ຂຽນໂດຍ: ພູນ ຄຳມູນເຮືອງ
ຜ່ານມາໄດ້ມີການຂີດຂຽນ ກ່ຽວກັບ ລູງໄກສອນ ພົມວິຫານຢ່າງຫຼວງຫຼາຍແທ້ ແຕ່ສ່ວນມາກແລ້ວແມ່ນເວົ້າ ແລະ ວິໄຈ ເຖິງບັນດາບັນຫາດ້ານການເມືອງ ໂດຍອີງຕາມຖານະຕຳແໜ່ງຜູ້ນຳຂັ້ນສູງສຸດຂອງເພິ່ນນັ້ນ. ສ່ວນປື້ມທີ່ທ່ານ ພູນ ຄຳມຸນເຮືອງ ຂຽນອອກມານີ້ພັດແມ່ນໄປໃນອີກລັກສະນະ ໜຶ່ງ. ຂ້າພະເຈົ້າຮູ້ສຶກຊົມຊື່ນ ແລະ ປື້ມໃຈນຳບໍ່ໜ້ອຍ ເມື່ອໄດ້ອ່ານບັນດາ ເລື່ອງຈິງຂຽນເລົ່າອອກໃນປຶ້ມດັ່ງກ່າວ ທີ່ຊີ້ບອກເຖິງບຸກຄະລິກລັກສະນະ ຫຼື ນິໄສໃຈຄໍອັນດີເດັ່ນຂອງລູງໄກສອນ ໂດຍສະເພາະແລ້ວຕໍ່ຂັ້ນລຸ່ມນັ້ນ.
ຍ້ອນວ່າໃນຫຼາຍປີກ່ອນນີ້ ໄດ້ເປັນຜູ້ໜຶ່ງທີ່ເຄີຍຮັບໃຊ້ເພິ່ນຢ່າງໃກ້ຊິດ
ຂ້າພະເຈົ້ານອກຈາກສຸດທີ່ເຫັນດີເຫັນພ້ອມນຳຜູ້ແຕ່ງແລ້ວ ກໍ່ຂໍຍົກຈຸດເດັ່ນໜຶ່ງອີກໃນນິໄສອັນຈົບງາມຂອງເພິ່ນໃຫ້ທ່ານຜູ້ອ່ານຮູ້ຕື່ມ.
ຄືວ່າຍາມ ເພິ່ນເກີດໃຈຮ້າຍຍ້ອນຂັ້ນລຸ່ມມີຄວາມຜິດທີ່ບໍ່ສົມຄວນໃດໜຶ່ງນັ້ນເພິ່ນກໍ່ ຮ້າຍຂຶ້ນໂດຍກົງໂລດໂດຍຈ
ຳແນກຄວາມຜິດຢ່າງຈະແຈ້ງ ຊີ້ໃຫ້ເຫັນສາຍ ເຫດ ແລະ ຜົນສະທ້ອນຂອງມັນ ແລ້ວໃຫ້ຄ ຳຕັກເຕືອນສັ່ງສອນໄປພ້ອມ.
ແຕ່ບໍ່ມີຈັກເທື່ອທີ່ເພິ່ນຈະຫາເລື່ອງມາຕື່ມໃສ່. ທຸກເທື່ອເພິ່ນຮ້າຍແລ້ວກໍ່ ແລ້ວໄປໂດຍບໍ່ມີອັກຄະຕິໃດໆ
ພ້ອມຍັງສືບຕໍ່ໃຫ້ຄວາມຮັກແພງ ແລະ ອົບ ຮົມກໍ່ສ້າງພະນັກງານຜູ້ນັ້ນຕໍ່ໄປ. ອັນນີ້ເວົ້າໄດ້ວ່າຜູ້ຖືກຮ້າຍນັ້ນແມ່ນໄດ້ຮັບ
ທັງບົດຮຽນ ແລະ ຄວາມອົບອຸ່ນໄປພ້ອມທັງມີຄວາມຕັດສິນໃຈບຸກບືນກໍ່ ສ້າງຕົນເອງໃຫ້ກ້າວໜ້າຂຶ້ນເລື້ອຍໆ…………