ຂຽນໂດຍ: ສົມພະວັນ ອິນທະວົງ
ຕາບໃດ “ຊິ້ນບໍ່ຂາດບໍ່ໃຫ້ຄຸງຂຽງ” ຫລືວ່າ “ການເມືອງ ມີບໍ່ໃຫ້ເຄື່ອງໃຈເຈົ້າ” ເປັນຊື່ປຶ້ມຫົວນີ້ ຟັງແລ້ວຮູ້ສຶກອອນຊອນໃຈ ທັງປະກອບຄວາມໝາຍອັນເລິກຊຶ່ງອີກດ້ວຍ.
ສົມພະວັນ ເປັນນັກປະພັນ ການເມືອງໜຸ່ມນ້ອຍຜູ້ນຶ່ງທີ່ມອງເຫັນໄກ
ຜູ້ກ່ຽວໄດ້ເລືອກເອົາຊື່ນີ້ເຫັນ ວ່າສອດຄ່ອງກັບເຣື່ອງທີ່ຂຽນໃນປື້ມນີ້
ແລະ ເປັນການເໝາະສົມກັບສະພາບການໃນປັດຈຸບັນອີກດ້ວຍ. ຄວາມເສຽສລະເພື່ອອໍານວຍຜົນປະໂຍດໃຫ້ແກ່ຄົນອື່ນ
ແລະ ການອາໄສຕົນເອງເພື່ອໃຫ້ເປັນທີ່ເພິ່ງຂອງຕົນເອງນັ້ນ ເປັນແນວຄິດທີ່ສູງສົ່ງໃນການເປັນຜູ້ນໍາ
ບໍ່ວ່າຈະຢູ່ໃນສັງຄົມໃດຫລືຢູ່ໃນປະເທດໃດກໍຕາມ ແນວຄິດພື້ນຖານນີ້ເຮົາຈະລະຖິ້ມບໍ່ໄດ້ ເພາະເປັນຂໍກະແຈດວງປະເສີດ
ສາມາດເຈາະຫົນທາງໄປສູ່ຄວາມສໍາເຣັດ ອັນໝາຍເຖິງຄວາມວັທນາຖາວອນຂອງບ້ານເມືອງນັ້ນເອງ.
ສຖານະການປະເທດຂອງເຮົາ ແລະ ໃນໂລກປັດຈຸບັນຍ່ອມ….