...
ຊີ​ວິດ ຜູ້​ຂ້າ

ຂຽນ​ໂດຍ: ມະ​ຫາ ສີ​ລາ ວິ​ລະ​ວົງ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຂ້າພະເຈົ້າ ເປັນຜູ່ຂຽນຊີວະປວັຕ ມະຫາສິລາ ໃນປຶ້ມຊີວິດ ແລະຜົນງານ ຈັດພິມໂດຍຄນະກັມມະການ ວິທະຍາສາດສັງຄົມແຫ່ງຊາດ ປີ 1990 ໂດຍໃຊ້ຂໍ້ມູນຈາກບັນທຶກຕ່າງໆຂອງເພິ່ນ ບວກໃສ່ຄໍາບອກ ເລົ່າຂອງແມ່ ແລະສິ່ງທີ່ຕົນເອງຈົດຈໍາໄດ້. ແຕ່ໃນຄັ້ງນີ້ ເຫັນວ່າສິ່ງ ທີ່ເພິ່ນຂຽນໄວ້ເອງນີ້ ມີຂໍ້ມູນທີ່ຫນ້າສົນໃຈ ແລະຈະເປັນປໂຍດ ແກ່ຜູ່ອ່ານ ໃນດ້ານເນື້ອໃນ ທີ່ເວົ້າເຖິງຮີດຄອງປະເພນີ ຂອງຄົນລາວຢູ່ ພາຄອິສານ ຂອງປະເທດໄທຍ໌ ເມື່ອປະມານຮ້ອຍປີກ່ອນ. "ຄົນອິສານ ເຫລົ່ານັ້ນ ໄປຈາກຝັ່ງຊ້າຍແມ່ນໍ້າຂອງ ມີຮູບແບບດຳລົງຊີວິດຢ່າງໃດ? ມີຫຍັງແດ່ ແຕກຕ່າງ ກັບຄົນລາວຝັ່ງຊ້າຍ ? ໂດຍສະເພາະແລ້ວໃນການພິມຄັ້ງນີ້ ແມ່ນຢາກຮັກສາສຳນວນການຂຽນ ວິທີຂຽນຕາມເຄົ້າ ທີ່ເພິ່ນນິຍົມ ໃນແຕ່ກ່ອນ ເພື່ອເປັນຕົວຢ່າງສຶກສາ. ເນື່ອງຈາກມີຕົ້ນສະບັບສອງຊຸດ ທີ່ ມີລາຍລະອຽດບາງບ່ອນຕ່າງກັນ ຂ້າພະເຈົ້າຂໍອະທິບາຍຕື່ມເລັກນ້ອຍ ຢູ່ລຸ່ມນີ້ ແລະເພື່ອຄວາມສົມບູນຂອງບົດ ຂ້າພະເຈົ້າໄດ້ປະສົມປະສານ ຕັດທອນເອົາສ່ວນຕ່າງໆ ມາຕໍ່ໃສ່ກັນ ແຕ່ສໍານວນ ແລະວິທີການຂຽນ ແມ່ນຂອງເດີມທຸກຢ່າງ.

ຄວາມແຕກຕ່າງລະຫວ່າງຕົ້ນສະບັບທັງສອງມີດັ່ງນີ້: ຊີວະປວັຕຕອນຕົ້ນ ເພິ່ນຂຽນໄວ້ ມີລາຍລະອຽດຄື ມີກາຣບັນຍາຍ ເຖິງຄວາມນຶກຄຶດຈິດໃຈ ສະພາບບ້ານເມືອງ ຕະຫລອດຮອດຮີດຄອງ ປະເພນີທ້ອງຖິ່ນ ເຫຕການ ແລະບຸຄຄົລທີ່ກ່ຽວຂ້ອງຢ່າງຫລວງຫລາຍ ສະບັບນີ້ ສັນນິຖານວ່າ ຂຽນໄວ້ໃນຊຸມຕົ້ນປີ 60 ພ້ອມໆ ພຣະຣາຊີວະ ປວັຕຂອງ ເຈົ້າເພັຊຣາຊ ເຫຕກາຣ ມາຢຸດຢູ່ ປີ 1949 ຄື ເມື່ອເພິ່ນ (ພໍ່) ໄດ້ກັບຄືນມາປະເທສລາວ ເປັນຄັ້ງທີສອງ ຕໍ່ຈາກນີ້ ບໍ່ມີຣາຍລະອຽດ ນອກຈາກບອກປີ ແລະບ່ອນປະຈຳກາຣ.

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ