...
ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ

ຂຽນ​ໂດຍ: ​ວາ​ລະ​ສານ​ອາ​ລຸນ​ໃໝ່, ພິມ​ທີ່​ໂຮງ​ພິມ​ແຫ່ງ​ລັດ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ສະ​ໄໝ​ທີ 10, ມື້​ນີ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 11 ຂອງ​ພັກ​ເຮົາ​ໄດ້​ໄຂ​ຂຶ້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ອັນ​ເບີກ​ບານ​ມ່ວນ​ຊຶ່ນ​ທີ່​ທົ່ວ​ພັກ, ທົ່ວ​ລັດ ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສໍາເລັດການຈັດຕັ້ງ ການສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບຮອບ 100 ປີ ເຊິ່ງໄດ້ສະຫຼຸບຕີລາຄາຜົນງານ ແລະໄຊຊະນະອັນ ໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ຕະຫຼອດໄລຍະການກ ຳອ ຳນາດຂອງພັກເຮົາທີ່ຜ່ານມາ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາແມ່ນເຫດການ ການເມືອງທີ່ສ ຳຄັນຍິ່ງ ແລະ ທັງເປັນຂີດໝາຍປະຫວັດສາດແຫ່ງການເຕີບ ໃຫຍ່ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຂອງພັກເຮົາ ໃນໄລຍະໃໝ່ ຢູ່ໃນສະພາບແວດລ້ອມພາຍໃນປະເທດ ແລະ ໃນໂລກ ທີ່ມີຄວາມຜັນແປຢ່າງ ສະຫຼັບສັບຊ້ອນ ເຊິ່ງມີທັງກາລະໂອກາດ, ສິ່ງອ ຳນວຍ ແລະ ມີທັງສິ່ງທ້າທາຍ ທົດສອບໃຫຍ່ຫຼວງຫຼາຍຢ່າງທີ່ພວກເຮົາຕ້ອງສືບຕໍ່ຜ່ານຜ່າ.

ໃນໂອກາດອັນສະຫງ່າລາສີນີ້ ໃນນາມປະທານກອງປະຊຸມໃຫຍ່ ຂ້າພະເຈົ້າ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາສະຫາຍຜູ້ແທນກອງ ປະຊຸມໃຫຍ່ ຄັ້ງທີ 11 ຈ ຳນວນ 768 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງ ຄະນະພັກຂະແໜງການ, ອົງການ ແລະທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະ ເທດ ແລະ ແຂກຖືກເຊີນ ຈ ຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນ ຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄືປະຊາຊົນລາວບັນດາເຜົ່າ ມາເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ ຢ່າງສຸດອົກສຸດໃຈ ຂໍຊົມເຊີຍ!....

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ