ຂຽນໂດຍ: ຄຳແພງ ມະນີວົງ
ປະເທດລາວ ເປັນປະເທດໜຶ່ງທີ່ເກົ່າແກ່ດຳລົງຄົງຕົວ ແລະ ນັບນັບມື້ນັບຂະຫຍາຍຕົວ ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງໂລກ. ການປະກົດຕົວຂອງລັດລາວ ທີ່ກະແຈກກະຈາຍ ຜ່ານມາໃນອະດີດລ້ວນ ແຕ່ຖືກລົບກວນ ແລະຮຸກຮານຈາກອານາຈັກອື່ນໆທີ່ແຂງແຮງກວ່າ ຈົນ ເຖິງສະໄໝເຈົ້າຟ້າງຸ່ມ ມະຫາລາດທ້ອນໂຮມເອົາລັດລາວບູຮານ ຫຼືເມືອງ ລາວບູຮານທັງຫຼາຍ ເຂົ້າເປັນອານາຈັກລາວລ້ານຊ້າງເອກະພາບ ເວລາ ຕໍ່ມາອານາຈັກລາວລ້ານຊ້າງຈຶ່ງມີໂອກາດຟື້ນຕົວຂຶ້ນໃໝ່ແຕ່ຄ.ສ. 1350. ເຈົ້າຟ້າງຸ່ມໄດ້ວາງຮາກຖານການປົກຄອງ ເສດຖະກິດ, ວັດທະນະທ ຳ-ສັງ ຄົມຕະຫຼອດເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄວ້ຫຼາຍດານ.
ບົນເສັ້ນທາງເດີນ ຂອງປະເທດຊາດນັ້ນ ໄດ້ເກີດມີຫຼາຍໄລຍະ ບາງໄລຍະກໍຮຸ່ງເຮືອງ ເຫຼືອງເຫຼື້ອມ ມີໄລຍະຄົນໃນຊາດ ກໍແຕກແຍກຂາດ ຄວາມສາມັກຄີກັນ ຍ້ອນກົນອຸບາຍແບ່ງແຍກ ເພື່ອປົກຄອງຂອງຜູ້ຮຸກ ຮານຈົນເຖິງຂັ້ນປະເທດຊາດກາຍເປັນປະເທດສະລາດ ເປັນເມືອງສວຍ ເມືອງຂຶ້ນຂອງຕ່າງປະເທດ ແຕ່ຍ້ອນການຕໍ່ສູ້ບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນ ຳພາ ຂອງບັນພະບຸລຸດຜູ້ເກັ່ງກ້າຈຶ່ງ ສາມາດກອບ ກູ້ເອົາປະເທດຊາດ ຄືນມາໄດ້
ກ່ອນນີ້ໜຶ່ງສະຕະວັດ
ຂະບວນການຕໍ່ສູ້ກູ້ຊາດ ຂອງກ ຳລັງປະ ກອບອາວຸດປະຊາຊົນລາວບັນດາເຜົ່າ ເພື່ອຕ້ານການຮຸກຮານບຽດຍຶດ
ຂອງພວກລ່າເມືອງຂຶ້ນຝຣັ່ງ ແລະຈັກະພັດອາເມຣິກາ ເປັນຂະບວນ ດຸເດືອດກວ້າງຂວາງ ແຕ່ເໜືອເຖິງໃຕ້ທົ່ວປະເທດ
ໃນນັ້ນພື້ນຖານກວ່າໝູ່ ແມ່ນການຕໍ່ສູ້ ຂອງກອງທັບແລະຂອງປະຊາຊົນເຮົາ ເຮັດໃຫ້ປະຫວັດ ສາດຂອງການຕໍ່ສູ້ນັ້ນ
ໄດ້ກາຍເປັນຕຳນານແຫ່ງຊີວິດຂອງບັນພະບຸລຸດ ວີລະກ ຳທີ່ໂດດເດັ່ນ ຂອງບັນດາເຫຼົ່ານັກຕໍ່ສູ້ທັງຫຼາຍຈົນເທົ່າທຸກວັນນີ້…..