່ການຄົ້ນຄວ້າ, ຮ່ຳຮຽນຢູ່ພາຍໃນພັກ ແລະ ໃນໝູປະຊາຊົນ, ຄະນະໂຄສະນາອົບຮົມສູນກາງ ໄດ້ລວບລວມແລະ ພິມຈຳໜ່າຍບົດໂອ້ລົມ, ບົດນິພົນຕ່າງໆ ຂອງສະຫາຍ ໄກສອນ ພົມວິຫານ
ກ່ຽວກັບ ໄລຍະປະຕິວັດຊາດ-ປະຊາທິປະໄຕຢູ່ໃນ "ນິພົນເລືອກເຟັ້ນ” (ເຫລັ້ນທີ່ I).
ພິເສດ ດ້ວຍຈຸດປະສົງດັ່ງກ່າວມາຂ້າງເທິງນັ້ນ, ແລະ ເພື່ອຮັບໃຊ້ໃຫ້ ແກ່ການປ່ຽນຈິນຕະນາການ, ເປັນຕົ້ນເມ່ນຈິນຕະນາການທາງຖະກິດ, ຢູ່ໃນ "ນິພົນ ເລືອກເຟັ້ມ ເຫຼັ້ມ II), ພວກ ຂ້າພະເຈົ້າ
ໄດ້ຕັດເອົາບົດໂອ້ລົມ, ບົດນິພົນຕ່າຕາງໆ
ຂອງສະຫາຍເລຂາທິການໃຫຍ່ ກ່ຽວກັບ ການກໍ່ສ້າງເສດຖະກິດ ໃນຍ່ານທາງທຳອິດ
ຂອງສະໄໝຂ້າມ ຜ່ານ ກ້າວຂຶ້ນສູ່ສັງຄົມນິຍົມໃນປະເທດເຮົາ.