ຂຽນໂດຍ: ຄະນະຈັດຕັ້ງສູນກາງພັກ
ໃນເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ໂດຍພາຍໃຕ້ການນ ຳພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ໄດ້ສ້າງໜ້າ ປະຊາຊົນ ປະຫວັດສາດໃໝ່ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ; ລາວ ໄດ້ຕໍ່ສູ້ຜາບແພ້ຈັກກະພັດລ່າເມືອງຂຶ້ນໃຫຍ່
2 ໂຕ (ທັງຈັກກະພັດ ລ່າເມືອງຂຶ້ນແບບເກົ່າ
ແລະ ແບບໃໝ່), ລົບລ້າງລະບອບລາຊາທິປະໄຕ
ທີ່ພົ້ນສະໄໝ; ສະຖາປະນາສາທາລະນະລັດ
ປະຊາທິປະໄຕ ປະຊາຊົນ ລາວຂຶ້ນ; ປະເທດລາວ ຈາກບ່ອນຕົກເປັນເມືອງຂຶ້ນຂອງພວກຈັກກະພັດ
ໄດ້ກາຍເປັນປະເທດເອກະລາດ ແລະ ເອກະພາບ;
ປະຊາຊົນລາວບັນດາ ເຜົ່າ ຈາກຖານະເປັນຂ້ອຍຂ້າຂອງພວກຈັກກະພັດ ແລະ ສັກດິນາ ໄດ້ ກາຍມາເປັນເຈົ້າຂອງປະເທດຊາດ
ເຈົ້າຂອງສັງຄົມຢ່າງແທ້ຈິງ ແລະ ພວມ ກຽມເງື່ອນໄຂທຸກດ້ານ ເພື່ອພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິ
ຍົມ.
ຜ່ານຂະບວນວິວັດແຫ່ງການນ ຳພາການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມ, ກໍ່ສ້າງຕົນເອງ ເຮັດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ; ຮັກສາໄດ້ທາດແທ້ພັກ ແບບໃໝ່ຂອງຊົນຊັ້ນກ ຳມະກອນ, ມີຄວາມປີຊາສາມາດ, ສະຫລາດສ່ອງ ໃສ ໃນການນ ຳພາການປະຕິວັດລາວ, ສົມກຽດເປັນກອງນ ຳໜ້າປະຕິວັດ ທີ່ເດັດດ່ຽວໜຽວແໜ້ນຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກ ແຮງງານ ແລະ ຂອງຊາດລາວ, ເປັນຜູ້ຈັດຕັ້ງ ແລະ ນ ຳພາທຸກໄຊຊະນະ ຂອງການປະຕິວັດລາວ....